



ຊຸດຝຶກອົບຮົມໃຫ້ນັກກວດກາ ແລະ ນັກເດີນເດີນສຳຫຼວດຂັ້ນເມືອງ ເພື່ອກະກ່ຽມໃນການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025, ຢູ່ເມືອງຫ້ວຍຊາຍ, ແມ່ນຈັດຂຶ້ນໃນວັນທີ 20 ຕຸລາ 2025 ທີ່ສູນຝຶກອົບຮົມເມືອງ, ການຝຶກອົບຮົມໃນຄັ້ງນິີ້ ແມ່ນຈະໃຊ້ເວລາ 10 ວັນ ແລະ ແບ່ງອອກເປັນ 4 ກຸ່ມ, ມີສໍາມະນາກອນເຂົ້າຮ່ວມ 121 ຄົນ. ໂດຍການເຂົ້າຮ່ວມຂອງທ່ານ ບຸນຄົງ ວົງຄໍາຈັນ ປະທານກໍາມະທິການປົກຄອງເມືອງ ຫົວໜ້າຄະນະຊີ້ນໍາຂັ້ນເມືອງ.
ຊຸດຝຶກອົບຮົມ ເພື່ອກະກ່ຽມຄວາມພ້ອມໃນການ ລົງເກັບກຳສະຖິຕິພົນລະເມືອງລາວ ແລະ ຕ່າງປະເທດທີ່ດຳລົງຊີວິດຢູ່ປະເທດລາວ ທັງເກັບກຳສະພາບການຂະຫຍາຍຕົວຂອງພົນລະເມືອງ ແລະ ເກັບກຳສະພາບທີ່ຢູ່ອາໄສຂອງພົນລະເມືອງ, ເພື່ອເກັບກຳຂໍ້ມູນພື້ນຖານຂອງພົນລະເມືອງລາວ ກ່ຽວກັບການສຶກສາ, ດ້ານສາທາລະນະສຸກ, ຄຸນລັກສະນະທີ່ຢູ່ອາໄສ, ການດໍາລົງຊີວິດ, ສະພາບຄົນພິການ ແລະ ສະພາບການຍົກຍ້າຍຂອງພົນລະເມືອງ, ເກັບກຳສະພາບກໍາລັງແຮງງານ ແລະ ສະພາບການມີວຽກເຮັດງານທໍາ, ສ້າງຖານຂໍ້ມູນໃຫ້ແກ່ການຄາດຄະເນພົນລະເມືອງໃນການສໍາຫຼວດສຳມະໂນຄົວ ແລະ ຂຶ້ນທະບຽນພົນລະເມືອງ, ສ້າງ ແລະ ປັບປຸງລະບົບຂໍ້ມູນຂ່າວສານ ສະຖິຕິດ້ານຕ່າງໆໃຫ້ມີຄວາມຄົບຖ້ວນສົມບູນຍິ່ງຂຶ້ນໃຫ້ທຽບທັນ ກັບພາກພື້ນ ແລະ ສາກົນ, ສໍາຫຼວດຂໍ້ມູນທາງດ້ານເສດຖະກິດ ແລະ ສະພາບທ່າອ່ຽງໃນ ດ້ານສັງຄົມ ແລະ ຄວາມສະເຫມີພາບຍິງ-ຊາຍ.
ທ່ານ ບຸນຄົງ ວົງຄໍາຈັນ ປະທານກໍາມະທິການປົກຄອງເມືອງ ຫົວໜ້າຄະນະຊີ້ນໍາຂັ້ນເມືອງ ໄດ້ຮຽກຮ້ອງໃຫ້ ຄູຝຶກ ນັກເດີນສໍາຫຼວດ ຈົ່ງພ້ອມກັນປະຕິບັດໂມງເວລາ ຍາດແຍ່ງເອົາຄວາມຮູ້, ເຕັກນິກ, ວິທີການ, ສໍາລັບການຈັດຕັ້ງປະຕິບັດການເກັບກຳຂໍ້ມູນພາກສະໜາມ ເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດ ແລະ ເຮັດວຽກຮ່ວມກັນໃນຕໍ່ໜ້າ. ທ່ານທີ່ຖືກແຕ່ງຕັ້ງມີຄວາມຮັບຜິດຊອບສູງຕໍ່ກັບໜ້າທີ່ໄດ້ຮັບມອບໝາຍໃນເວລາລົງສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໃສ ໃຫ້ສຸມໃສ່ວຽກດັ່ງກ່າວເປັນສໍາຄັນ ເພື່ອໃຫ້ສໍາເລັດຕາມກໍານົດຢ່າງມີຄຸນນະພາບ.
ຂ່າວ: ຄໍາເພັງ ສີສະຫວ່າງ
ກວດ-ແກ້: ຈ. ຈັນທະລິດ
ຮຽບຮຽງ-ແອດມິນ: ທອງຈັນ ວົງປັນຍາ



