ສະຫາຍພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ເລຂາພັກແຂວງ ຮັກສາການເຈົ້າແຂວງບໍ່ແກ້ວ
ກອງປະຊຸມ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນຈະສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ 7 ຮອບ ທີ 2 ແລະ ທາບທາມຄະນະປະຈຳ, ເລຂາ, ຮອງເລ, ປະທານ, ຮອງປະທານກວດກາ ຮອບທີ 1 ຈັດຂື້ນທີ່ຫໍວັດທະນະທຳແຂວງ ໃນຕອນບ່າຍ 16 ກັນຍາ 2025 ນີ້ ໂດຍການເປັນປະທານ ຂອງ ສະຫາຍພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ເລຂາພັກແຂວງ ຮັກສາການເຈົ້າແຂວງບໍ່ແກ້ວ, ມີບັນດາຄະນະຮັບຜິດຊອບຂັ້ນສູນກາງ, ຄະນະບໍລິຫານງານພັກແຂວງ, ຄະນະບໍລິຫານງານພັກເມືອງ 5 ເມືອງ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ຫົວໜ້າ-ຮອງຫົວໜ້າພະແນກການ ແລະ ພາກສ່ວນທີ່ກ່ຽວຂອງເຂົ້າຮ່ວມ.
ສະຫາຍພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ເລຂາພັກແຂວງ ຮັກສາການເຈົ້າແຂວງບໍ່ແກ້ວໄດ້ມີຄຳເຫັນເໜັ້ນໜັກໃຫ້ຜູ້ແທນກອງປະຊຸມເອົາໃຈໃສ່ຕໍ່ການທາບທາມ ຕ້ອງຮັບປະກັນຄວາມຖືກຕ້ອງຕາມມາດຕະຖານ, ເງື່ອນໄຂທີ່ໄດ້ກຳນົດໄວ້, ຮັບປະກັນໂຄງປະກອບບຸກຄະລາກອນ ໂດຍສະເພາະ ດ້ານເພດ, ເຜົ່າ ແລະຮັບປະກັນ3ຮຸ່ນ ຮຸ່ນອາວຸໂສ, ຮຸ່ນກາງ ແລະ ຮຸ່ນໜຸ່ມ ເພື່ອຮັບປະກັນການສືບທອດປ່ຽນແທນ, ການເລືອກເຟັ້ນບຸກຄະລາກອນຕ້ອງປະຕິບັດຕາມກົດລະບຽບພັກ, ບັນດານິຕິກຳ, ຄໍາສັ່ງ, ແຈ້ງການ ແລະ ຄໍາແນະນໍາຂອງສູນກາງພັກວາງອອກຢ່າງເຂັ້ມງວດ, ເດັດຂາດບໍ່ໃຫ້ຄົນບໍ່ດີເຂົ້າໄປໃນການຈັດຕັ້ງຂອງພັກດ້ວຍຮູບການຕ່າງໆ ທີ່ບໍ່ຊອບທຳ ເປັນຕົ້ນ ການຊື້ຈ້າງຈອບອອຍ, ການປຸກລະດົມຂົນຂວາຍ, ຈຸ້ມເຈື້ອເຊື້ອສາຍເປັນການສ້າງຄວາມເຊື່ອມເສຍແກ່ພາບພົດ, ບົດບາດ ແລະ ຄວາມເຊື່ອໝັ້ນສັດທາຂອງມະຫາຊົນຕໍ່ພັກ, ທັງຫຼີກລ່ຽງພະຍາດອາຍາສິດ, ສໍ້ລາດບັງຫຼວງ, ຂາດຄວາມເປັນແບບຢ່າງ. ນອກນັ້ນ, ການຄັດເລືອກບຸກຄະລາກອນຕ້ອງສົມທົບແໜ້ນກັບຄະນະຮັບຜິດຊອບຈາກຄະນະຈັດສູນກາງພັກ, ຄະນະກວດກາສູນກາງພັກ ແລະ ພາກສ່ວນອື່ໆທີ່ກ່ຽວຂ້ອງເພື່ອເຮັດໃຫ້ການຄັດເລືອກບຸກຄະລາກອນມີຄຸນນະພາບ, ຮັບປະກັນການຊີ້ນຳ-ນຳພາທີ່ມີປະສິດທິພາບ ແລະ ປະສິດທິຜົນສູງ.
ພາບ-ຂ່າວ: ສາຍສະໝອນ ແກ້ວວິສິດ.
ກວດແກ້: ມະນິດ ແກ້ວວົງເພັດ.
ຮຽບຮຽງ: ກົງເພັດ ຈັນສະຫວ່າງ.
ແອດມິນ: ທອງຈັນ ວົງປັນຍາ.