ທ່ານ ພົ.ວ. ແປ້ນຄໍາ ບຸດຈັນແພງ ເລຂາພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ
ທ່ານ ຄໍາແສງ ສຸລິຍະວົງ ກໍາມະການພັກແຂວງ
ເມືອງເມິງ ຈັດພິທີປະກາດແຕ່ງຕັ້ງ ປະທານ-ຮອງປະທານ ຄະນະກໍາມະການປົກຄອງເມືອງ. ໂດຍ ການເປັນປະທານຂອງ ທ່ານ ພົ.ວ. ແປ້ນຄໍາ ບຸດຈັນແພງ ເລຂາພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ, ມີບັນດາທ່ານຄະນະປະຈໍາ, ກໍາມະການພັກແຂວງ, ເມືອງ, ຄະນະຮັບຜິດຊອບຂັ້ນແຂວງ, ອະດີດພະນັກງານການນໍາເມືອງ ພະນັກງານອາວຸໂສບໍານານ, ຫົວໜ້າ-ຮອງຫົວໜ້າຫ້ອງການ, 2 ກອງບັນຊາການທະຫານ-ຕໍາຫຼວດ ແລະພາກສ່ວນກ່ຽວຂ້ອງພາຍໃນເມືອງ ເຂົ້າຮ່ວມ ໃນວັນທີ 2 ກັນຍາ 2025 ນີ້
ໃນພິທີ ທ່ານ ຄໍາແສງ ສຸລິຍະວົງ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ໄດ້ຜ່ານບົດລາຍງານ ການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງເມືອງ ແລະເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງ ເມືອງ ພ້ອມທັງສ້າງຂະບວນການຄໍານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ່ VII ຂອງອົງຄະນະພັກແຂວງບໍ່ແກ້ວ. ຈາກນັ້ນ, ທ່ານ ສິນໄຊ ສິລິປັນຍາ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ແຂວງບໍ່ແກ້ວ ເລກທີ່ 1018/ບກ, ລົງວັນທີ 29 ສິງຫາ 2025 ວ່າດ້ວຍການແຕ່ງຕັ້ງ ປະທານ, ຮອງປະທານ ຄະນະກໍາມະການປົກຄອງເມືອງ ເມິງ; ເຈົ້າແຂວງ ຕົກລົງແຕ່ງຕັ້ງ ທ່ານ ວັນນາ ຄໍາສີປະເສີດ ຮອງເລຂາພັກເມືອງ ເປັນປະທານຄະນະກໍາມະການປົກຄອງເມືອງ, ແຕ່ງຕັ້ງ ທ່ານ ສີວິໄລ ສີຫາລາດ ແລະ ທ່ານ ສົມບັດ ຄັດຕິຍະວົງ ຄະນະປະຈໍາພັກເມືອງ ເປັນຮອງປະທານຄະ ນະກໍາມະການປົກຄອງເມືອງ.
ໂອກາດດຽວກັນ, ທ່ານ ພົ.ວ ແປ້ນຄຳ ບຸດຈັນແພງ ເຂລາພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ ໄດ້ ມອບຂໍ້ຕົກລົງໃຫ້ບັນດາທ່ານທີ່ໄດ້ຮັບການແຕ່ງຕັ້ງ ເພື່ອ ເປັນບ່ອນອີງໃນການຈັດຕັ້ງປະຕິບັດໜ້າທີ່ຕາມການມອບ ໝາຍ; ພ້ອມທັງໃຫ້ທິດຊີ້ນຳບາງບັນຫາ ເພື່ອໃຫ້ວຽກງານດຳເນີນໄປຢ່າງຖືກຕ້ອງ, ສຳເລັດຜົນຕາມຄາດໝາຍວາງໄວ້ ເຊິ່ງທ່ານໄດ້ເນັ້ນໜັກວ່າ:
- ຈົ່ງພ້ອມກັນຍົກສູງໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍຈາກຄະນະພັກຂັ້ນເທິງ ໃນການຊີ້ນໍາ-ນໍາພາ ວຽກງານຮອບດ້ານຂອງເມືອງ ຕາມພາລະບົດບາດ ສິດ ແລະໜ້າທີ່ ຂອງຕົນດ້ວຍຄວາມຮັບຜິດຊອບສູງ;
- ພ້ອມກັນສຸມໃສ່ ເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າໄດ້ຮັບການພັດທະນານັບມື້ດີຂຶ້ນ ດ້ວຍການຊຸກຍູ້ສົ່ງເສີມຫັນເຂົ້າໃນການປູກ-ການລ້ຽງ, ສ້າງເສດຖະກິດພາຍໃນໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ເຮັດໃຫ້ເມືອງຫຼຸດພົ່ນອອກຈາກຄວາມທຸກຍາກ;
- ເພີ່ມທະວີເປັນເຈົ້າການຕິດຕາມ-ກວດກາ ການເຄື່ອນໄຫວຂອງກຸ່ມຄົນບໍ່ຫວັງດີ ເພື່ອເຮັດໃຫ້ເມືອງເມີງ ມີຄວາມ ສະຫງົບປອດໄພໂດຍພື້ນຖານ.
ພາບ-ຂ່າວ: ອຸ່ນຄໍາ ຂັນວາລິດ
ກວດແກ້: ຈ. ຈັນທະລິດ
ແອດມິນ: ທອງຈັນ ວົງປັນຍາ