



ຕອນບາຍຂອງວັນທີ 24 ທັນວາ 2025 ນິ້. ຢູ່ທີ່ສະໂມສອນກອງບັນຊາການ ປກສ ເມືອງເມິງ ແຂວງບໍ່ແກ້ວ ໄດ້ຈັດ ພິທີ ມອບ-ຮັບ ໜ້າທີ່ຫົວໜ້າຫ້ອງວ່າການເມືອງ, ປະທານແນວລາວສ້າງຊາດເມືອງ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ສີວິໄລ ສີແສນດີ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາທ່ານຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ ຕະຫຼອດຮອດພະນັກງານພາຍໃນຫ້ອງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ແສງແກ້ວ ບຸນຍາວົງ ຮອງຫົວໜ້າຄະນະຈັດຕັ້ງເມືອງ, ໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກເມືອງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ເລຂາໜ່ວຍພັກຄະນະກວດກາພັກ-ລັດ, ເລຂາໜ່ວຍພັກຫ້ອງວ່າການເມືອງ ແລະ ເລຂາໜ່ວຍພັກແນວລາວສ້າງຊາດ ເຫັນດີບົ່ງຕົວແຕ່ງຕັ້ງ ສະຫາຍ ຫຸມແກ້ວ ອ້ອຍແຂມທອງ ຕໍາແໜ່ງພັກ: ຮອງເລຂາພັກເມືອງ, ຕໍາແໜ່ງລັດ: ປະທານກວດກາພັກ-ລັດເມືອງ ເປັນເລຂາໜ່ວຍພັກຄະນະກວດກາພັກ-ລັດເມືອງ ສະຫາຍ ນິລະພົບ ທອງສະຫວັດ ຕໍາແໜ່ງພັກ: ກໍາມະການປະຈໍາພັກເມືອງ, ຕໍາແໜ່ງລັດ: ປະທານແນວລາວສ້າງຊາດເມືອງ ເປັນເລຂາໜ່ວຍພັກແນວລາວສ້າງຊາດເມືອງ ແລະ ສະຫາຍ ນິຍົມ ຄໍາພາ ຕໍາແໜ່ງພັກ: ກໍາມະການພັກເມືອງ, ຕໍາແໜ່ງລັດ: ຫົວໜ້າຫ້ອງວ່າການເມືອງ ເປັນເລຂາໜ່ວຍພັກຫ້ອງວ່າການເມືອງ ຈາກນັ້ນ ທ່ານ ຫຸມແກ້ວ ອ້ອຍແຂມທອງ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ ໄດ້ຜ່ານບົດບັນທຶກມອບຮັບວຽກງານອົງການຈັດຕັ້ງມະຫາຊົນ ແລະ ທ່ານ ນິລະພົບ ທອງສະຫວັດ ຄະນະປະຈໍາພັກເມືອງ ໄດ້ຜ່ານບົດບັນທຶກວຽກງານຂອງຫ້ອງວ່າການເມືອງ ແລະ ໃນພິຍັງໄດ້ເຊັ່ນບົດບັນທຶກມອບ-ຮັບ ໜ້າທີ່ວຽກງານອົງການຈັດຕັ້ງມະຫາຊົນ, ມອບ-ຮັບໜ້າທີ່ປະທານແນວລາວສ້າງຊາດເມືອງ, ມອບ-ຮັບໜ້າທີ່ຫົວໜ້າຫ້ອງວ່າການເມືອງ ແລະ ມອບ-ຮັບວຽກງານສະຖິຕິແຜນການ ແລະການລົງທືນ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ຢ່າງເປັນທາງການ.
ໂອກາດນິ້. ທ່ານ ສີວິໄລ ສີແສນດີ ກໍາມະການພັກແຂວງ ເລຂາພັກເມືອງ, ໄດ້ມີຄໍາເຫັນໂອ້ລົມເນັ້ນໜັກຫຼາຍບັນຫາ ໃຫ້ບັນດາທ່ານທີ່ຮັບໜ້າທີ່ໃໝ່ ຈົ່ງຍົກສູງພາລະບົດບາດການຊີ້ນໍາ-ນໍາພາຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ, ໃຫ້ແກ່ຖັນແຖວພະນັກງານ-ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ສືບຕໍ່ປັບປຸງແບບແຜນວິທີການນໍາພາ ແລະ ແບບແຜນວິທີເຮັດວຽກ, ເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ແໜັ້ນແຟ້ນ, ສືບຕໍ່ຈັດຕັ້ງປະຕິບັດຕາມແຜນການທີ່ໄດ້ວາງອອກປະກົດຜົນເປັນຈິ່ງ ສືບຕໍ່ເຂົ້າຮ່ວມຂະບວນການຕ່າງໆໃຫ້ເປັນຂະບວນການກວ້າງຂວາງ ແລະ ພ້ອມກັນສະກັດກັ້ນບັນຫາປະກົດຫຍໍ້ທໍ້ຕ່າງໆໃນສັງຄົມໃຫ້ນັບມື້ນັບຫຼຸດໜ້ອຍຖອຍລົງເທື່ອລະກ້າວ.
ຂ່າວ: ອຸ່ນຄໍາ ຂັນວາລິດ
ແອດມິນ: ທອງຈັນ ວົງປັນຍາ.



