



ເມືອງເມິງ, ແຂວງບໍ່ແກ້ວ ຈັດພິທີປາຖະກະຖາ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ແລະລະນຶກວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກນ້ອຍ ຄົບຮອບ 65 ປີ ໃນວັນທີ 25 ພະຈິກ 2025 ນີ້ ທີສະໂມ ສອນຂອງເມືອງ ໂດຍການເປັນປະທານ ຂອງທ່ານ ວັນນາ ຄໍາສີປະເສີດ ຮອງເລຂາພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງ ມີບັນດາທ່ານ ຄະນະບໍລິຫານງານພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ທະຫານ – ຕໍາຫຼວດ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ
ໃນພິທີ ທ່ານ ສີວິໄລ ສີຫາລາດ ຄະນະປະຈໍາພັກເມືອງ ຮອງປະທານຄະນະກໍາມະການປົກຄອງເມືອງ ໄດ້ລະນຶກເຖິງວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກນ້ອຍ ທັງນີ້ເພື່ອລະນຶກເຖິງວິລະກໍາຂອງສາມເອື້ອຍນ້ອງ ຕະກຸນ ມີຣາບານ (Mirabal) ຈາກສາທາລະນະລັດໂດມີນີແກນ ທີ່ຖືກລອບຄາດຕະກໍາຢ່າງໂຫດຮ້າຍປ່າເຖື່ອນໃນປີ 1960, ສາມເອື້ອຍນ້ອງ ໄດ້ຖືກຍົກຍ້ອງວ່າເປັນ “ແມງກະເບື້ອທີ່ຫຼົງບໍ່ອາດລືມໄດ້” ແລະ ກາຍເປັນສັນຍາລັກ ແຫ່ງການຕໍ່ຕ້ານການຕົກເປັນເຫຍື່ອຄວາມຮຸນແຮງຂອງແມ່ຍິງ, ກາຍເປັນສັນຍາລັກແຫ່ງການຕໍ່ສູ້ຂອງປະຊາຊົນ ແລະ ການປະທ້ວງເພື່ອຮຽກຮ້ອງສິດທິຂອງແມ່ຍິງ. ປີ 1993 ກອງປະຊຸມໂລກ ກ່ຽວກັບ ສິດທິມະນຸດ ທີ່ນະຄອນຫຼວງວຽນນາ ໄດ້ເປັນການ ປູກລະດົມຢ່າງເປັນລະບົບກວ້າງຂວາງໃນຂອບເຂດທົ່ວໂລກ ເພື່ອເປັນການຢືນຢັນຄືນກ່ຽວກັບ ສິດທິແມ່ຍິງ ວ່າເປັນສິດທິມະນຸດ. ພ້ອມດຽວກັນນີ້ ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ໄດ້ມີມະຕິ 48/104, ລົງວັນທີ 20 ທັນວາ 1993 ຮັບຮອງເອົາຖະແຫຼງການ ວ່າດ້ວຍການລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ. ມາຮອດ ປີ 1999 ກອງປະຊຸມຄັ້ງທີ 83 ຂອງສະມັດຊາໃຫຍ່ ຈຶ່ງໄດ້ປະກາດຮັບ ຮອງເອົາຍຸດຕິກ່ຽວກັບ ວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ຢ່າງເປັນທາງການທັງເປັນການປຸກລະດົມໃຫ້ທຸກຮຸ່ນຄົນໃນທົ່ວສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງວ່າ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງເປັນການລ່ວງລະເມີດສິດທິມະນຸດຂັ້ນພື້ນຖານຂອງ ແມ່ຍິງ ແລະ ເດັກຍິງ, ສ້າງຈິດສຳນຶກໃຫ້ທຸກຄົນທຸກພາກສ່ວນ ພ້ອມກັນສົ່ງເສີມ ແລະ ປະຕິບັດສິດສະເໝີພາບຍິງ-ຊາຍ, ກ້າວໄປເຖິງໃຫ້ທຸກຄົນໃນທົ່ວສັງຄົມ ເຄົາລົບນັບຖື ໃຫ້ກຽດເຊິ່ງກັນ ແລະ ກັນ ບໍ່ມີການຈຳແນກຕໍ່ແມ່ຍິງ, ເຮັດໃຫ້ທັງຍິງ-ຊາຍ, ເດັກຍິງ ແລະ ເດັກຊາຍ ມີສິດສະເໝີ ພາບເທົ່າທຽມກັນໃນການດຳລົງຊີວິດ ແລະ ເຄື່ອນໄຫວຢ່າງມີກຽດສັກສີ
ຈາກນັ້ນທ່ານ ວັນນາ ຄໍາສີປະເສີດ ໄດ້ເລົ່າຄືນເຖິງມູນເຊື້ອອັນພິລະອາດຫານ ຂອງປະຊາຊົນລາວບັນດາເຜົ່າ ແລະ ຄວາມສໍາຄັນຂອງວັນຊາດທີ 2 ທັນວາ, ເຊິ່ງໃນເມື່ອກ່ອນລາວເຮົາໄດ້ຕົກເປັນຫົວເມືອງຂຶ້ນ ຂອງພວກສັກດີນາ ແລະ ຈັກກະພັດຕ່າງດ້າວ ທີ່ຜັດປ່ຽນກັນເຂົ້າມາຮຸກຮານ – ກົດຂີ່ຂູດຮີດ ແລະ ເຂັນຂ້າປະຊາຊົນລາວບັນດາເຜົ່າ ຜູ້ບໍລິສຸດເປັນເວລາຫຼາຍຮ້ອຍປີ, ໂດຍການກະທໍາອັນໂຮດຮ້າຍປ່າເຖື່ອນຂອງພວກເຂົານັ້ນ ມັນໄດ້ເຮັດໃຫ້ປະຊາຊົນລາວຕົກທຸກໄດ້ຍາກ, ທຸກທໍລະມານຢ່າງແສນສາຫັດ ແລະ ລົ້ມຫາຍຕາຍຈາກ, ຄອບຄົວແຕ່ກແຍກ ຈົນບໍ່ອາດຈະພັນລະນາໄດ້; ແຕ່ດ້ວຍຄວາມທີ່ມີຈິດໃຈຮັກຊາດ, ຮັກບ້ານເກີດເມືອງນອນຂອງຕົນ ໂດຍບໍ່ຍອມຈໍານົນຕໍ່ສັດຕູ, ປະຊາຊົນລາວບັນດາເຜົ່າ ໄດ້ພ້ອມກັນລຸກຂຶ້ນຕໍ່ສູ້ກູ້ຊາດ ຕ້ານພວກສັກດີນາ ແລະ ພວກລ່າເມືອງຂຶ້ນ ຍອມເສຍສະລະຊີວິດເລືອດເນື້ອ ເພື່ອກອບກູ້ເອົາປະເທດຊາດ ອອກຈາກແອກຄອບຄອງ ຂອງສັກດີນາ ແລະ ຈັກກະພັດຕ່າງດ້າວ. ມາເຖິງປີ 1930 ພັກຄອມມູນິດອິນດູຈີນໄດ້ຮັບການສ້າງຕັ້ງຂຶ້ນ ແລະ ໄດ້ນໍາພາການຕໍ່ສູ້ດ້ວຍແນວທາງອັນຖືກຕ້ອງ; ມາເຖິງປີ 1955 ພັກປະຊາຊົນ ປະຕິວັດລາວ ໄດ້ສ້າງຕັ້ງຂຶ້ນ ແລະ ໄດ້ນໍາພາປະຊາຊົນລາວບັນດາເຜົ່າ ຕໍ່ສູ້ຕ້ານພວກຈັກກະພັດ ແລະ ພວກລູກແຫຼ້ງຕີນມືຂາຍຊາດ, ຂະບວນການຕໍ່ສູ້ ແມ່ນໄດ້ດໍາເນີນໄປຢ່າງດຸເດືອດເຂັ້ມແຂງ ສາມາດຕີຊະນະສັດຕູໄດ້ຢ່າງຕໍ່ເນື່ອງ, ເຮັດໃຫ້ພວກຈັກກະພັດຖືກປາລາໄຊ ແລະ ໄດ້ສະຖາປະນາລະບອບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຂຶ້ນຢ່າງສະຫງ່າຜ່າເຜີຍ, ເຊິ່ງໄຊຊະນະດັ່ງກ່າວ ມັນໄດ້ເປັນຂີດໝາຍແຫ່ງປະຫວັດສາດ ທີ່ສາມາດປະກາດໃຫ້ຊາວໂລກໄດ້ຮັບຮູ້ເຖິງຄວາມເປັນເອກະລາດ-ອໍານາດ-ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດລາວຢ່າງແທ້ຈິງ ເຮັດໃຫ້ປະເທດລາວກ້າວສູ່ການພັດທະນາ ປະຊາຊົນລາວມີສິດເສລີພາບ ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິ່ງ ໂດຍພາຍໃຕ້ການນໍາພາອັນປີຊາສາມາດຂອງພັກປະຊາຊົນ ປະຕິວັດລາວ; ພ້ອມກັນນີ້ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງ ປະຫວັດມູນເຊື້ອ ຂອງປະທານ ໄກສອນ ພົມວິຫານ, ອາດີດຜູ້ນໍາທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ; ປະທານ ໄກສອນ ພົມວິຫານ ແມ່ນນັກຮັກຊາດຜູ້ຍິິ່ງໃຫຍ່, ແມ່ນລູກ ຜູ້ປະເສີດ ຂອງປະຊາຊົນລາວບັນດາເຜົ່າ, ແມ່ນນັກປະຕິວັດຜູ້ດີເລີດ, ເພິິ່ນເປັນຜູ້ນໍາສູງສຸດ ຂອງການປະຕິວັດລາວ ທີິ່ມີຄວາມປີຊາສາມາດ, ມີຄວາມສະຫຼາດຫຼັກແຫຼມ, ມີໄຫວພິບອັນແຫຼມຄົມ ແລະ ມີນໍ້າໃຈຕໍ່ສູ້ເດັດດ່ຽວໜຽວແໜ້ນ.
ມາຮອດປັດຈຸບັນໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍ່ຄືພັດທະນາເມືອງເມິງ ເຮັດໃຫ້ເມືອງເມິງ ມີສະຖຽນລະພາບທາງດ້ານການເມືອງໜັກແໜັ້ນ, ສັງຄົມມີຄວາມສະຫງົບປອດໄພ, ເສດຖະກິດສັງຄົມມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່ານັບມື້ນັບດີຂຶ້ນ ແລະ ລຸດພຸ້ນອອກຈາກສະຖານະພາບດ້ອຍພັດທະນາເປັນກ້າວໆ
ພາບ-ຂ່າວ: ອຸ່ນຄໍາ ຂັນວາລິດ
ແອດມິນ: ທອງຈັນ ວົງປັນຍາ



