
ທ່ານ ພົ.ວ ແປ້ນຄໍາ ບຸດຈັນແພງ ເລຂາຄະນະບໍລິຫານງານພັກແຂວງ ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ

ທ່ານ ນາງ ດາວ ໄຊເສດຖາ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ



ວັນທີ 3 ທັນວາ 2025 ນິ້. ຢູ່ທີ່ສະໂມສອນເມືອງເມິງ ແຂວງບໍ່ແກ້ວ ໄດ້ຈັດ ພິທີ ມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໃຫ້ກຽດເຂົ້າຮ່ວມໂດຍມີ ທ່ານ ພົ.ວ ແປ້ນຄໍາ ບຸດຈັນແພງ ເລຂາຄະນະບໍລິຫານງານພັກແຂວງ ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ, ມີບັນດາ ຫົວໜ້າ ພະແນກການທີ່ກ່ຽວຂ້ອງ ຂອງແຂວງ, ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ສອງກອງບັນຊາການ ປກຊ-ປກສ, ອໍານວຍການໂຮງຮຽນ-ໂຮງໝໍ, ຄະນະພັກຮາກຖານ, ອົງການປົກຄອງບ້ານ ແລະ ພະນັກງານລັດຖະກອນອ້ອມຂ້າງເມືອງເຂົ້າຮ່ວມ.
ທ່ານ ນາງ ດາວ ໄຊເສດຖາ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ໄດ້ຜ່ານມະຕິຕົກລົງ ສະບັບ ເລກທີ 1070/ຄປພຂ.ບກ ວ່າດ້ວຍການຍົກຍ້າຍ ເລຂາຄະນະບໍລິຫານງານພັກເມືອງເມິງ ເຫັນດີຍົກຍ້າຍ ທ່ານ ຄໍາແສງ ສຸລີຍະວົງ ກໍາມະການປະຈໍາພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງເມິງ, ມາປະຈໍາການຢູ່ຫ້ອງວ່າການແຂວງບໍ່ແກ້ວ, ຜ່ານມະຕິຕົກລົງສະບັບເລກທີ 1064/ຄປພຂ.ບກ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ເລຂາຄະນະບໍລີຫານງານພັກເມືອງເມິງ ເຫັນດີບົ່ງຕົວແຕ່ງຕັ້ງ ທ່ານ ສີວິໄລ ສີແສນດີ ກໍາມະການພັກແຂວງ ເປັນເລຂາຄະນະບໍລິຫານງານພັກເມືອງເມິງ; ຜ່ານມະຕິຕົກລົງ ສະບັບເລກທີ 1066/ຄປພຂ.ບກ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ປະທານກວດກາພັກເມືອງເມິງ ເຫັນດີບົ່ງຕົວແຕ່ງຕັ້ງ ທ່ານ ຫຸມແກ້ວ ອ້ອຍແຂມທອງ ຮອງເລຂາຄະນະບໍລິຫານງານພັກເມືອງ ເປັນປະທານກວດກາພັກເມືອງເມິງ, ມະຕິຕົກລົງ ສະບັບເລກທີ 1063/ຄປພຂ.ບກ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ກໍາມະການປະຈໍາພັກເມືອງ ເຫັນດີບົ່ງຕົວແຕ່ງຕັ້ງ ທ່ານ ນິລະພົບ ທອງສະຫວັດ ກໍາມະການພັກເມືອງເມິງ ຂຶ້ນເປັນກໍາມະການປະຈໍາພັກເມືອງເມິງ ແລະ ຜ່ານຂໍ້ຕົກລົງ ສະບັບເລກທີ 1413/ບກ ວ່າດ້ວຍການຍົກຍ້າຍພະນັກງານນໍາພາ-ຄຸ້ມຄອງ ມາປະຈໍາການຢູ່ຫ້ອງວ່າການແຂວງ ຍົກຍ້າຍ ທ່ານ ສົມນຶກ ອິນທະພົມ ຄະນະປະຂໍາພັກເມືອງ ປະທານຄະນະກວດກາພັກ-ລັດເມືອງເມິງ ມາປະຈໍາການຢູ່ຫ້ອງວ່າການແຂວງ.
ທ່ານ ສິວິໄລ ສີຫາລາດ ຄະນະປະຈໍາພັກເມືອງ, ຮອງປະທານຄະນະກໍາມະການປົກຄອງເມືອງ ໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 519/ຈມ.ມມ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງດໍາລົງຕໍາແໜ່ງບໍລິຫານ ເຫັນດີຍົກຍ້າຍ ທ່ານ ນິລະພົບ ທອງສະຫວັດ ຕໍາແໜ່ງພັກ: ກໍາມະການປະຈໍາພັກເມືອງ, ຕໍາແໜ່ງລັດ: ຫົວໜ້າຫ້ອງວ່າການເມືອງ, ໄປປະຈໍາການຢູ່ແນວລາວສ້າງຊາດເມືອງ ແຕ່ງຕັ້ງເປັນປະທານແນວລາວສ້າງຊາດເມືອງ ດໍາລົງຕໍາແໜ່ງປະເພດ III ຕາມດໍາລັດ 203 ຂອງລັດຖະບານ ແລະ ຜ່ານຂໍ້ຕົກລົງ ສະບັບເລກທີ 518/ຈມ.ມມ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານດໍາລົງຕໍາແໜ່ງບໍລິຫານ ເຫັນດີຍໄກຍ້າຍ ທ່ານ ນິຍົມ ຄໍາພາ ຕໍາແໜ່ງພັກກໍາມະການພັກເມືອງ, ຕໍາແໜ່ງລັດ: ຮອງຫົວໜ້າຫ້ອງການ ການເງິນເມືອງ ໄປປະຈໍາການຢູ່ຫ້ອງວ່າການເມືອງ, ແຕ່ງຕັ້ງເປັນຫົວໜ້າຫ້ອງວ່າການເມືອງ ດໍາລົງຕໍາແໜ່ງປະເພດ IV ຕາມດໍາລັດ203 ຂອງລັດຖະບານ ໃນພິທີ ທ່ານ ຄໍາແສງ ສຸລິຍະວົງ ກໍາມະການປະຈໍາພັກແຂວງ, ເລຂາພັກເມືອງຜູ້ເກົ່າ ໄດ້ຜ່ານບົດສະຫຼຸບໂດຍຫຍໍ້ໃນການຈັດຕັ້ງປະຕິບັດວຽກງານຮອບດ້ານພາຍໃນເມືອງ ຕະຫຼອດໄລຍະທີຜ່ານມາແມ່ນໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ທັນແຖວພະນັກງານ,ລັດຖະກອນ, ສະມາຊິກພັກ, ທະຫານ-ຕໍາຫຼວດ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າຢ່າງເປັນປົກກະຕິ ດ້ວຍການຈັດຕັ້ງເຜີຍແຜ່, ເຊື່ອມຊຶມ, ປາຖະກະຖາເລົ່າມູນເຊື້ອວັນສໍາຄັນປະຫວັດສາດຕ່າງໆຂອງຊາດ, ຂອງພັກ ແລະ ໄດ້ເຮັດໃຫ້ເມືອງເມິງມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມປອດໄພ; ການພັດທະນາເສດຖະກິດ – ສັງຄົມໄດ້ມີທ່າຂະຫຍາຍຕົວກ້າວຂຶ້ນຢ່າງຕໍ່ເນື່ອງ ແລະ ໃນພິຍັງໄດ້ເຊັ່ນບົດບັນທຶກມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງເມິງ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ຢ່າງເປັນທາງການ.
ໂອກາດນິ້. ທ່ານ ພົ.ວ ແປ້ນຄໍາ ບຸດຈັນແພງ ເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງບໍ່ແກ້ວ, ໄດ້ມີຄໍາເຫັນໂອ້ລົມເນັ້ນໜັກຫຼາຍບັນຫາ ໃຫ້ເລຂາພັກເມືອງຜູ້ໃໝ່ ຈົ່ງຍົກສູງພາລະບົດບາດການຊີ້ນໍາ-ນໍາພາຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ, ໃຫ້ແກ່ຖັນແຖວພະນັກງານ-ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ສືບຕໍ່ປັບປຸງແບບແຜນວິທີການນໍາພາ ແລະ ແບບແຜນວິທີເຮັດວຽກ, ເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ແໜັ້ນແຟ້ນ, ສືບຕໍ່ຈັດຕັ້ງປະຕິບັດຕາມແຜນຈຸດສຸມຂອງເມືອງທີ່ໄດ້ວາງອອກ ສືບຕໍ່ສະໜອງເນື້ອທີທໍາການຜະລິດໃຫ້ແກ່ປະຊາຊົນບັນດາຜົ່າ ເຂົ້າໃນການປູກ-ການລ້ຽງ ໃຫ້ເປັນຂະບວນກວ້າງຂວາງ ແລະ ສ້າງໃຫ້ໄດ້ຄອບຄົວຕົວແບບໃນດ້ານຕ່າງໆ ເພຶ່ອໃຫ້ກາຍເປັນສິນຄ້າສົ່ງອອກໃຫ້ນັບມື້ນັບຫຼາຍຂຶ້ນ ແລະ ໃຫ້ເອົາໃຈໃສ່ຕໍ່ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ເປັນຕົ້ນປັບປຸງປ້ອງກັນກອງຫຼອນບ້ານ ໃນການປ້ອງກັນເວນຍາມເພຶ່ອສະກັດກັ້ນບັນຫາປະກົດຫຍໍ້ທໍ້ຕ່າງໆໃນສັງຄົມໃຫ້ນັບມື້ນັບຫຼຸດໜ້ອຍຖອຍລົງເທື່ອລະກ້າວ ເຮັດໃຫ້ເມືອງເມິງ ກໍ່ຄືແຂວງບໍ່ແກ້ວ ໃຫ້ມີຄວາມສະຫງົບປອດໄພ.
ຂ່າວ: ອຸ່ນຄໍາ ຂັນວາລິດ
ແອດມິນ: ທອງຈັນ ວົງປັນຍາ



