



ຊຸດຝຶກອົບຮົມການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໃສທົ່ວປະເທດ ຄັ້ງທີ V ປີ 2025 ໄດ້ຈັດຂຶ້ນໃນ ວັນທີ 20 ຕຸລາ 2025, ທີ່ສະໂມສອນເມືອງ ຕົ້ນເຜິ້ງ ໂດຍການເປັນປະທານຂອງ ທ່ານ ອຸ່ນຄຳ ທຳມະເລີດ ປະທານອົງການປົກຄອງເມືອງ ຕົ້ນເຜິ້ງ, ມີຄະນະປະຈໍາ, ກຳມະການພັກເມືອງ, ຕາງໜ້າບັນດາຫ້ອງການອ້ອມຂ້າງເມືອງ, ນັກສຳມະນາກອນ, ຄູຝຶກ ແລະ ຄະນະຮັບຜິດຊອບຊຸດຝຶກອົບຮົມ ເຂົ້າຮ່ວມ.
ໃນກອງປະຊຸມ ຄະນະຮັບຜິດຊອບ ໄດ້ຜ່ານຂໍ້ຕົກລົງຂອງເຈົ້າເມືອງ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາຂັ້ນເມືອງ ສຳລັບການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໃສ ຄັ້ງທີ V ປີ 2025, ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຫ້ອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໃສ, ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄູຝຶກ. ຊຸດຝຶກອົບຮົມຄັ້ງນີ້ ບັນດານັກສຳມະນາກອນຈະໄດ້ຮຽນຮູ້ກ່ຽວກັບວິທີການເກັບກຳຂໍ້ມູນຕ່າງໆ ເປັນຕົ້ນ: ຂໍ້ມູນເອກະເລັກ, ຄຳຖາມເລີ່ມຕົ້ນ, ຂໍ້ມູນຄົວເຮືອນ ແລະ ທີ່ຢູ່ອາໄສ, ບັນຊີຄົວເຮືອນ, ຂໍ້ມູນບຸກຄົນ, ການຕາຍໃນຄົວເຮືອນ, ສະມາຊິກບຸກຄົນທີ່ອາໄສຢູ່ຕ່າງປະເທດ, ບຸກຄົນທີ່ມາຢ້ຽມຢາມ ເຊິ່ງຈະດຳເນີນການຝຶກອົບຮົມຈົນເຖິງ ວັນທີ 30 ຕຸລາ ຈຶ່ງສຳເລັດ. ສ່ວນການລົງສຳຫຼວດເກັບກຳຂໍ້ມູນຕົວຈິງຢູ່ພາກສະໝາມ ແມ່ນຈະເລີ່ມສຳຫຼວດພ້ອມກັນທົ່ວປະເທດແຕ່ ວັນທີ 3 ພະຈິກ ຫາ ວັນທີ 14 ທັນວາ 2025 ນີ້.
ໂອກາດນີ້, ທ່ານ ອຸ່ນຄຳ ທຳມະເລີດ ປະທານອົງການປົກຄອງເມືອງ ຕົ້ນເຜິ້ງ ໄດ້ມີຄຳເຫັນໃຫ້ທິດຊີ້ນຳ ໂດຍໄດ້ຍົກໃຫ້ເຫັນຄວາມສຳຄັນຂອງວຽກງານສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໃສທົ່ວປະເທດ ເຊິ່ງມີການຈັດຕັ້ງປະຕິບັດໃນທຸກໆ 10 ປີ, ການສຳຫຼວດໃນປີ 2025 ນີ້ ເປັນຄັ້ງທີ V ແລະ ເລີ່ມສຳຫຼວດຄັ້ງທໍາອິດໃນປີ 1985, ການສຳຫຼວດຄັ້ງນີ້ຈະມີຄວາມແຕກຕ່າງຈາກຫຼາຍຄັ້ງຜ່ານມາ ເຊິ່ງຈະໄດ້ນໍາໃຊ້ເຄື່ອງມືທີ່ທັນສະໄໝ ໂດຍການນໍາໃຊ້ແທັບເລັດ ເປັນເຄື່ອງມືຊ່ວຍໃນການຈົດກ່າຍແບບສອບຖາມຕ່າງໆ. ດັ່ງນັ້ນ, ຈຶ່ງຂໍຮຽກຮ້ອງໃຫ້ນັກສຳມະນາກອນເອົາໃຈໃສ່ຮໍ່າຮຽນເອົາບົດຮຽນຕ່າງໆຈາກຄູຝຶກຈົນສາມາດນໍາໃຊ້ໄດ້ຕົວຈິງ. ພ້ອມນັ້ນ, ຍັງໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບເອົາໃຈໃສ່ປະສານງານດ້ານຕ່າງໆກັບຄະນະຮັບຜິດຊອບຂັ້ນແຂວງໃນໄລຍະການກະກຽມ ເປັນຕົ້ນ: ດ້ານງົບປະມານ, ພາຫະນະ, ອຸປະກອນຮັບໃຊ້ຕ່າງໆ, ແບບສອບຖາມເກັບກໍາຂໍ້ມູນ ແລະ ຄວາມພ້ອມດ້ານອື່ນໆ ເພື່ອກະກຽມໃຫ້ແກ່ການສໍາຫຼວດຕົວຈິງຢູ່ພາກສະໝາມ.
ພາບ – ຂ່າວ: ອຸໄທ ພູມມາ.
ກວດແກ້-ແອດມິນ: ທອງຈັນ ວົງປັນຍາ.



