


ວັນທີ 23 ຕຸລາ 2025, ທ່ານ ໂພເພັດ ບຸນທອງ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ໄດ້ເຜີຍແຜ່ກົດໝາຍວ່າດ້ວຍການປະກັນສັງຄົມ ຢູ່ທີ່ສະໂມສອນເມືອງເມິງ ແຂວງບໍ່ແກ້ວ, ມີພະນັກງານຫຼັກແຫຼງຂອງເມືອງ ເຂົ້າຮ່ວມ.
ທ່ານ ສີທະນູ ໃຈຍາວົງ ຫົວໜ້າຫ້ອງການປະກັນສັງຄົມແຂວງບໍ່ແກ້ວ ໄດ້ຂຶ້ນຜ່ານກົດໝາຍວ່າດ້ວຍການປະກັນສັງຄົມ ໂດຍປະຕິບັດຕາມ ລັດຖະບັນຍັດ ວ່າດ້ວຍການປັບປຸງ ມາດຕາ 34 ແລະ ມາດຕາ 38 ຂອງກົດໝາຍວ່າດ້ວຍການປະກັນສັງຄົມ ສະບັບເລກທີ 002/ປປທ ລົງວັນທີ 2 ມີຖຸນາ 2025 ມາດຕາ 34 ເງື່ອນໄຂຮັບການອຸດໜູນບໍານານ ເພດຊາຍ ແລະ ເພດຍິງ ຕ້ອງມີປີການ 25 ປີ ຂຶ້ນໄປ ແລະ ມີອາຍຸກະສຽນ 57-60 ປີ ຊາຍ, 55-60 ປີ, ສໍາລັບຜູ້ມີປີການ 23 ປີ ຂຶ້ນໄປ ແຕ່ບໍ່ເຖິງ 25 ປີ ສາມາດຮັບອຸດໜູນບໍານານໄດ້ ແຕ່ໃຫ້ລຸດອັດຕາສ່ວນຮ້ອຍອຸດໜູນບໍານານລົງໜຶ່ງສ່ວນຮ້ອຍ(1%)ຕໍ່ໜຶ່ງປີການທີ່ຫຼຸດ ສໍາລັບອາຍຸກະສຽນ ແລະ ປີການຂອງທະຫານ, ຕໍາຫຼວດ ໃຫ້ປະຕິບັດຕາມກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ແລະ ກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບ; ເຂົ້າການປະຕິວັດກ່ອນປີ 1975, ເສຍກໍາລັງແຮງງານປະເພດ 1-4, ເຮັດວຽກກັບທາດເບື່ອ, ເຄມີ ແລະ ສານພິດທີ່ເປັນອັນຕະລາຍຕໍ່ສຸຂະພາບແຕ່ 5 ປີຂຶ້ນໄປ ຕາມການຍັ້ງຢືນທາງການແພດ, ມີອາຍຸກະສຽນ 55 ປີຂຶ້ນໄປ ສໍາລັບເພດຊາຍ, 50 ປີຂຶ້ນໄປ, ສໍາລັບເພດຍິງ ແລະ ມີປີການແຕ່ 20 ປີຂຶ້ນໄປ ໃຫ້ຈັດຢູ່ໃນກຸ່ມຜູ້ຮັບບໍານານ ໄລຍະທີ 3; ເຮັດວຽກໃນລະບອບເກົ່າກ່ອນປີ 1975 ໃຫ້ຄິດໄລ່ປີການ 3 ປີໃດ ເທົ່າກັບ 1 ປີການ ແລະ ໃຫ້ຈັດເຂົ້າໃນໄລຍະທີ 2; ມີການຢັ້ງຢືນພັກຮັບບໍານານຢ່າງຖືກຕ້ອງ ຈາກຂະແໜງການທີ່ກ່ຽວຂ້ອງ ມາດຕາ 38 ການຄິດໄລເງິນອຸດໜູນເທື່ອດຽວ ຜູ້ບໍ່ຄົບເງື່ອນໄຂຮັບການອຸດໜູນບໍານານ ຈະໄດ້ຮັບເງິນອຸດໜູນເທື່ອດຽວ ເທົ່າກັບ 85% ຂອງເງິນປະກັນຕົນເດືອນສຸດທ້າຍ ຄູນ 1 ເດືອນເຄິ່ງ ແລະ ຄູນໃຫ້ຈໍານວນປີການຂອງຜູ້ກ່ຽວ.
ໂອກາດນີ້ ທ່ານ ໂພເພັດ ບຸນທອງ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ຍັງໄດ້ຮຽກຮ້ອງມາຍັງພາກສ່ວນທີ່ກ່ຽວຂ້ອງ ໃຫ້ນໍາເອົາເນື້ອໃນການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍການປະກັນສັງຄົມ ນໍາໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງ, ສອດຄ່ອງກັບແນວທາງນະໂຍບາຍ, ແນໃສຮັບປະກັນການຈັດຕັ້ງປະຕິບັດວຽກງານປະກັນສັງຄົມ ໃຫ້ມີຄວາມຄ່ອງຕົວ ແລະ ໃຫ້ທວງທັນຕາມກໍານົດເວລາ ທັງນີ້ກໍ່ເພຶ່ອຄວາມເປັນເອກະພາບ ເຮັດໃຫ້ພະນັກງານ-ລັດຖະກອນ ໄດ້ຮັບຮູ້ ແລະ ເຂົ້າໃຈ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ເຂັ້ມງວດ.
ຂ່າວ: ອຸ່ນຄໍາ ຂັນວາລິດ (ຄະນະໂຄສະນາອົບຮົມເມືອງເມິງ)
ແອດມິນ: ທອງຈັນ ວົງປັນຍາ (ຄະນະໂຄສະນາອົບຮົມແຂວງ ບໍ່ແກ້ວ)



