ເມືອງເມິງ ຈັດກອງປະຊຸມ ເຊື່ອມຊຶມເອກະສານເພື່ອການເລືອກຕັ້ງ ສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະພາປະຊາຊົນແຂວງຊຸດທີ V

ວັນທີ 13 ມັງກອນ 2025 ນີ້ ຢູ່ທີ່ສະໂມສອນຂອງເມືອງເມິງ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມ ເຊື່ອມຊຶມເອກະສານເພື່ອການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ໂດຍການເປັນປະທານ ຂອງ ທ່ານ ສີວິໄລ ສີແສນດີ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ມີບັນດາທ່ານ ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ-ຮອງຫ້ອງການ ສອງກອງບັນຊາການ ປກຊ-ປກສ ຕະຫຼອດຮອດພະນັກງານລັດຖະກອນອ້ອມຂ້າງເມືອງເຂົ້າຮ່ວມ.

ໃນກອງປະຊູມຜູ້ເຂົ້າຮ່ວມໄດ້ພ້ອມກັນຮັບຟັງ ແລະ ເຊື່ອມຊຶມເອກກະສານທີ່ສໍາຄັນຕ່າງໆເປັນຕົ້ນແມ່ນ: ເຊື່ອມຊຶມ ແລະຜັນຂະຫຍາຍມະຕິຶ ຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການນໍາພາ-ຊີ້ນໍາຂອງຄະນະພັກທຸກຂັ້ນຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V, ເພີ່ມທະວີການນໍາພາແນວຄິດ ເສີມຂະຫຍາຍສິດປະຊາທິປະໄຕ ຂອງປະຊາຊົນລາວບັນດາເຜົ່າ ເພື່ອການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V, ຜ່ານແຜນດໍາເນີນງານຂອງຄະນະກໍາມະການເລືອກຕັ້ງຂັ້ນເມືອງ ເພື່ອເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V, ຄໍາແນະນໍາວ່າດ້ວຍການໂຄສະນາ, ປຸກລະດົມຄະບວນການ ແລະ ຍ້ອງຍໍໃນບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V, ຜ່ານມະຕິຂອງຄະນະກໍາມະການເລືອກຕັ້ງຂັ້ນເມືອງ ວ່າດ້ວຍການແຕ່ງຕັ້ງ ແລະ ການເຄື່ອນໄຫວຂອງບັນດາອະນຸກໍາມະການ ຂອງຄະນະກໍາມະການເລືອກຕັ້ງຂັ້ນເມືອງ, ມະຕິຂອງຄະນະກໍາມະການເລືອກຕັ້ງຂັ້ນເມືອງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ແລະ ຄໍາແນະນໍາກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V.

ໃນຕອນທ້າຍຂອງກອງປະຊຸມ ທ່ານ ສີວິໄລ ສີແສນດີ ກໍາມະການພັກແຂວງ, ເລຂາພັກເມືອງ ຍັງໃຫ້ຮຸ້ວ່າ: ການເຊື່ອມຊຶມເອກະສານ ເພື່ອການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ Vໃນຄັ້ງນີ້ ເພື່ອເຮັດໃຫ້ຄະນະກໍາມະການເລືອກຕັ້ງຂັ້ນເມືອງ, ບັນດາອະນຸກໍາມະການ ຂອງຄະນະກໍາມະການເລືອກຕັ້ງຂັ້ນເມືອງ ແລະ ຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງ ໄດ້ຮັບຮູ້ ແລະ ເຂົ້າໃຈ ຕໍ່ບັນດາເອກະສານທີ່ສໍາຄັນຕ່າງໆ ເພຶ່ອກະກຽມເຂົ້າໃນບັ້ນເລືອກຕັ້ງ ທີ່ຈະມາເຖິງໃນມໍ່ນີ້ ໃຫ້ຮັບປະກັນໄດ້ທັງປະລິມານ ແລະ ຄຸນນະພາບ ແລະ ຍັງໄດ້ຮຽກຮ້ອງມາຍັງອົງການຈັດຕັ້ງທຸກພາກສວນໃນທົ່ວເມືອງເມິງ ຈົ່ງເພີ່ມທະວີວຽກງານປ້ອງຊາດ-ປ້ອງກັນຄວາມສະຫງົບ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ມີຄວາມສະຫງົບປອດໄພ.

ຂ່າວ: ອຸ່ນຄໍາ ຂັນວາລິດ

ແອດມິນ: ທ ວົງປັນຍາ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa