ເມືອງ ຕົ້ນເຜິ້ງ ປາຖະກາຖາວັນສາກົນ ເພື່ອລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ຄົບຮອບ 65 ປີ.

 

ວັນທີ 25 ພະຈິກ 2025 ນີ້, ຢູ່ທີ່ສະໂມສອນເມືອງ ຕົ້ນເຜິ້ງ, ແຂວງບໍ່ແກ້ວ ໄດ້ຈັດພິທີ ປາຖະກາຖາວັນສາກົນ ເພື່ອລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ຄົບຮອບ 65 ປີປາຖະກະຖາຫວນຄືນປະຫວັດຄວາມເປັນມາ ຂອງວັນສາກົນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ວັນທີ 25 ພະຈິກ ແລະ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 19 ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ຄໍາເພັງ ກຸມພົນ ຮອງປະທານຄະນະກໍາມະການ ປົກຄອງເມືອງ ປະທານກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກຂັ້ນເມືອງ, ມີທ່ານ ນາງ ສີອໍາໄພ ລໍຮຽມສິດ ກໍາມະການພັກເມືອງ ປະທານສະຫະພັນແມ່ຍິງເມືອງ, ມີບັນດາຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ມີທ່ານຫົວໜ້າ-ຮອງຫົວໜ້າຫ້ອງການ, ພະນັກງານລັດຖະກອນ ຕະຫຼອດຮອດສະມາຊິກສະຫະພັນແມ່ຍິງອ້ອມຂ້າງເມືອງເຂົ້າຮ່ວມ.

ທ່ານ ຄໍາເພັງ ກຸມພົນ ໄດ້ຂຶ້ນປາຖະກາຖາວັນສາກົນ ເພື່ອລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ຄົບຮອບ 65 ປີ ເພື່ອລະນຶກເຖິງວິລະກໍາຂອງ 3 ເອື້ອຍນ້ອງຊາວໂດມິນິກັນຄື: ນາງ ປຣາເຕຍ, ນາງ ມີແນວາ  ແລະ ນາງ ມາເຣຍ ເຕເຣຊາ, ເຊິ່ງເປັນນັກເຄື່ອນໄຫວທາງການເມືອງ ແລະ ເປັນສັນຍາລັກ ໃນການຕໍ່ຕ້ານລະບອບຜະເດັດການ ຂອງທຣູກີໂລ, ການຕໍ່ຕ້ານລະບອບຜະເດັດການ ໄດ້ສືບຕໍ່ເຄື່ອນໄຫວຢ່າງຕັ້ງໜ້າ ເພື່ອຮຽກຮ້ອງສິດສະເໝີພາບຈາກລະບອບການປົກຄອງເຮັດໃຫ້ພວກເຂົາຖືກຈັບກຸມຄຸມຂັງຫຼາຍຄັ້ງ, ຍ້ອນມີການເຄື່ອນໄຫວໃຕ້ດິນຕ້ານການປົກຄອງດັ່ງກ່າວຢ່າງຕໍ່ເນື່ອງ, ຮຸນແຮງ  ແລະ ເປັນຂະບວນກວ້າງຂວາງ, ມາຮອດວັນທີ 25 ພະຈິກ 1960  ສາມເອື້ອຍນ້ອງຕະກຸນ ມີຣາບານ ກໍ່ຖືກລອບຄາດຕະກໍາ, ສາມເອື້ອຍນ້ອງ ໄດ້ຖືກຍົກຍ້ອງວ່າເປັນ: ປຽບເໝືອນດັ່ງ “ ແມງກະເບື້ອທີ່ບໍ່ອາດຫລົງລືມໄດ້ ” ແລະ ກາຍເປັນສັນຍາລັກແຫ່ງການຕໍ່ຕ້ານການຕົກເປັນເຫຍື່ອຄວາມຮຸນແຮງ ຂອງແມ່ຍິງ, ເປັນສັນຍາລັກແຫ່ງການຕໍ່ສູ້ ຂອງປະຊາຊົນ ແລະ ການປະທ້ວງ ເພື່ອຮຽກຮ້ອງສິດທິຂອງແມ່ຍິງ, ຊີວິດແຫ່ງການຕໍ່ສູ້ຂອງສາມເອື້ອຍນ້ອງ ໄດ້ຖືກລະນຶກເຖິງຢູ່ໃນບົດກະວີ, ບົດກອນ, ບົດເພັງ, ປື້ມຕ່າງໆ, ຊີວິດ ແລະ ການເຄື່ອນໄຫວ ຂອງສາມເອື້ອຍນ້ອງຕະກູນ ມິຣາບານ ໄດ້ກາຍເປັນການປຸກລະດົມຈິດໃຈອັນແຮງກ້າ ໃຫ້ແມ່ຍິງທຸກຄົນ ບໍ່ສະເພາະແຕ່ຢູ່ພາຍໃນສາທາລະນະລັດ ໂດມິນິແກນ ເຊິ່ງຍັງລວມທັງແມ່ຍິງທຸກໆປະເທດ ຢູ່ໃນໂລກຕື່ມອີກ, ຈາກນັ້ນມາ ຂະບວນການເຄື່ອນໄຫວຕ້ານຄວາມຮຸນແຮງ ຕໍ່ແມ່ຍິງແມ່ນໄດ້ມີການເຄື່ອນໄຫວຢ່າງຕັ້ງໜ້າ, ຫຼາຍລະດັບ, ຫຼາຍຮູບແບບຢ່າງຕໍ່ເນື່ອງ ເພື່ອທວງສິດທິມະນຸດ ຂອງແມ່ຍິງ ຜ່ານລະບົບກົນໄກ, ການປະສານງານໃນລະດັບປະເທດ, ອະນຸພາກພື້ນ ແລະ ສາກົນ, ຜ່ານວັນສໍາຄັນສາກົນຕ່າງໆ, ຊຶ່ງກວມເອົາ 4 ວັນສໍາຄັນຄື: ວັນທີ 25 ພະຈິກ ເປັນວັນສາກົນຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ, ວັນທີ 1 ທັນວາ ເປັນວັນຕ້ານເອສ໌ ໃນທົ່ວໂລກ ແລະ ເປັນວັນຄົບຮອບການສັງຫານໝູ່ນັກສຶກສາວິສະວະກໍາຍິງ 14 ຄົນ ຢູ່ນະຄອນຫລວງ ມົງເຕອານລ໌ ປະເທດການາດາ, ສາເຫດທີ່ຖືກຄາດຕະກໍາ ຍ້ອນມີການເຄື່ອນໄຫວສະໜັບສະໜູນຮຽກຮ້ອງສິດທິ ຂອງແມ່ຍິງ, ອັນໄດ້ພາໃຫ້ກຸ່ມອາສາສະໝັກຊາຍຈໍານວນ 1.000.000 ຄົນ ທີ່ເຫັນຄວາມສໍາຄັນ ຂອງບັນຫາຄວາມຮຸນແຮງຕໍ່ແມ່ຍິງ ວ່າເປັນການລະເມີດສິດທິມະນຸດຂັ້ນພື້ນຖານອອກມາປະທ້ວງ ເພື່ອຄັດຄ້ານໃຫ້ຫຍຸດຕິການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງໃນທຸກຮູບແບບ. ທັງນີ້ ກໍ່ເພື່ອເປັນການຫວນຄືນປະຫວັດຄວາມເປັນມາ, ມູນເຊື້ອ ແລະ ຄວາມໝາຍຄວາມສໍາຄັນ ຂອງວັນສາກົນຢຸດຕິການໃຊ້ຄວາມຮູນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ເພື່ອເປັນການເຜີຍແຜ່ – ປຸກລະດົມ ໃຫ້ແມ່ຍິງ ແລະ ເດັກນ້ອຍ ມີສິດສະເໝີພາບ, ບຸກບືນສ້າງຕົນເອງ ເພື່ອກ້າວຂຶ້ນສູ່ການພັດທະ ນາດ້ານຫົວຄິດປະດິດສ້າງ, ຄວາມຮູ້ – ຄວາມສາມາດ ປະກອບສ່ວນສ້າງສາພັດທະນາປະເທດຊາດ ຄຽງບ່າຄຽງໄລ່ກັບເພດຊາຍໃຫ້ຫຼາຍຂຶ້ນ.

ໂອກາດດຽວກັນນີ້ ທ່ານ ນາງ ສີອໍາໄພ ລໍຮຽມສິດ ກໍາມະການພັກເມືອງ ປະທານສະຫະພັນແມ່ຍິງເມືອງ ໄດ້ຂຶ້ນຜ່ານ ສານຂອງທ່ານ ນາຍົກລົດຖະມົນຕີ ວ່າດ້ວຍການຈັດຕັ້ງປະຕິບັດ ເພື່ອຍຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ຈາກນັ້ນໃນຕອນທ້າຍພິທີ ຍັງໄດ້ມີການຈັດກິດຈະກໍາຖາມ-ຕອບ ຕື່ມອີກ. ພາບ-ຂ່າວ: ນ. ຈອມແສງ ແສນປະເສີດ.

ກວດ-ແກ້: ສ. ປັນຍາທອງ

ຈາກ: ຄະນະໂຄສະນາອົບຮົມເມືອງ ຕົ້ນເຜິ້ງ.

ແອດມິນ: ທອງຈັນ ວົງປັນຍາ.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa