ເພື່ອສ້າງຂະບວນການຄ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ອົງຄະນະພັກ ແຂວງບໍ່ແກ້ວ ຄັ້ງທີ VII ໃຫ້ເຕັມໄປດ້ວຍຄວາມໝາຍອັນເລິກເຊິ່ງ. ວັນທີ 11 ກັນຍາ 2025 ນີ້, ຫຼາຍພະແນກການອ້ອມຂ້າງ, ປະຊາຊົນຊາວ ແຂວງບໍ່ແກ້ວ ປຸ້ມລຸ້ມສາມັກຄີສ້າງຂະບວນການອອກແຮງງານລວມ ປະດັບປະດາຕິດທຸງພັກ-ທຸງຊາດ, ທຸງທິວ, ຕາມສໍານັກງານ, ອົງການ ແລະ ຖະໜົນຫົນທາງ, ບົວລະບັດພັດຖູພາຍໃນສະໂມສອນແຂວງ, ອະນາໄມດ້ານນອກ ພັດຖູກຳແພງອ້ອມຮອບສະໂມສອນ, ເກັບມ້ຽນຂີ້ເຫຍື້ອ ແລະ ຕິດຄໍາຂວັນ, ຕາມສໍານັກງານ, ອົງການ ຢ່າງຈົບງາມ ເປັນຂະບວນ.
ຄວາມສະອາດ, ຄວາມເປັນລະບຽບຮຽບຮ້ອຍ ເປັນໜຶ່ງໃນຄຸນສົມບັດທີ່ສະທ້ອນໃຫ້ເຫັນເຖິງສັກກະຍາພາບຂອງຄົນໆໜຶ່ງ ຜ່ານການເຄື່ອນໄຫວ, ດຳລົງຊີວິດປະຈຳວັນ: ກິນສະອາດ, ຢູ່ສະອາດ, ເປັນຍິງ-ກໍຍິງ ເຮືອນ 3, ນ້ຳ 4, ເປັນສາມີ ກໍສາມີຮູ້ສ້າງ-ພາສາ ເຮືອງຮຸ່ງຈະເລີນກ້າວ ສົມດັ່ງເປັນລູກຫຼານລາວ ຮັກເຊື້ອ-ແພງຊາດ ສຸມໃສ່ທຸກໜ້າທີ່ວຽກງານໃຫ້ສຳເລັດຜົນ, ຮັບຕ້ອນຜູ້ຄົນດ້ວຍຄວາມຈິງໃຈ ກຽມຮັບໃຊ້ກອງປະຊຸມໃຫຍ່ ອົງຄະນະພັກ ແຂວງບໍ່ແກ້ວ ຄັ້ງທີ VII ຢ່າງສຸດໃຈ.
ກວດແກ້: ຈ. ຈັນທະລິດ
ພາບ-ຂ່າວ: ຄໍາເພັງ ສີສະຫວ່າງ
ແອດມິນ: ທອງຈັນ ວົງປັນຍາ