ເມືອງເມິງ ແຂວງບໍ່ແກ້ວ ຈັດ ພິທີ ປ່ອນບັດ ເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V.

ໃນຕອນເຊົ້າຂອງວັນທີ 22 ກຸມພາ 2026 ນີ້, ເມືອງເມິງ ແຂວງບໍ່ແກ້ວ ໄດ້ຈັດພິທີ ປ່ອນບັດເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V  ໂດຍການເຂົ້າຮວມມີ ທ່ານ ຂັນທອງ ທໍາມະວົງ ຄະນະປະຈໍາາພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງ  ຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ທ່ານ ສີວິໄລ ສີແສນດີ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ຄະນະກໍາມະການເລືອກຕັ້ງຂັ້ນເມືອງ ແລະ ທ່ານ ນາງ ດວງ ໄຊຍະຫົງ ກໍາມະການພັກແຂວງ, ເລຂາຄະນະບໍລະຫານງານຊາວໜຸ່ມ ປປລາວ ແຂວງບໍ່ແກ້ວ ມີບັນດາ ທ່ານການນຳຂອງແຂວງ-ຂອງເມືອງ, ຄະນະຮັບຜິດຊອບການປ່ອນບັດຂອງເມືອງ ການຈັດຕັ້ງບ້ານ ແລະ ປະຊາຊົນຜູ້ມີສິດປ່ອນບັດເລືອກຕັ້ງເຂົ້າຮ່ວມ.

ໃນ ພິທີ ທ່ານ ນາງ ແກ້ວອຸດອນ ພັນມະຫາລາດ ກໍາມະການພັກເມືອງ, ຫົວໜ້າຫ້ອງການວັດທະນະທໍາ ແລະ ການທ່ອງທ່ຽວເມືອງ ຄະນະຮັບຜິດຊອບໄດ້ລາຍງານ ການກະກຽມຄວາມພ້ອມໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ເປັນສິດ ແລະ ໜ້າທີຂອງບັນດາ ທ່ານຕາມທີ່ໄດ້ກໍານົດໄວ້ໄນລັດຖະທຳມະນູນ ແຫ່ງ ສປປ ລາວ ແລະ ກົດໝາຍ ວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ  ຜົນລະເມືອງລາວຜູ້ທີ່ມີອາຍຸ 18 ປີຂື້ນໄປ ມີສິດປ່ອນບັດເລືອກຕັ້ງ ແລະ ຜູ້ມີອາຍຸແຕ່ 20 ປີຂື້ນໄປ ມີສິດສະໝັກຮັບເລືອກຕັ້ງ ແລະ ເພື່ອເສີມຂະຫຍາຍສິດປະຊາທິປະໄຕປະຊາຊົນ ເຂົ້າໃນການຄຸ້ມຄອງບໍລິຫານລັດ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກດ້ານຕ່າງໆໃຫ້ປະຊາຊົນ ໄດ້ນໍາໃຊ້ສິດປະຊາທິປະໄຕ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ, ເພື່ອເລືອກເອົາຕົວແທ່ນແຫ່ງສິດຜົນປະໂຫຍດອັນຊອບທຳຂອງປະຊາຊົນບັນດາເຜົ່າ ໃຫ້ສອດຄອງກັບຄວາມມຸງມາດປາດຖະນາຂອງຜູ້ມີສິດປ່ອນບັດເລືອກຕັ້ງ. ຈາກນັ້ນ ປະຊາຊົນຜູ້ມີສິດປ່ອນບັດເລືອກຕັ້ງໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຢ່າງເປັນຂະບວນກາຄຶກຄື້ນ ເພື່ອຮັບປະກັນເຮັດໃຫ້ການປ່ອນບັດບັນເລືອກຕັ້ງບັນລຸໄດ້ຕາມລະດັບຄາດໝາຍທີວາງໄວ້.

ພາບ- ຂ່າວ: ອຸ່ນຄໍາ ຂັນວາລິດ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa