ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ຢ້ຽມຂ່ຳນັບ ເລຂາພັກແຂວງບໍ່ແກ້ວ

ໂອກາດນີ້ ສະຫາຍ ພົຈວ ແປ້ນຄຳ ບຸດຈັນແພງ,ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງບໍ່ແກ້ວ ໄດ້ລາຍງານສະພາບລວມ ແລະ ຈຸດພິເສດຂອງແຂວງ ຕໍ່ສະຫາຍ ຫງວຽນມິງເຕີມ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ໄດ້ຮັບຊາບແຂວງບໍ່ແກ້ວຕັ້ງຢູ່ທິດຕາເວັນຕົກສ່ຽງເໜືອຂອງ ສປປລາວ, ມີເນື້ອທີ່ 6.196 ກິໂລຕາແມັດ,ມີເນື້ອທີ່ພູດອຍກວມ 70% ຂອງເນື້ອທີ່ທັງໝົດ, ມີຊາຍແດນຕິດ ຈັງຫວັດຊຽງຣາຍ ລາຊະອານາຈັກໄທ, ແຂວງທ່າຂີ້ເຫຼັກ ສະຫະພາບມຽນມາ, ແຂວງຫຼວງນໍ້າທາ, ແຂວງອຸດົມໄຊ ແລະ ແຂວງ ໄຊຍະບູລີ. ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ໄລຍະ 1 ປີ ຜ່ານມາເສດຖະກິດຂະຫຍາຍຕົວ ລະດັບ 5,7 %, ລວມຍອດຜະລິດຕະພັນພາຍໃນ GDP 8.974,81 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນໃຫ້ໄດ້ 1.882,89 ໂດລາສະຫະລັດ/ຄົນ/ປີ. ໄລຍະຜ່ານມາແຂວງບໍ່ແກ້ວ ໄດ້ຮັບການຊ່ວຍເຫຼືອຈາກ ລັດຖະບານ ສສ ຫວຽດນາມ ໃນຫຼາຍດ້ານເປັນຕົ້ນ: ໄດ້ຮັບທຶນການຊ່ວຍເຫຼືອ ກໍ່ສ້າງໂຮງຮຽນວິຊາຊີບ ໃນມູນຄ່າ ຈໍານວນ 68 ກວ່າຕື້ດົງ, ທຶນກໍ່ສ້າງສະຖານີໂທລະພາບແຂວງບໍ່ແກ້ວ ມູນຄ່າ 112.921.580.000 ດົງ; ທຶນກໍ່ສ້າງສູນ ວັດທະນະທໍາເດັກ ແຂວງບໍ່ແກ້ວ ມູນຄ່າ 5 ຕື້ດົງ ພ້ອມກັນນັ້ນແຂວງບໍ່ແກ້ວ ໄດ້ມີການພົວພັນຮ່ວມມືກັບບັນດາແຂວງ ຂອງ ສສ ຫວຽດນາມ ເປັນຕົ້ນແມ່ນ: ແຂວງເຊີນລາ, ແຂວງດຽນບຽນ, ແຂວງທາຍຫງວຽນ, ແຂວງລາວກາຍ, ແຂວງລາຍເຈົາ, ແຂວງຝູເຖາະ  ພິເສດແຂວງບໍ່ແກ້ວ ໄດ້ເຊັນສັນຍາແຮກສ່ຽວກັບແຂວງເຊີນລາ ແລະ ແຂວງເຊີນລາ ກໍ່ໄດ້ຊ່ວຍເຫຼືອແຂວງບໍ່ແກ້ວໃນການກໍ່ສ້າງໂຮງຮຽນປະຖົມ ແລະ ແນວພັນຕົ້ນໄມ້ໃຫ້ໝາກ ແລະ ສ້າງສູນວັດທະນະທຳເດັກ. ພ້ອມກັນນັ້ນ ໄດ້ມີຫ້ອງການຕົວແທນການຄ້າ-ການທ່ອງທ່ຽວຂອງແຂວງດຽນບຽນ ປະຈຳຢູ່ແຂວງບໍ່ແກ້ວ. ພາຍໃນແຂວງບໍ່ແກ້ວ ຍັງມີນັກລົງທຶນ ຊາວຫວຽດນາມ ທີ່ໄດ້ມາລົງທຶນເຂົ້າໃນໂຄງການຈໍານວນໜຶ່ງຢູ່ແຂວງບໍ່ແກ້ວ ເຊັ່ນ: ໂຄງການພັດທະນາແຫຼ່ງທ່ອງທ່ຽວ ອ່າງນໍ້າຕີນ, ໂຄງການປູກຕົ້ນຢາພື້ນເມືອງຢູ່ເມືອງເມິງ ແລະ ໂຄງການອຶ່ນໆ, ປັດຈຸບັນມີພົນລະເມືອງຊາວຫວຽດນາມ ອາໃສ່ຢູ່ແຂວງບໍ່ແກ້ວ ທັັງໝົດ ຈໍານວນ 386 ຄົນ.

ການພົວພັນມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ແຂວງບໍ່ແກ້ວ ແຫ່ງ ສປປ ລາວ ກັບ ບັນດາແຂວງພາກເໜືອ ສສ ຫວຽດນາມ ແລະ ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ໄດ້ມີທ່າຂະຫຍາຍຕົວທີ່ຕັ້ງໜ້າ ແລະ ໄດ້ຮັບຄວາມເອົາໃຈໃສ່ຈາກຄະນະພັກ, ສະພາປະຊາຊົນ, ອົງການປົກຄອງ ແລະ ປະຊາຊົນສອງຝ່າຍ; ໄດ້ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເນື້ອໃນການຮ່ວມມື ລາວ – ຫວຽດນາມ; ຫວຽດນາມ – ລາວ ດ້ວຍຜົນສໍາເລັດໃນຫຼາຍຂົງເຂດວຽກງານ. ສະຫາຍ ພົຈວ ແປ້ນຄຳ ບຸດຈັນແພງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງບໍ່ແກ້ວ ໄດ້ມີຄໍາເຫັນວ່າພວກເຮົາຈະສືບຕໍ່ເສີມຂະຫຍາຍມູນເຊື້ອສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ – ຫວຽດນາມ; ຫວຽດນາມ-ລາວ, ສືບຕໍ່ຊຸກຍູ້ ການພົບປະຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ລະດັບການນໍາຂັ້ນສູງຂອງແຂວງບໍ່ແກ້ວ ແລະ ບັນດາແຂວງ ສສ ຫວຽດນາມ ໃຫ້ເຂົ້າສູ່ລວງເລີກ. ສືບຕໍ່ການຮ່ວມມືໃນການພັດທະນາຊັບພະຍາກອນມະນຸດ ເປັນຕົ້ນວຽກງານການສຶກສາ ຢູ່ບັນດາວິທະຍາໄລ, ມະຫາວິທະຍາໄລ ແລະ ຕາມສະຖາບັນຕ່າງໆ ຂອງ ສສ ຫວຽດນາມ ຕາມທຶນແລກປ່ຽນ ຫຼື ທຶນຊ່ວຍເຫຼືອລ້າ.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa