ເມືອງເມິງ ສໍາເລັດ ກອງຊຸມ ຄົບຄະນະບໍລິຫານງານພັກເມືອງ ເປີດກວ້າງ ຄັ້ງທີ V ສະໄໝທີ VIII ປີ 2025

ທ່ານ ສີວິໄລ ສີແສນດີ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ

ວັນທີ 8 ມັງກອນ 2026 ນີ້ ຢູ່ທີ່ສະໂມສອນຂອງເມືອງເມິງ ແຂວງບໍ່ແກ້ວ. ໄດ້ເປີດກອງປະຊຸມ ຄົບຄະນະບໍລິຫານງານພັກເມືອງ ເປີດກວ້າງ ຄັ້ງທີ V ສະໄໝທີ VIII ປີ2025 ໂດຍການເປັນປະທານຂອງ ທ່ານ ສີວິໄລ ສີແສນດີ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາທ່ານ ຄະນະບໍລິຫານງານພັກເມືອງ ສະໄໝທີ VIII, ຫົວໜ້າຫ້ອງການ-ຮອງຫ້ອງການ,ສອງກອງບັນຊາການ ປກຊ-ປກສ,ອໍານວຍການໂຮງຮຽນ-ໂຮງໝໍ, ລັດວິສາຫະກິດໄຟຟ້າ-ນໍ້າປະປາ ແລະ ທະນາຄານນະໂຍບາຍ, ຄະນະພັກຮາກຖານ ແລະ ພະນັກງານກໍ່ສ້າງຮາກຖານເຂົ້າຮ່ວມ.

ທ່ານ ຫຸມແກ້ວ ອ້ອຍແຂມທອງ ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດ ເມືອງ ໄດ້ຜ່ານບົດສະຫຼຸບວຽກງານຮອບດ້ານ ປີ 2025  ແລະ ທິດທາງແຜນການ ປີ 2026 ແລະ ບົດສະຫຼຸບວຽກງານປົກຄອງ ປີ 2025 ແລະ ທິດທາງແຜນການ ປີ 2026. ເຊິ່ງບົດສະຫຼຸບດັ່ງກ່າວໄດ້ຍົກໃຫ້ເຫັນດ້ານດີຜົນງານ, ດ້ານອ່ອນ ແລະ ຂໍ້ຄົງຄ້າງຈໍານວນໜຶ່ງງ ຜ່ານການຊີ້ນໍາ-ນໍາພາ ການຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດຕາມມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ VII, ກໍ່ຄືມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ ຄັ້ງທີ VIII. ຜ່ານມາແມ່ນໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ທັນແຖວພະນັກງານ, ລັດຖະກອນ, ສະມາຊິກພັກ, ທະຫານ-ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າຢ່າງເປັນປົກກະຕິ ແລະ ເຮັດແບບຕໍ່ເນື່ອງ ໃນທົ່ວເມືອງ ມີ 3 ຄະນະພັກຮາກຖານ, ມີ 60 ໜ່ວຍພັກ, ມີສະມາຊິກພັກທັງໝົດ 964 ສະຫາຍ, ຍິງ 276 ສະຫາຍ, ມີສະມາຊິກພັກສໍາຮອງ 27 ສະຫາຍ, ຍິງ 9 ສະຫາຍ; ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຍຸຕິທໍາ ແມ່ນໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຕາມພາລະບົດບາດ, ຂອບເຂດ, ສິດ ແລະ ໜ້າທີ ເອົາໃຈໃສ່ຈັດຕັ້ງລະບົບປະຈໍາການ ໄນການກຽມພ້ອມສູ້ຮົບຕະຫຼອດ 24 ຊົ່ວໂມງ ຕິດຕາມສະພາບຮອບດ້ານ ເຮັດໃຫ້ເມືອງເມິງ ມີຄວາມສະຫງົບໂດຍພຶ້ນຖານ ຕິດພັນກັບການສ້າງບ້ານປ້ອງກັນຊາດເຂັ້ມແຂງ, ສ້າງບ້ານປ້ອງກັນຄວາມສະຫງົບດີ ແລະ ສ່າງບ້ານແບບຢ່າງປະຕິບັດກົດໝາຍ; ດ້ານວຽກງານເສດຖະກິດ ວຽກງານການເງິນ ປະຕິບັດດ້ານລາຍຮັບໄດ້ 22 ຕື້ 403 ລ້ານກ່ວາກີບ, ເທົ່າກັບ 99% ເພີ່ມຂື້ນ13%, ລາຍຮັບພາຍໃນເມືອງ ປະຕິບັດໄດ້ 2 ຕື້້ 797 ລ້ານກວ່າກີບ, ເທົ່າກັບ 93% ເພີ່ມຂື້ນ 14%, ລາຍຈ່າຍປະຕິບັດໄດ້ 21 ຕື້ 762 ລ້ານກວ່າກີບ, ເທົ່າກັບ 97% ເພີ່ມຂື້ນ 11%; ດ້ານວຽກງານກະສິກໍາ ແລະ ສິງແວດລ້ອມ ໃນທົ່ວເມືອງການເກັບກ່ຽວຜົນຜະລິດເຂົ້ານາປີໄດ້ 4.713 ໂຕນ, ໃນເນື້ອທີ່ປູກເຂົ້າທັງໝົດ 1.228, 83 ເຮັກຕາ, ເຂົ້າໄຮປະຕິບັດໄດ້ 2.276 ໂຕນ ເທົ່າກັບ 99,22% ລຸດແຜນ 0,78%, ການຜະລິດພຶດກະສິກໍາເປັນສີນຄ້າ ແລະ ພືດຜັກ ຕ່າງໆ ເນື້ອທີ 21,39 ເຮັກຕາ, ມີ 236 ຄອບຄົວ, ສະເລ່ຍຜົນຜະລິດ 69,99 ໂຕນ; ວຽກງານອຸດສາຫະກໍາ ແລະ ການຄ້າ, ມູນຄ່າການຜະລິດອຸດສາຫະກໍາ ແລະ ຫັດຖະກຳ ປະຕິບັດໄດ້ 3 ຕື້ 282 ລ້ານກວ່າກີບ ທຽບໃສ່ການປະຕິບັດປີຜ່ານມາແມ່ນ ເພີ່ມຂຶ້ນ 4,08%, ມູນຄ່າຈໍລະຈອນສີນຄ້ານໍາເຂົ້າພາຍໃນເມືອງ ປະຕິບັດໄດ້ 12 ຕື້ 339 ລ້ານກວ່າກີບ, ເມື່ອທຽບໃສ່ປີຜ່ານມາ ຫຼຸດລົງ 3,56% ສາເຫດ: ຍ້ອນການນໍາໃຊ້ສິນຄ້າບາງລາຍການຫຼຸດລົງ ເປັນຕົ້ນວັດສະດຸກໍສ້າງ, ເຄື່ອງໃຊ້ສອຍຕ່າງ, ສິນຄ້າສົ່ງອອກ ປະຕິບັດໄດ້ 46 ຕື້ 691 ລ້ານກວ່າກີບ.  ທຽບໃສ່ການປະຕິບັດປີຜ່ານມາແມ່ນ ເພີ່ມຂຶ້ນ 19,43%, ເຊິ່ງສາມາດປະຕິບັດຄາດໝາຍສູ້ຊົນໄລຍະ 01 ປີຜ່ານມາເທົ່າກັບ 62 ຕື້ 313 ລ້ານກວ່າກີບ; ດ້ານວຽກງານຂົງເຂດວັດທະນະທໍາສັງຄົມ ໄດ້ນໍາພາ-ຊີ້ນໍາ ສຸມໃສ່ການປັບປຸງ, ຍົກສູງຄຸນນະພາບ ການຮຽນ-ການສອນໃຫ້ສູງຂຶ້ນ ອັດຕາເຂົ້າຮຽນ ປ.1 ປະຕິບັດໄດ້ 99,7% ລື່ນຄາດໝາຍ 0,03%, ອັດຕາປະລະປະຕິບັດໄດ້ 4,8% ທຽບໃສ່ຄາດໝາຍຂອງສະພາຮັບຮອງ 5.9% ລື່ນຄາດໝາຍ 1,1%, ອັດຕາປະລະການຮຽນຂອງນັກຮຽນຊັ້ນມັດທະຍົມຕອນຕົ້ນໄດ້ 8,8%, ລື່ນຄາດໝາຍ 0,65%, ຕອນປາຍໄດ້ 13,6% ລື່ນຄາດໝາຍ 1,88%, ທົ່ວເມືອງມີ ໂຮງຮຽນອະນຸບານ 26 ແຫ່ງ, ປະຖົມ 26 ແຫ່ງ, ມັດທະຍົມຕອນຕົ້ນ 5 ແຫ່ງ ແລະ ຕອນປາຍ 2 ແຫ່ງ ມີຄູ-ອາຈານ: 178 ຄົນ, ວຽກງານສາທາລະນະສຸກ, ໄດ້ສຸມໃສ່ການບໍລິການ ດ້ານສາທາລະນະສຸກ ໃຫ້ທົ່ວເຖິງທຸກເປົ້າໝາຍ, ຮັບປະກັນໃຫ້ປະຊາຊົນເຂົ້າເຖິງການບໍລິການດ້ານສາທາລະນະສຸກ; ລົງສັກຢາໄດ້ 28 ບ້ານ, ມີ 55 ຈຸດ, ໄດ້ລົງປະເມີນຄືນ ບ້ານສາທາລະນະສຸກແບບຢ່າງ ໄດ້ 1 ຄັ້ງ, ສໍາເລັດການສໍາຫຼວດ ອອກແບບ ນໍ້າລິນ ແລະ ເກັບກຳຂໍ້ມູນ ໄດ້ 10 ບ້ານ, ສຳເລັດໄປແລ້ວ 6 ບ້ານ, ໄດ້ຊຸກຍູ້ສົ່ງເສີມໃຫ້ຊຸມຊົນເປັນເຈົ້າການດ້ານສຸຂາອະນາໄມ ເປັນຕົ້ນແມ່ນການຊົມໃຊ້ນໍາລິນ, ນໍ້າປະປາ ນໍ້າສະອາດເຊີ່ງກວມເອົາ 95,1%, ອັດຕາການຊົມໃຊ້ວິດຖ່າຍກວມ 88,48%, ວຽກງານວັດທະນະທໍາ ແລະ ທ່ອງທ່ຽວ: ໄດ້ສໍາເລັດການປະເມີນຄອບຄົວວັດທະນະທຳທີ່ຍັງຕົກຄ້າງຢູ່ໃນບັນດາບ້ານທີ່ປະກາດຮັບຮອງເປັນບ້ານວັດທະນະທຳແລ້ວໄດ້ 335 ຄອບຄົວໃນ 07 ບ້ານ, ທົ່ວເມືອງມີຄອບຄົວວັດທະນະທໍາໃໝ່ 3,207 ຄອບຄົວ, ກວມເອົາ 87,01% ຂອງຄອບຄົວທົ່ວເມືອງ, ມີບ້ານວັດທະນະທໍາ 25 ບ້ານ ກວມເອົາ 89,28% ຂອງຈໍານວນບ້ານທັງໝົດທົ່ວເມືອງ; ອົງການແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ແມ່ນໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີຂອງຕົນດ້ວຍຄວາມຮັບຜິດຊອບສູງ, ເຕົ້າໂຮມຄວາມສາມັກ, ໃນການປຸກລະດົມຊັ້ນຄົນຕ່າງໆ ໃນການປະຕິບັດສອງໜ້າຍຸດທະສາດຄື: ປົກປັກຮັກສາແລະສ້າງສາພັດທະນາປະເທດຊາດ ຈາກນັ້ນໃນຄະນະບໍລິຫານງານພັກເມືອງ ໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນໃສ່ບົດສໍາຫຼວດຢ່າງກົງໄປມາ ເພື່ອເຮັດໃຫ້ບົດສະຫຼຸບມີເນື້ອໃນສົມບູນ, ຄົບຖວ້ນ ແລະ ເປັນເອກະພາບ ທັງເປັນການປັບປຸງວຽກງານທີ່ຍັງຄົງຂ້າງ ເພື່ອສືບຕໍ່ຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດໃນຕໍ່ໜ້າ.

ໂອກາດນິ້. ທາ່ນ ສີວິໄລ ສີແສນດີ ກໍາມະການພັກແຂວງ, ເລຂາພັກເມືອງ ໄດ້ມີຄໍາເຫັນເໜັ້ນໜັກໃຫ້ຄະນະພັກທຸກຂັ້ນໃຫ້ສືບຕໍ່ສຶກສາອົບຮົມ ດ້ານການເມືອງ – ແນວຄິດ ໃຫ້ແກ່ພະນັກງານລັດຖະ ກອນ, ສະມາຊິກພັກ, ທະຫານ, ຕໍາຫຼວດ, ຕະຫຼອດຮອດປະຊາຊົນບັນດາເຜົ່າ ໃຫ້ກວ້າງຂວາງ, ຕໍ່ເນື່ອງ ແລະ ເລິກເຊິ່ງກວ່າເກົ່າ, ເພິ່ມທະວີການນໍາພາຕໍ່ວຽກງານຂອງແຕ່ລະຂະແໜງການທີ່ໄດ້ຮັບຜິດຊອບ, ເພີ່ມທະວີຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕິດພັນກັບການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜັ້ນ, ເປັນເຈົ້າການໃນການ ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ຢູ່ພາຍໃນເມືອງໃຫ້ເດັດຂາດ, ເຂັ້ມງວດ ແລະ ທົ່ວເຖິງ, ຄະນະນໍາແຕ່ລະຂັ້ນ ໃຫ້ເປັນເຈົ້າການຄົ້ນຄວ້າ, ຫັນມະຕິ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ແລະ ທິດທາງແຜນການ ຫັນເອົາໂຄງການດໍາເນີນງານວິຊາສະເພາະລະອຽດຈະແຈ້ງຂອງແຕ່ລະຂະແໜງການຕົນ ແນ່ໃສ່ຮັບປະກັນດ້ານປະລິມານ ແລະ ຄຸນນະພາບໃຫ້ສູງຂື້ນກ່ວາເກົ່າ ເພຶ່ອເຮັດໃຫ້ເມືອງເມິງລຸດພົ້ນອອກຈາກຄວາມທຸກຍາກໄປເທື່ອລະກ້າວ.

ຂ່າວ: ອຸ່ນຄໍາ ຂັນວາລິດ.

ແອດມິນ: ທ ວົງປັນຍາ.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa