ແຂວງບໍ່ແກ້ວຈັດງານສັບປະດາແຫ່ງຊາດດ້ານຄວາມປອດໄພທາງຫຼວງ ປະຈໍາປີ 2026 ພາຍໃຕ້ຫົວຂໍ້: ດື່ມຢ່າງມີສະຕິ, ເມົາບໍ່ຂັບລົດ.

 

 

ແຂວງບໍ່ແກ້ວຈັດງານສັບປະດາແຫ່ງຊາດດ້ານຄວາມປອດໄພທາງຫຼວງ ປະຈໍາປີ 2026 ພາຍໃຕ້ຫົວຂໍ້: ດື່ມຢ່າງມີສະຕິ, ເມົາບໍ່ຂັບລົດ ພິທີໄດ້ຂຶ້ນໃນຕອນເຊົ້າຂອງວັນທີ 4 ເມສາ 2026ນີ້ ທີ່ສະໂມສອນແຂວງ, ເປັນກຽດເຂົ້າຮ່ວມມີທ່ານ ພົ.ຈວ ສຸກພະຈັນ ສີລາເພັດ ຮອງເລຂາພັກແຂວງ ປະທານຄະນະກຳມະ ການປົກຄອງແຂວງ, ມີບັນດາການນຳຂອງແຂວງ-ເມືອງ, ຫົວໜ້າ-ຮອງຫົວໜ້າພະແນກການ, ສອງກອງບັນຊາການທະຫານ-ຕຳຫຼວດ, ໂຮງຮຽນ, ໂຮງໝໍ, ບໍລິສັດ ລັດວິສາຫະກິດ ຕະ ຫຼອດຮອດພະນັກງານ ແລະ ນັກຮຽນເຂົ້າຮ່ວມເປັນຂະບວນການຝົດຟື້້ນ.

ທ່ານ ຄໍາແສງ ສຸລິຍະວົງ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງບໍ່ແກ້ວ, ປະທານຄະນະກໍາມະການແຫ່ງຊາດດ້ານຄວາມປອດໄພທາງຫຼວງຂັ້ນແຂວງ ໄດ້ມີຄຳເຫັນວ່າ: ການຈັດງານໃນມື້ນີ້ ເພື່ອຢັ້ງຢືນເຖິ່ງຄວາມເປັນຫ່ວງເປັນໄຍ, ຄວາມເອົາໃຈໃສ່ ແລະ ຄວາມຮັບຜິດຊອບຂອງລັດຖະບານກໍ່ຄືບັນດາແຂວງຕໍ່ວຽກງານຄວາມປອດໄພທາງຫຼວງ ແລະ ທັງເປັນການຈັດຕັ້ງປະຕິບັດກົດ ໝາຍວ່າດ້ວຍການຈະລາຈອນທາງບົກ, ຍຸດທະສາດແຫ່ງຊາດດ້ານຄວາມປອດໄພທາງຫຼວງ ແລະ ມະຕິຂອງອົງການສະຫະປະຊາຊາດ ກ່ຽວກັບການປັບປຸງຄວາມປອດໄພທາງຫຼວງໃນທົ່ວໂລກ, ແນ່ໃສ່ເພື່ອໂຄສະນາ, ສ້າງສະຕິ ແລະ ປູກຈິດສໍານຶກໃຫ້ປະ ຊາຊົນທຸກຊັ້ນຄົນທົ່ວສັງຄົມ ເຫັນໄດ້ເຖິ່ງໄພອັນຕະລາຍຂອງການລະເມີດກົດຈະລາຈອນເປັນຕົ້ນແມ່ນການຂັບຂີ່ລົດໄວ, ການດື່ມສິ່ງມຶນເມົາແລ້ວຂັບຊຶ່ງເປັນສາເຫດສ່ວນໃຫຍ່ໃນການເກີດ ອຸປະຕິເຫດ, ເຫັນໄດ້ຜົນກະທົບຂອງການເກີດອຸປະຕິເຫດ ແລະ ສົ່ງຜົນສະທ້ອນຕໍ່ການດໍາລົງຊີວິດຂອງຄົນ ໃນສັງຄົມ, ຕໍ່ເສດຖະກິດ ແລະ ການພັດທະນາຂອງຊາດ. ທ່ານຍັງໄດ້ຮຽກຮ້ອງມາຍັງທຸກພາກສ່ວນໃນທົ່ວສັງຄົມ ຈົ່ງໄດ້ພ້ອມກັນຮ່ວມແຮງຮ່ວມໃຈປະຕິບັດກົດຈະລາຈອນຢ່າງເຂັ້ມງວດ ແລະ ໂຄ ສະນາປູກຈິດສໍານຶກກ່ຽວກັບວຽກງານຄວາມປອດໄພທາງຫຼວງໃຫ້ທົ່ວສັງຄົມຮັບຮູ້ ເພື່ອຈໍາກັດ, ຫຼຸດຜ່ອນອຸປະຕິເຫດທາງຫຼວງ ເພື່ອປົກປ້ອງຊີວິດ ແລະ ຊັບສິນຂອງປະຊາຊົນຂອງຊາດ ກໍ່ຄືການປົກປ້ອງສຸຂະພາບ ແລະ ສະຫວັດດີການສັງຄົມ. ຈາກນັ້ນໄດ້ພ້ອມກັນຢ່າງເປັນຂະບວນເລີ່ມຕົ້ນຈາກສະໂມສອນແຂວງຢາງເລາະຕາມເສັ້ນທາງໄປຕະຫຼາດວັງວິວຂຶ້ນດອຍຫ້ອງວ່າການແຂວງ ລົງໄປທາງດອຍຄັງເງິນເກົ່າອອກມາບ້ານໃຫຍ່ຫ້ວຍຊາຍເໝືອຄຸ້ມມຸງຄຸນສິນອອກໄປຕາມເສັ້ນທາງຫຼວງຄຸ້ມມີໄຊສະຫວ່າງອ້ອມກັບສະໂມສອນແຂວງຄືເກົ່າ ເຊິ່ງມີໄລຍະທາງຄວາມຍາວ 2,5 ກິໂລແມັດ.

ການຈັດງານໃນຄັ້ງນີ້ ເຊິ່ງມີຈຸດປະສົງສຳຄັນກໍ່ເພື່ອປຸກຈິດສຳນຶກໃຫ້ທົ່ວສັງ ຄົມໄດ້ຮັບຮູ້ເຖິ່ງຄວາມປອດໄພໂດຍເລີ່ມຕົ້ນຈາກເຮົາເອງ, ພ້ອມທັງປ່ຽນພຶດຕິກຳ: ເມົາບໍ່ຂັບ, ກາຍເປັນວັດທະນະທຳໃໝ່ໃນການໃຊລົດໃຊ້ຖະໝົນ, ເພື່ອຫຼຸດຜ່ອນອຸປະ ຕິເຫດ ເຮັດໃຫ້ທຸກຄົນໄດ້ຢູ່ຮ່ວມກັນຢ່າງໃຫ້ກຽດເຊິ່ງກັນ ແລະ ກັນໃນການໃຊ້ລົດໃຊ້ຖະໝົນຢ່າງລະມັດລະວັງ ເພື່ອຫຼຸດຜ່ອນຈາກການເກີດອຸປະຕິເຫດ.

ຂ່າວ: ບຸນຈັນ ມະນີໄຊ  ວັນທີ 4 ເມສາ 2026.

ແອດມິນ: ທອງຈັນ ວົງປັນຍາ.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa