ເມືອງຫ້ວຍຊາຍ ເລົ່າມູນເຊື້ອວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີ.

ທ່ານ ຄໍາຈັນ ຄໍາສຸພາສິດ ຮອງເລຂາພັກເມືອງ ປະທານກວດກາພັກລັດເມືອງ

 

ວັນທີ 4 ກຸມພາ 2026ນີ້, ຢູ່ທີ່ສູນເຝິກອົບຮົມຂອງເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ຈັດພິທີປາຖະກະຖາເລົ່າຄືນມູນເຊື້ອ ວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີ 1 ກຸມພາ 1956 – 1 ກຸມພາ 2026 ເຂົ້າຮ່ວມມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຮອງຫົວໜ້າຫ້ອງການ, ຄະນະບໍລິຫານງານສະຫະພັນກຳມະບານ, ພ້ອມດ້ວຍສະມາຊິກກຳມະບານອ້ອມຂ້າງເມືອງ ເຂົ້າຮ່ວມຮັບຟັງ.

ທ່ານ ຄໍາຈັນ ຄໍາສຸພາສິດ ຮອງເລຂາພັກເມືອງ ປະທານກວດກາພັກລັດເມືອງ, ໄດ້ປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີຄື: ວັນທີ 1 ກຸມພາ 1956 ຫາ ວັນທີ 1 ກຸມພາ 2026 ເຊິ່ງທ່ານໄດ້ຍົກໃຫ້ເຫັນມູນເຊື້ອແຫ່ງການກໍາເນີດຂອງອົງການຈັດຕັ້ງກຳມະບານລາວ ໂດຍພາຍໃຕ້ການປົກຄອງຂອງພວກລ່າເມືອງຂື້ນຝຣັ່ງ ກໍາມະກອນລາວໄດຖືກກົດຂີ່-ຂູດຮີດແຮງງານຢ່າງໜັກໜ່ວງທາງດ້ານເສດຖະກິດ, ວັດທະນະສັງຄົມ ພວກເຂົາບັງຄັບກຳມະກອນລາວອອກແຮງງານ 14-16 ຊົ່ວໂມງ, ອອກແຮງງານຫຼາຍແຕ່ໄດ້ຄ່າຕອບແທນໜ້ອຍ, ຖືກຕັດເງີນເດືອນ, ໄລ່ອອກການໂດຍບໍ່ມີເຫດຜົນ, ຖືກທຸບຕີຢ່າງເຈັບແສບສາຫັດ, ພ້ອມດຽວກັນນີ້ ທ່ານຍັງຍົກໃຫ້ເຫັນຈຸດເລີ່ມຕົ້ນຂອງການກຳເນີດ ເຕີບໃຫ່ຍຂະຫຍາຍຕົວຂອງສະຫະພັນກໍາມະບານແຂວງບໍ່ແກ້ວ ແລະ ສະຫະພັນກຳມະບານເມືອງຫ້ວຍຊາຍຕັ້ງແຕ່ໄດ້ເລີ່ມການສ້າງຕັ້ງຂື້ນອີກດ້ວຍ, ຄະນະບໍລິຫານງານສະຫະພັນກຳມະບານລາວ ເມືອງຫ້ວຍຊາຍ, ກໍ່ໄດ້ເອົາໃຈໃສລົງໂຄສະນາເຜີຍແຜ່ນິຕິກໍາຕ່າງໆ ຂອງຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ເພື່ອເຮັດໃຫ້ຖັນແຖວສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານພາຍໃນເມືອງຫ້ວຍຊາຍ ໄດ້ຮັບຮູ້ເຖິງຄວາມໝາຍ ແລະ ຄວາມສໍາຄັນ ກ່ຽວກັບພາລະບົດບາດ, ສິດໜ້າທີ່ ຂອງສະຫະພັນກຳມະບານລາວ ເວົ້າລວມ, ເວົ້າສະເພາະ ກໍ່ຄື ສະຫະພັນກຳມະບານແຂວງ ແລະ ເມືອງ ໃນແຕ່ໄລຍະໃໝ່ຜ່ານມາ ເພື່ອພ້ອມກັນຮໍ່າຮຽນເອົາບົດຮຽນ ແລະພຶດຕິກຳຕົວຈິງ, ທີ່ຕິດພັນກັບມູນເຊື້ອການຕໍ່ສູ້ກູ້ຊາດແຕ່ລະໄລຍະຈົນເຖິງປັດຈຸບັນ ຂອງຊົນຊັ້ນກຳມະກອນລາວ ແລະຜົນງານການປະກອບສ່ວນເຂົ້າໃນການປົກປັກຮັກສາ, ສ້າງສາພັດທະນາປະເທດຊາດ, ແນໃສ່ປູກຈິດສໍານຶກ, ຫວນຄືນມູນເຊື້ອອັນອົງອາດກ້າຫານຂອງສະມາຊິກກຳມະບານ, ກຳມະກອນ    ແລະ ຊາວຜູ້ອອກແຮງງານທີ່ໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານກຳມະບານລາວໃຫັເຕີບໃຫ່ຍເຂັ້ມແຂງຂື້ນເທື່ອລະກ້າວ.

ພາບ,ຂ່າວ: ບຸນຈັນ ບຸນປັນຍ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa