







ໃນວັນທີ 24 ທັນວາ 2025ນີ້ ແຂວງບໍ່ແກ້ວ ຈັດການສອບເສັງເລື່ອນຊັ້ນ-ຂັ້ນເງິນເດືອນໃຫ້ແກ່ພະນັກງານ-ລັດຖະກອນ ຊຸດທີ III ຂື້ນທີ່ຄະນະຈັດຕັ້ງແຂວງບໍ່ແກ້ວ ໂດຍມີ ທ່ານ ສົມບູນ ໄຊສາມາດ ຮອງຫົວໜ້າຄະນະຈັດຕັ້ງແຂວງບໍ່ແກ້ວ, ມີຄະນະຮັບຜິດຊອບຂັ້ນແຂວງ, ມີພະນັກງານ-ລັດຖະລັດທີ່ມາຈາກຫ້ອງການບັນດາ 4 ເມືອງ ແລະ ອ້ອມຂ້າງແຂວງ.
ທ່ານ ທ່ານ ສົມບູນ ໄຊສາມາດ ຮອງຫົວໜ້າຄະນະຈັດຕັ້ງແຂວງບໍ່ແກ້ວ ໄດ້ມີຄຳເຫັນວ່າ: ການສອບເສັງ ເລື່ອນຊັ້ນ-ຂັ້ນເງິນເດືອນ ແມ່ນວຽກງານນະໂຍບາຍທີ່ພັກ-ລັດ, ການຈັດຕັ້ງ, ຕໍ່ພະນັກງານ-ລັດຖະກອນ, ໂດຍສະເພາະ ແມ່ນພະນັກງານອາວຸໂສ, ຜູ້ທີ່ຢູ່ຊັ້ນ II ຂັ້ນ 8 ແລະ ຊັ້ນ III ຂັ້ນ 8 ຂຶ້ນໄປ ແລະ ມີອາຍຸກະສຽນ ແຕ່ 45 ປີ ຂຶ້ນໄປ, ຜູ້ທີ່ບໍ່ມີເງື່ອນໄຂທີ່ຈະໄປບໍາລຸງ, ຍົກລະດັບທາງດ້ານວິຊາສະເພາະ, ມັນແມ່ນນະໂຍບາຍດັດແກ້ຊັ້ນ-ຂັ້ນເງິນເດືອນ, ແຕ່ບໍ່ແມ່ນການຢັ້ງຢືນ ຫຼື ຍົກລະດັບທາງດ້ານວິຊາສະເພາະ, ຜູ້ທີ່ໄດ້ ສອບເສັງ ຈະໄດ້ດັດແກ້ແຕ່ຊັ້ນ-ຂັ້ນເງິນເດືອນ ຈາກຊັ້ນເກົ່າ ຂຶ້ນຊັ້ນໃໝ່; ສ່ວນ ລະດັບວິຊາ ສະເພາະ ແມ່ນຍັງຄືເກົ່າ ແລະ ຍັງໄດ້ເໜັ້ນໜັກໃຫ້ຜູ້ທີ່ເຂົ້າຮ່ວມການສອງເສັງຈົ່ງເອົາໃຈໃສ່ປະຕິບັດຕາມກົດລະບຽບ, ຄົ້ນຄິດທົບທ້ວນຄືນຕໍ່ຄຳຖາມ-ຄຳຕອບ ເພື່ອເຮັດໃຫ້ຈັດການສອບເສັງເລື່ອນຊັ້ນ-ຂັ້ນເງິນເດືອນໃຫ້ແກ່ພະນັກງານ-ລັດຖະກອນໃນຄັ້ງນີ້ໄດ້ຮັບຜົນດີຕາມລະດັບຄາດໝາຍ.
ການສອບເສັງເຊິ່ງມີຜູ້ສະເໜີເຂົ້າສອບເສັງ ຈໍານວນ 15 ທ່ານ; ຍິງ 10 ທ່ານ, ສ່ວນຮູບການສອບເສັງຈະມີລັກສະນະຄໍາຖາມແບບປະລາໄນແບບ ມີ ພາກຄວາມຮູ້ທົ່ວໄປມີ 21 ຄໍາຖາມ; ພາກກົດໝາຍວ່າດ້ວຍພະນັກງານ-ລັດຖະກອນສະບັບປັບປຸງໃໝ່ ລວມມີ 16 ຄໍາຖາມ, ພາກກົດລະບຽບຂອງພັກລວມມີ 13 ຄໍາຖາມ; ລວມທັງໝົດ 50 ຄໍາຖາມ.
ພາບ-ຂ່າວ: ສາຍສະໝອນ ແກ້ວວິສິດ
ແອດມິນ: ທອງຈັນ ວົງປັນຍາ.



