ແຂວງ ບໍ່ແກ້ວ ປະດັບຫຼຽນກາລະນຶກ 50 ປີ ໃຫ້ການນໍາພັກ-ລັດ ຂອງແຂວງ ບໍ່ແກ່້ວ

 

ແຂວງບໍ່ແກ້ວ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ ໃຫ້ແກ່ຜູ້ທີ່ມີຜົນງານດີເດັ່ນ

ແຂວງບໍ່ແກ້ວ ໄດ້ຈັດ ພິທີ ປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ( ວັນທີ 2 ທັນວາ 1975- ວັນທີ 2 ທັນວາ 2025)ໃນວັນທີ 01 ທັນວາ 2025.ຢູ່ທີ່ຫໍວັດທະນະທຳແຂວງ ໂດຍເປັນກຽດເຂົ້າຮ່ວມມີ ສະຫາຍ ພົ.ວ ແປ້ນຄຳ ບຸດຈັນແພງ ເລຂາຄະນະບໍລິຫານງານພັກແຂວງ ຮັກສາການເຈົ້າແຂວງບໍ່ແກ້ວ, ມີບັນດາຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ ກໍາມະການພັກແຂວງ, ອາດີດການນໍາ, ພະນັກງານອາວູໂສບໍານານ, ຫົວຫນ້າ-ຮອງຫົວໜ້າ ພະແນກການ, ກົມກອງ, ຫ້ອງການ ແລະ ພະນັກງານລັດຖະກອນອ້ອມຂ້າງແຂວງເຂົ້າຮ່ວມ

ໃນພິທີ ສະຫາຍ ນາງ ດາວ ໄຊເສດຖາ  ຫົວໜ້າ ຄະນະຈັດຕັ້ງແຂວງບໍ່ແກ້ວ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການຮັບຮອງ ຜົນຂອງການຄົ້ນຄວ້າຍໍຍ້ອງ ແລະ ປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ແກ່ຜູ້ທີ່ມີຜົນງານດີເດັ່ນໃນການປະກອບສ່ວນປົກປັກຮັກສາ ແລະ ສ້າງພັດທະນາປະເທດຊາດ ກໍ່ຄືແຂວງບໍ່ແກ້ວ ໃນໄລຍະຜ່ານມາ ໃນນິ້ ໄດ້ປະດັບຫຼຽນໃຫ້ຄະນະປະຈໍາພັກແຂວງ ແລະ ປະທານສະພາປະຊາຊົນແຂວງ ຈໍານວນ 11 ທ່ານ, ພະນັກງານບໍານານ(ອະດີດຄະນະປະຈໍາພັກແຂວງ) ຈໍານວນ 13  ທ່ານ. ພະນັກງານບໍານານ ອະດີດກຳມະການພັກແຂວງ, ຫົວໜ້າພະແນກການ-ອົງການ ຈໍານວນ 21 ທ່ານ , ຍິງ 4 ທ່ານ, ກໍາມະການພັກແຂວງ ຈໍານວນ 22 ທ່ານ, ຍິງ 6 ທ່ານ, ຄະນະປະຈໍາສະພາ, ຮອງປະທານຄະນະກຳມະການ, ຄະນະເລຂາທິການ, ຫົວໜ້າ ພະແນກການ, ອົງການທຽບເທົ່າ ແລະ ບັນດາທ່ານ ຄະນະກຳມະການປົກຄອງເມືອງ 5 ເມືອງ ຈໍານວນ 20 ທ່ານ, ຍິງ 03 ທ່ານ ແລະ  ຜູ້ປະກອບການ, ລັດວິສາຫະກິດ ແລະ ນັກທຸລະກິດ ຈໍານວນ 10 ທ່ານ ,ຍິງ 01 ທ່ານ  ແລະ ໃຫ້ກຽດປະດັບຫຼຽນຢ່າງສົມກຽດ ໂດຍແມ່ນ ສະຫາຍ ພົ.ວ ແປ້ນຄຳ ບຸດຈັນແພງ ເລຂາຄະນະບໍລິຫານງານພັກແຂວງ ຮັກສາເຈົ້າແຂວງບໍ່ແກ້ວ, ທັງນິ້ເພື່ອປະຕິບັດຕາມການແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ2160/ຄຈສພ ກ່ຽວກັບການປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢູ່ແຂວງບໍ່ແກ້ວ.

ຂ່າວ: ເງິນຫຼົງ ຈິດພູວົງ.

ພາບ: ຄໍາເພັງ ສີສະຫວ່າງ.

ແອດມິນ: ທອງຈັນວົງປັນຍາ.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa