
ສະຫາຍ ພົຈວ ແປ້ນຄຳ ບຸດຈັນແພງ ເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງບໍ່ແກ້ວ









ພິທີປະກາດພະນັກງານນຳພາ ຂັ້ນສູນກາງຄຸ້ມຄອງ ອອກພັກການ-ຮັບອຸດໜູນບຳນານ ໄດ້ຈັດຂຶ້້ນໃນຕອນເຊົ້າຂອງວັນທີ 7 ພະຈິກ 2025ນີ້ ທີ່ຫ້ອງວ່າການແຂວງບໍ່ແກ້ວ, ເຂົ້າຮ່ວມມີສະຫາຍ ພົຈວ ແປ້ນຄຳ ບຸດຈັນແພງ ເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງບໍ່ແກ້ວ, ມີບັນດາຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ອົງການທຽບເທົ່າ, ສອງກອງບັນຊາການທະຫານ-ຕຳຫຼວດ, ເລຂາ-ຮອງເລຂາພັກເມືອງ 5 ເມືອງ ແລະ ຄະນະຮັບຜິດຊອບເຂົ້າຮ່ວມ.
ສະຫາຍ ເພັງສອນ ແກ້ວວິໄລ ຮອງເລຂາຄະນະບໍລິຫານງານພັກແຂວງ ໄດ້ສະຫຼຸບລາຍງານຜົນງານດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ ໃນການນຳພາຊີ້ນຳການຈັດຕັ້ງປະຕິບັດວຽກງານຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຂົງເຂດເສດຖະກິດ, ຂົງເຂດວັດທະນະທຳ-ສັງຄົມ, ວຽກງານກໍ່ສ້າງຮາກຖານການເມືອງ, ພັດ ທະນາຊົນນະບົດຕາມທິດ 3 ສ້າງ, ການບູລະນະອົງການອຳນາດລັດປະຊາທິປະໄຕ ປະຊາຊົນ ແລະ ສ້າງສະຕິເຄົາລົບກົດໝາຍ,ວຽກງານກົງຈັກການຈັດຕັ້ງລັດ-ອົງການປົກຄອງ, ອົງການແນວລາວສ້າງຊາດ, ສະຫະພັນ ນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນ, ການປັບປຸງກໍ່ສ້າງພັກ-ພະນັກງານ, ວຽກງານການຕ່າງປະເທດ ໃນຕະຫຼອດໄລຍະຜ່ານມາ, ເພື່ອໃຫ້ຄະນະບໍລິຫານງານພັກແຂວງຊຸດໃໝ່ເປັນຜູ້ສືບຕໍ່ນຳພາຊີ້ນຳການຈັດຕັ້ງປະຕິບັດວຽກງານຮອບດ້ານຕໍ່ໄປ. ຈາກນັ້ນສະຫາຍ ນາງ ດາວ ໄຊເສດຖາ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິສູນກາງພັກ ແລະ ແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການອະນຸມັດໃຫ້ພະນັກງານ ອອກພັກການ-ຮັບອຸດໜູນບຳນານ ຈຳນວນ 5 ສະຫາຍຄື: ສະຫາຍ ເພັງສອນ ແກ້ວວິໄລ ຮອງເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ດຣ ຄະຜະຫຍາ ພົມປັນຍາ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ, ສະຫາຍ ເຄື່ອນເພັດ ວົງຈັນ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ, ສະຫາຍ ສົມພອນ ແກ້ວມະນີ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ແລະ ສະຫາຍ ສຸກຂະ ຫຼຽນທອງຄຳ ຄະນະປະຈຳພັກແຂວງ ປະທານກວດກາພັກແຂວງ ອອກພັກການ-ຮັບອຸດໜູນບຳນານ. ພ້ອມນັ້ນສະຫາຍ ພົຈວ ແປ້ນຄຳ ບຸດຈັນແພງ ເລຂາຄະນະບໍລິຫານງານພັກແຂວງ, ຮັກສາການ ເຈົ້າແຂວງບໍ່ແກ້ວ ໄດ້ມອບມະຕິຕົກລົງຂອງຄະນະເລຂາທິສູນກາງພັກ ວ່າດ້ວຍການອະນຸມັດໃຫ້ພະນັກງານອອກພັກການ-ຮັບອຸດໜູນບຳນານ ຈຳນວນ 5 ສະຫຍຕາມລຳດັບ. ພ້ອມທັງໄດ້ມີຄຳເຫັນບາງບັນຫາວ່າ: ການອອກພັກການ-ຮັບອຸດໜູນບຳນານຄັ້ງນີ້ແມ່ນກົດເກນ, ຫຼັກການຂອງພັກ ເມື່ອອາຍຸກະເສນແລ້ວຕ້ອງໄດ້ໄດ້ຮັບອຸດໜູນບຳນານຕາມລະບຽບຫຼັກການ, ສຳຫຼັບຄະນະປະຈຳພັກຊຸດໃໝ່ທີ່ຈະໄດ້ສືບຕໍ່ພາລະກິດແມ່ນໃຫ້ແນ່ໃສປັບປຸງພັກໃຫ້ເຂັ້ມແຂງ, ໜັກແໜ້ນ, ເປັນແກນນຳທີ່ສາມາດນຳພາໃຫ້ມີຄຸນນະພາບ ເພື່ອພາລະກິດປະຕິວັດຊາດ, ຕ້ອງເສີ່ມຂະຫຍາຍມູນເຊື້້ອຄວາມສາມັກຄີເປັນປຶກແຜ່ນພາຍໃນພັກ, ເຮັດໃຫ້ພັກກາຍເປັນໃຈກາງທີ່ໜັກແໜ້ນ, ເປັນແບບຢ່າງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຊອກ ຮູ້ຮ່ຳຮຽນໃຫ້ຫຼາຍ, ກຳແໜ້ນແນວທາງ, ສະພາບແນວຄິດຂອງທ້ອງຖິ່ນ, ຕ້ອງເປັນຄັນທຸງຮັກສາຄວາມສາ ມັກຄີ, ຕ້ອງເຂັ້ມງວດໃນລະບຽບຫຼັກການດຳລົງຊີວິດຂອງພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ, ມີແບບແຜນດຳລົງຊີວິດທີ່ປອດໃສ, ປະຕິບັດໜ້າທີ່ດ້ວຍຄວາມຈິງໃຈຕາມທ່າແຮງບົ່ມຊ້ອນຂອງ ແຂວງ ເພື່ອສ້າງສາພັດທະນາແຂວງບໍ່ແກ້ວ ໃຫ້ມີບາດກ້າວທີ່ກ້າວຂະຫຍາຍຕົວຢ່າງໜັກແໜ້ນ ສາມາດນຳ ພາແຂວງບໍ່ແກ້ວ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ.%
ຂ່າວ: ບຸນຈັນ ມະນີໄຊ ( ວັນທີ 7 ພະຈິກ 2025 ).
ແອດມິນ: ທອງຈັນ ວົງປັນຍາ.



