








ກອງປະຊຸມຝຶກອົບຮົມໃຫ້ແກ່ຄະນະນຳ ຂອງສະພາປະຊາຊົນແຂວງ, ສອງກອງບັນຊາການ ປກຊ-ປກສ ບັນດາພະແນກການ, ອົງການອ້ອມຂ້າງແຂວງ ເພື່ອຮັບໃຊ້ໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະ ຊາຊົນແຂວງ ຊຸດທີ V ແຂວງບໍ່ແກ້ວ ໄດ້ຈັດຂຶ້ນວັນທີ 14 ມັງກອນ 2026 ນີ້ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໂດຍການເປັນປະທານຂອງທ່ານ ຈອມສີ ລັດຕະນະປັນ ປະທານສະພາປະຊາຊົນແຂວງ, ຮອງປະທານຄະນະກຳມະການເລືອກຕັ້ງຂັ້ນແຂວງ, ຫົວໜ້າອະນຸກຳມະການໂຄງປະກອບ ແລະ ບຸກຄະລາກອນ. ມີບັນດາຄະນະກຳມະ ການໂຄງປະກອບ ແລະ ບຸກຄະລາກອນ, ອະນຸກຳມະການ ປກຊ-ປກສ, ອະນຸກຳມະ ການເລຂານຸການ ແລະ ອະນຸກຳມະການໂຄສະນາ, ປຸກລະດົມຂະບວນການເຂົ້າຮ່ວມ.
ບັ້ນດຳເນີນກອງປະຊຸມບັນດາອະນຸກຳມະການແມ່ນໄດ້ເຊື່ອມຊຶມ 7 ເອກະສານສຳຄັນ ທີ່ເປັນພື້ນຖານໃຫ້ແກ່ການລົງໂຄສະນາຫາສຽງແຕ່ລະຈຸດເຂດເລືອກຕັ້ງຂອງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ທີ່ຈະເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນລາວບັນດາເຜົ່າ ເຂົ້າໄປນັ່ງໃນສະ ພາ ເພື່ອນຳເອົາບັນດາຂໍ້ຄັດແຍ່ງທີ່ບໍ່ເປັນທຳໃຫ້ແກ່ປະຊາຊົນ ນຳມາສະເໜີ ແລະ ພິຈາລະນາແກ້ໄຂບັນຫາໃຫ້ໄດ້ຢ່າງຂາດຕົວ. ກອງປະຊຸມຄັ້ງນີ້ໄດ້ນຳເໜີເອກະ ສານ ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການນຳພາ-ຊີ້ນຳຂອງອົງຄະນະພັກທຸກຂັ້ນຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V, ເພີ່ມທະວີການນຳ ພາແນວ ຄິດເສີມຂະຫຍາຍສິດປະຊາທິປະໄຕ ຂອງປະ ຊາຊົນບັນດາເຜົ່າ ເພື່ອການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ, ເນື້ອໃນສຳຄັນຂອງກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາ ຊົນແຂວງ, ແຜນດຳເນີນງານຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ, ຄຳແນະ ນຳກ່ຽວກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V, ແຈ້ງການແນະ ນຳ ກ່ຽວກັບການສ້າງແຜນງົບປະມານຮັບໃຊ້ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ແລະ ເອກະ ສານ ຄຳຂອງຄະນະກຳມະການເລືອກຕັ້ງລະດັບຊາດ ວ່າດ້ວຍການໂຄສະນາ, ປຸກລະ ດົມຂະບວນການ ແລະ ຍ້ອງຍໍ ໃນບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະມາຊິກສະພາປະຊາ ຊົນແຂວງ ຊຸດທີ Vນຳອີກ.
ທັງນີ້ກໍ່ເພື່ອເຮັດໃຫ້ບັນດາອະນຸກຳມະການຕ່າງໆ ໄດ້ຮັບຮູ້ ແລະ ເຂົ້າໃຈແຈ້ງກ່ຽວກັບວິທີການມາດຕະການລະບຽບການ, ຫຼັກການ, ຂັ້ນຕອນການລົງໂຄສະນາຫາສຽງຂອງບັນດາຜູ້ແທນ ແລະ ຂັ້ນຕອນການລົງການປ່ອນບັດຂອງຜູ້ທີ່ມີສິດປ່ອນບັດແຕ່ອາຍຸ 18 ປີຂຶ້ນໄປ ແມ່ນຈະໄດ້ນຳໃຊ້ສິດປະຊາທິປະໄຕຂອງຕົນເລືອກເອົາຜູ້ແທນ ກໍ່ຄືສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ໃນວັນທີ 22 ກຸມພາ 2026ນີ້ໃຫ້ໄດ້ຮັບຜົນດີ ແລະ ໄປຕາມແຜນການທີ່ໄດ້ກຳນົດໄວ້.
ຂ່າວ: ບຸນຈັນ ມະນີໄຊ.
ແອດມິນ: ທ ວົງປັນຍາ.



