







ແຂວງບໍ່ແກ້ວ ປະກາດການຍົກຍ້າຍ ແລະ ແຕ່ງຕັ້ງ ພະນັກງານນຳພາ-ຄຸ້ມຄອງ ຂັ້ນແຂວງ ພິທີແມ່ນໄດ້ຈັດຂື້ນ ທີ່ຫ້ອງວ່າການແຂວງບໍ່ແກ້ວ ໃນວັນທີ 30 ທັນວາ 2025 ນີ້ ໂດຍການເປັນປະທານ ຂອງທ່ານ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ເລຂາພັກແຂວງບໍ່ແກ້ວ, ມີບັນດາຄະນະບໍລິຫານງານພັກແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ດາວ ໄຊເສດຖາ ຄະນະປະຈຳພັກແຂວງຫົວໜ້າຄະນະຈັດຕັ້ງແຂວງບໍ່ແກ້ວ ໄດ້ຜ່ານມະຕິຕົກລົຂອງຄະນະປະຈຳພັກແຂວງ ວ່າດ້ວຍການສ້າງຕັ້ງຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງບໍ່ແກ້ວ, ແລະ ໄດ້ຍົກຍ້າຍທ່ານ ຫົງແກ້ວ ວິໄນວົງ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງ ມາເປັນຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງບໍ່ແກ້ວ ແຕ່ງຕັ້ງ ທ່ານ ສະມິດ ວົງສະຫວັດ ແລະ ທ່ານ ນາງ ຈັນສະໝອນ ບຸດຕິຈັກ ເປັນຮອງຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງບໍ່ແກ້ວ, ພ້ອມນີຍັງໄດ້ແຕ່ງຕັ້ງຫົວໜ້າຮອງຫົວໜ້າຂະແໜງຂອງຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງບໍ່ແກ້ວ, ຍົກຍ້າຍທ່ານ ດາລີວັນ ພູສະຫວັນ ຄະນະປະຈຳພັນແຂວງ ປະທານແນວລາວສ້າງຊາດແຂວງ ແລະ ທ່ານ ຂັນທອງ ທຳມະວົງ ຄະນະປະຈຳພັກແຂວງ ຫົວໜ້າພະແນກການເງິນແຂວງ ມາປະຈຳການຢູຫ້ອງວ່າການແຂວງ, ຍົກຍ້າຍທ່ານ ສົມສັກ ປິ່ນແກ້ວ ຄະນະປະຈຳພັນແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ມາເປັນປະທານແນວລາວສ້າງຊາດແຂວງ, ຍົກຍ້າຍທ່ານນາງ ສູງ ແກ້ວໂພໄຊ ກຳມະການພັກແຂວງ ປະທານກຳມະບານແຂວງ ມາເປັນຫົວໜ້າຄະນະໂຄສະນາອົບຮົມແຂວງ, ຍົກຍ້າຍທ່ານ ທ່ານ ສີລັດ ແສງງດາລາ ກຳມະການພັກແຂວງ ຫົວໜ້າພະແນກ ວັດທະນະທຳ ແລະ ການທ່ອງທ່ຽວແຂວງ ມາເປັນຫົວໜ້າຫ້ອງວ່າການແຂວງ, ຍົກຍ້າຍທ່ານ ນາງ ບຸນຍົກ ແສງສະຫວ່າງ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງ ມາເປັນຫົວໜ້າພະແນກ ວັດທະນະທຳ ແລະ ການທ່ອງທ່ຽວແຂວງ, ຍົກຍ້າຍທ່ານ ແກ້ວລາ ນໍລະສິງ ຮອງຫົວໜ້າຄະນະຈັດຕັ້ງແຂວງ ມາເປັນ ປະທານສະຫະພັນກຳມະບານແຂວງ, ຍົກຍ້າຍທ່ານ ນາງ ຈັນປິງ ໂສລາທີ ກຳມະການພັກແຂວງ ຮອງຫົວໜ້າຫ້ອງວ່າການແຂວງ ມາເປັນປະທານສະຫະພັນແມ່ຍິງແຂວງ ແລະ ແຕ່ງຕັ້ງ ທ່ານ ສີສຸກ ຄູວີທອງ ຮອງຫົວໜ້າພະແນກການເງີນແຂວງ ຂື້ນເປັນຫົວໜ້າຫົວໜ້າພະແນກການເງີນແຂວງ ແລະ ແຕ່ງຕັ້ງທ່ານ ນາງ ຈັນທະລີ ໄຊຍະວົງ ຫົວໜ້າຂະແໜງຄົ້ນຄວ້າ-ສັງລວມຂື້ນເປັນຮອງຫົວໜ້າຫ້ອງວ່າການແຂວງ ແລະ ຍົກຍ້າຍທ່ານ ທັດສາຄອນ ຈັນທະສົມບູນຮອງຫົວໜ້າລັດວິສາຫະກິດນ້ຳປະປາແຂວງ ມາເປັນຮອງຫົວໜ້າຫ້ອງວ່າການແຂວງບໍ່ແກ້ວ.
ໂອກາດນີ້ທ່ານ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ເລຂາພັກແຂວງບໍ່ແກ້ວ ໄດ້ມອບມະຕິໃຫ້ແກ່ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ຢ່າງເປັນທາງການ, ພ້ອມທັງມີຄຳເຫັນໂອລົມເໜັ້ກໜັກ ໃຫ້ສືບຕໍ່ຍົກສູງຄວາມຮັບຜິດຊອບ ຂອງພັກ-ລັດມອບໝາຍໃຫ້ມີການເຄື່ອນໄຫວຈັດຕັ້ງປະຕິບັດ ແລະ ຜົນສຳເລັດ ເພື່ອເຮັດ ໃຫ້ແຂວງບໍ່ແກ້ວມີການພັດທະນາຢ່າງຮອບດ້ານ ແລະ ເຕີບໃຫ້ຂະຫຍາຍຕົວຂື້ນເລື້ອຍໆ.
ຂ່າວ: ສາຍສະໝອນ ແກ້ວວິສິດ
ແອດມິນ: ທອງຈັນ ວົງປັນຍາ.



