ແຂວງບໍ່ແກ້ວ ຈັດພິທີຮັບຊົມການຖ່າຍທອດສົດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊືມເອກະສານກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ.

ຕອນເຊົ້າຂອງວັນທີ 25 ກຸມພາ 2026 ນີ້ ທີ່ຫໍວັດທະນະທຳແຂວງບໍ່ແກ້ວ ໄດ້ພິທີເພື່ອຮັບຊົມການຖ່າຍທອດສົດຈາກນະຄອນຫຼວງວຽງຈັນແບບທາງໄກ ຂອງກອງປະ ຊຸມເຜີຍແຜ່ ແລະ ເຊື່ອມຊືມເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ. ສຳຫຼັບແຂວງບໍ່ແກ້ວເຂົ້າຮ່ວມໃນພິທີຄັ້ງນີ້ມີ ສະຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ກໍາມະການສູນກາງພັກ ເລຂາຄະນະບໍລິ ຫານງານພັກແຂວງບໍ່ແກ້ວ, ສະຫາຍ ພົນຈັດຕະວາ ສຸກພະຈັນ ສີລາເພັດ ຮອງເລຂາພັກແຂວງ ປະທານຄະ ນະກຳມະການປົກຄອງແຂວງ, ມີບັນດາຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ-ຮອງຫົວ ໜ້າພະແນກການ, ພະນັກ ງານສະມາຊິກພັກຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.

ໃນພິທີອັນສະຫງ່າລາສີທີ່ຊົງກຽດນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ໄດ້ເນັ້ນໜັກເຖິ່ງຄວາມໝາຍຄວາມສຳຄັນຂອງກອງປະ ຊຸມ ເຊິ່ງຖືເປັນການເປີດສາກໃຫ້ແກ່ການເລີ່ມຕົ້ນຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ. ໂດຍສະຫາຍໄດ້ກຳ ນົດຈຸດປະສົງອັນເປັນເຂັມທິດເຍືອງທາງ 5 ຂໍ້ທີ່ສຳຄັນຄື: ໜຶ່ງ: ສ້າງຄວາມຮັບຮູ້, ເຂົ້າ ໃຈທີ່ເລິກເຊິ່ງຕໍ່ເນື້ອໃນຈິດໃຈສໍາຄັນຂອງແນວທາງການເມືອງ ແລະ ແນວທາງ ການຈັດຕັ້ງທີ່ໄດ້ກຳນົດອອກໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກຢ່າງເປັນລະບົບ; ສອງ: ເຊື່ອມຊຶມ, ກຳແໜ້ນເນື້ອໃນທີ່ຈະໄດ້ ນໍາພາຊີ້ນໍາການຜັນຂະຫຍາຍ ແລະ ຈັດ ຕັ້ງປະຕິບັດຕົວຈິງ; ສາມ: ສ້າງໃຫ້ໄດ້ແຜນດໍາເນີນງານ, ແຜນປະຕິ ບັດງານລະອຽດຂອງແຕ່ລະຂະແໜງການ-ທ້ອງຖິ່ນ ທີ່ໄດ້ກຳນົດໜ້າວຽກຢ່າງລະອຽດໂດຍສະເພາະແມ່ນແຜນຄົນ, ແຜນເງິນ, ຄວາມຮັບຜິດຊອບ, ກໍານົດເວລາຊັດເຈນ, ແທດຕົວຈິງ ແລະ ສາມາດຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດເປັນຮູບປະທຳ; ສີ່: ມີກົນໄກ, ລະບອບແບບແຜນການຊີ້ນໍາ, ບັນຊາ, ຕິດຕາມ, ກວດກາການຊຸກຍູ້ຈັດຕັ້ງປະຕິບັດທີ່ຖືກ ຕ້ອງ, ແທດເຖິ່ງ ແລະ ມີວິທະຍາສາດ; ຫ້າ: ມີຄວາມເປັນເອກະພາບສູງຢູ່ພາຍໃນ, ມີຄວາມຕັດສິນໃຈອັນເດັດດ່ຽວ, ກ້າຫານ, ປະດິດສ້າງ ເພື່ອຜັນຂະຫຍາຍ ແລະ ຈັດ ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ເຂົ້າສູ່ລວງເລິກ ແລະ ເປັນຮູບປະທຳ. ກອງປະຊຸມຍັງໄດ້ຮັບຟັງການສະເໜີໂດຍສັງລວມກ່ຽວກັບເນື້ອໃນສໍາຄັນຂອງໂຄງການການເມືອງ, ລາຍງານການເມືອງທີ່ໄດ້ລາຍງານ ແລະ ຮັບຮອງເອົາໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີXII ຂອງພັກ, ການຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ໂດຍກຳນົດເປັນໂຄງການລະອຽດ ເພື່ອຈັດຕັ້ງປະຕິ ບັດໃນແຕ່ລະປີ, ນອກຈາກນັ້ນ ສະຫາຍເລຂາທິການໃຫຍ່ ຍັງໄດ້ເນັ້ນຕື່ມວ່າ: ການເຜີຍແຜ່, ເຊື່ອມຊຶມເອກະສານ ກອງປະຊຸມໃຫຍ່ໃນຄັ້ງນີ້ ແມ່ນການສືບຕໍ່ບຸກທະລຸທາງດ້ານຈິນຕະນາການ, ຍົກສູງຫຼັກໝັ້ນການເມືອງໃຫ້ມີຄວາມເດັດດ່ຽວໜຽວແໜ້ນ, ບໍ່ຫວັ່ນໄຫວຄອນແຄນຕໍ່ສະພາບການຕ່າງໆ, ຕ້ານ ແລະ ແກ້ໄຂທັດສະນະຜິດເຂ່ວຕ່າງໆ, ລັດທິຄຳພີກົນຈັກ, ຮັກສາໄດ້ຄວາມສາມັກຄີເປັນເອກະພາບພາຍໃນພັກ ແລະ ພາຍໃນສັງຄົມໃຫ້ມີຄວາມໜັກແໜ້ນຍິ່ງຂຶ້ນ. ພ້ອມກັນຍູ້ແຮງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຕົວຈິງ, ເຮັດໃຫ້ກາຍເປັນຂະ ບວນການອັນກວ້າງຂວາງຂອງມະຫາຊົນທົ່ວສັງຄົມ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາໃຫ້ປະເທດຊາດ ແລະ ປະຊາຊົນ, ເຮັດໃຫ້ປະເທດຊາດໄດ້ຮັບການພັດທະນາຢ່າງຖືກຕ້ອງຕາມທິດສັງຄົມນິຍົມຢ່າງໜັກແໜ້ນ, ພ້ອມທັງໄດ້ຮຽກຮ້ອງໃຫ້ບັນດາສະຫາຍການນຳພັກ-ລັດ ນັບແຕ່ສູນກາງເຖິ່ງທ້ອງຖິ່ນ ຈົ່ງຍົກສູງຄວາມຮັບຜິດ ຊອບໜ້າທີ່ການເມືອງຂອງຕົນ, ນຳເອົາເນື້ອໃນຈິດໃຈຂອງກອງປະຊຸມ ໃຫຍ່ຄັ້ງທີ XII ຂອງພັກ ນຳໄປຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ. ເພື່ອເຮັດໃຫ້ໂຄງການການເມືອງຂອງພັກ ໄດ້ຮັບການຈັດຕັ້ງຜັນຂະຫຍາຍສູ່ລວງເລິກ ພັກເຮົາສືບຕໍ່ຍຶດໝັ້ນຢ່າງສະເໝີຕົ້ນສະເໝີປາຍ ບັນດາຫຼັກການ ແລະ ທັດສະນະພື້ນຖານໃນການຍູ້ແຮງ ການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ ຂອງພັກເຮົາຢ່າງຮອບດ້ານ.

ພາບ-ຂ່າວ: ບຸນຈັນ ມະນີໄຊ    ວັນທີ 25 ກຸມພາ 2026.

ແອັດມິນ: ທອງຈັນ ວົງປັນຍາ.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa