






ວັນທີ 24 ທັນວາ 2025, ເມືອງເມິງ ແຂວງບໍ່ແກ້ວ ໄດ້ສອບເສັງຄັດເລືອກນັກຮຽນເກັ່ງຂັ້ນເມືອງ ຊັ້ນປະຖົມສຶກສາ ປ.5 ແລະ ມັດທະຍົມສຶກສາ ມ.4 – ມ.7 ໂດຍການເປັນປະທານຂອງທ່ານ ສີວິໄລ ສີແສນດີ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາທ່ານຄະນະຮັບຜິດຊອບຂອງຂະແໜງການສຶກສາທິການ ແລະກິລາເມືອງ, ຕາງໜ້າແຕ່ລະກຸ່ມໂຮງຮຽນ ຕະຫຼອດຮອດນ້ອງນ້ອຍນັກຮຽນຕົວແທນແຕ່ລະໂຮງຮຽນເຂົ້າຮ່ວມ.
ໂດຍປະຕິບັດຕາມແຜນພັດທະນາການສຶກສາ ແລະ ກິລາປະຈໍາປີ 2025-2026 ຂອງເມືອງກໍ່ຄືຂອງແຂວງ ໃນການສອບເສັງຄັດເລືອກເອົານັກຮຽນເກັ່ງຂັ້ນເມືອງ ເພື່ອເປັນຕົວແທນສອບເສັງຄັດເລືອກນັກຮຽນເກັ່ງ ທີ່ຈະເປັນຕົວແທນເຂົ້າຮ່ວມສອບເສັງໃນຂັ້ນແຂວງ ແລະ ລະດັບປະເທດ. ທັງເປັນການເປີດຂະບວນການສອນດີ-ຮຽນເກັ່ງໃນແຕ່ລະໂຮງຮຽນໃຫ້ເປັນຂະບວນການຟົດຟື້ນ, ເຊິ່ງໃນການສອບເສັງທີ່ເມືອງເມິງໃນຄັ້ງນີ້ ມີນັກຮຽນເກັ່ງຊັ້ນ ປ5, ມ4 ແລະ ມ7 ເຂົ້າຮ່ວມສອບເສັງທັງໝົດ 43 ນ້ອງ, ຍິງ 20 ນ້ອງ ໃນນີ້ ຊັ້ນປະຖົມ ມີ 3 ວິຊາຄື: ວິຊາພາສາລາວ, ວິຊາຄະນິດສາດ ແລະ ວິທະຍາສາດ ແລະສິ່ງແວດລ້ອມ, ຊັ້ນມັດທະຍົມ ມ.4 ແລະ ມ.7 ມີ 4 ວິຊາຄື: ວິຊາຄະນິດສາດ, ວິຊາຟີຊິກສາດ, ວິຊາເຄມີສາດ ແລະ ວິຊາພາສາລາວ-ວັນນະຄະດີ. ຜ່ານການສອບເສັງສາມາດຄັດເລືອກໄດ້ນ້ອງນັກຮຽນທີ່ສອບເສັງໄດ້ ຊັ້ນປະຖົມສຶກສາ ປ.5 ວິຊາ: ພາສາລາວ ທີ 1 ນາງ ຂັນຄໍາ ມາຈາກໂຮງຮຽນຊຽງດາວ, ວິຊາ:ຄະນິດສາດ ທີ 1 ນາງ ປູຕຸ ມາຈາກໂຮງຮຽນປູງເລາະ, ວິຊາ:ວິທະຍາສາດ ແລະສິ່ງແວດລ້ອມ ທີ 1 ທ້າວ ຈັນທະນິນ ຈິດດາລາ ມາຈາກໂຮງຮຽນຊຽງດາວ, ຊັ້ນມັດທະຍົມສຶກສາ ມ.4 ວິຊາຄະນິດສາດ ທີ 1 ນາງ ອາລັນດາ ໄຊຍະວົງ ມາຈາກໂຮງຮຽນ ມສ ນໍ້າເມິງ, ວິຊາພາສາລາວ-ວັນນະຄະດີ ທີ 1 ນາງ ຈິນດາ ຈັນພາວົງ ມາຈາກໂຮງຮຽນ ມສ ນໍ້າເມິງ, ວິຊາເຄມີສາດ ທີ 1 ທ້າວ ລິວເຊີງຫາວ ລິວ ມາຈາກໂຮງຮຽນ ສມ ນໍ້າເມິງ, ວິຊາຟີຊິກສາດ ທີ 1 ນາງ ຫຼ້າແສງ ຈຸລານະ ມາຈາກໂຮງຮຽນ ມຕ ຫົວນໍ້າຄາ, ຊັ້ນ ມ.7 ວິຊາຄະນິດສາດ ທີ 1 ທ້າວ ຮົວຊົງ ມາຈາກໂຮງຮຽນ ມສ ນໍ້າຍູ້, ວິຊາພາສາລາວ-ວັນນະຄະດີ ທີ 1 ນາງ ສາຍລົມ ມາຈາກໂຮງຮຽນ ມສ ນໍ້າຍູ້, ວິຊາເຄມີສາດ ທີ 1 ນາງ ຕຸລາພອນ ລໍວັນສາຍ ມາຈາກໂຮງຮຽນ ມສ ນໍ້າເມິງ, ວິຊາຟີຊິກສາດ ທີ 1 ນາງ ຟູວາງຢຸ້ຍ ຟູ ມາຈາກໂຮງຮຽນ ມສ ນໍ້າຍູ້ ທີ 1 ແມ່ນຈະໄດ້ເປັນຕົວແທນນັກຮຽນເກັງເຂົ້າຮ່ວມສອບເສັງໃນຂັ້ນແຂວງ ແລະລະດັບປະເທດ.
ໃນໂອກາດດັ່ງກ່າວນີ້ ທ່ານ ສິວິໄລ ສີແສນດີ ກໍາມະການພັກແຂວງ ເລຂາພັກເມືອງ ກໍ່ໄດ້ໂອ້ລົມຕໍ່ຄູ-ອາຈານ ແລະ ນ້ອງນ້ອຍນັກຮຽນຈົ່ງເປັນເຈົ້າການ ເອົາໃຈໃສ່ໃນການຮຽນ-ການສອນໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ, ໝັ່ນຝຶກຝົນຫຼໍ່ຫຼອມຕົນເອງໂດຍການຊອກຮູ້ຮໍ່າຮຽນເອົາບົດຮຽນຈາກໝູ່ເພື່ອນ, ພໍ່ແມ່ ແລະ ຄູອາຈານ ເພື່ອພັດທະນາຕົນເອງໃຫ້ກາຍເປັນຜູ້ທີ່ມີຄວາມຮູ້ຄວາມສາມາດໃນອະນາຄົດ, ກາຍເປັນຕົວແບບໃຫ້ແກ່ໝູ່ເພື່ອນ ແລະ ມະຫາຊົນ ແລະ ກາຍເປັນຜູ້ສືບທອດພາລະກິດຂອງຊາດໃນອານາຄົດ.
ພາບ-ຂ່າວ: ອຸ່ນຄໍາ ຂັນວາລິດ.
ແອດມິນ: ທອງຈັນ ວົງປັນຍາ.



