ເມືອງຫ້ວຍຊາຍ ປາຖະກະຖາວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ

ວັນທີ 8 ເມສາ 2026 ນີ້ ເມືອງຫ້ວຍຊາຍ ປາຖະກະຖາເລົ່າຄືນມູນເຊື້ອວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວຄົບຮອບ 71 ປີ ( 14 ເມສາ 1955 – 14 ເມສາ 2026 ) ເຂົ້າຮ່ວມມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ- ຮອງຫົວໜ້າຫ້ອງການ, ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວເມືອງ, ເລຂາ-ຮອງເລຂາຄະນະໜ່ວຍຊາວໜຸ່ມຮາກຖານອ້ອມຂ້າງເມືອງສະມາຊິກຊາວໜຸ່ມ ຕະຫຼອດຮອດ ນ້ອງນ້ອຍເຍົສວະຊົນເຂົ້າຮ່ວມ.

ທ່ານ ຄໍາຈັນ ຄໍາສຸພາສິດ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ ໄດ້ໃຫ້ກຽດຂຶ້ນປາຖະກະຖາວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ, ເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ຕະຫຼອດໄລ່ຍະ 71 ປີທີຜ່ານມາແຫ່ງການເຕົ້າໂຮມ, ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດນັ້ນ, ຊາວໜຸ່ມຈຳນວນບໍ່ໜ້ອຍໄດ້ເສຍສະຫຼະຊີວິດ ແລະ ເລືອດເນື້ອເພື່ອປົກປັກຮັກສາເອກະລາດ ແລະ ຜືນແຜ່ນດີນອັນແສນຮັກຂອງຕົນໃວ້ ແລະ ຜ່ານຂະບວນການດັ່ງກ່າວນັ້ນໄດ້ເກີດມີບັນພະບູລຸດທີມີຊື່ສຽງຄື: ເຈົ້າຂຸນບູລົມ, ເຈົ້າຟ້າງຸ່ມ, ເຈົ້າສຸລິຍະວົງ, ທ່ານໄກສອນ ພົມວິຫານ ແລະ ຜູ້ອື່ນໆ. ເຊິ່ງບັນພະບູລຸດເຫຼົ່ານັ້ນ ເຄີຍນຳພາປວງຊົນລາວທັງຊາດຕໍ່ສູ້ຕ້ານການຮຸກຮານຂອງສັດຕູພາຍນອກ, ໄດ້ນຳເອົາປະເທດຊາດຜ່ານພົ້ນພາຍຸລົມແດງໃນແຕ່ລະຍຸກແຕ່ລະສະໄໝ ແລະ ສາມາດຮັກສາດີນແດນໃວ້ຢ່າງໝັ້ນຄົງ, ນ້ຳໃຈຮັກເຊື້ອແພງຊາດບໍ່ຍອມຈຳນົນຕໍ່ສັດຕູ ແລະ ນ້ຳໃຈເສຍສະຫຼະເລືອດເນື້ອອັນໜຸ່ມແໜ້ນເພື່ອປະເທດຊາດໄດ້, ຖືກອົບຮົມບົ່ມສອນພວກເພີ່ນມາແຕ່ຍັງໜຸ່ມ ສະນັ້ນ, ພັກປະຊາຊົນ ປະຕິວັດລາວໄດ້ຂະໜານນາມໃຫ້ວ່າ: ຊາວໜຸ່ມເປັນແຂນຂວາຂອງພັກ ເປັນກະດູກສັນຫຼັງຂອງຊາດ ເປັນຜູ້ສືບທອດມູນເຊື້ອ ແລະ ວິລະກຳປະຫວັດສາດທີຈົງຮັກພັກດີຕໍ່ພັກ ຕໍ່ຊາດທັງໝົດນັ້ນແມ່ນມູນເຊື້ອອັນລວມຍອດຂອງຊາວໜຸ່ມລາວທີໄດ້ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະເທດຊາດໃນການເຮັດສຳເລັດພາລະກຳປະຫວັດສາດຂອງຕົນຄື: ປົດປ່ອຍປະເທດຊາດ ແລະ ພວມຂະຫຍາຍບົດບາດປະຈັນບານເຂົ້າໃນ 2 ໜ້າທີ່ຍຸດທະສາດຄື  ປົກປັກຮັກສາ  ແລະ  ສ້າງສາພັດທະນາປະເທດຊາດຕາມທິດຢືນຍົງສູ່ຈຸດໝາຍສັງຄົມນິຍົມ, ໃນຂະບວນການຕໍ່ສູ້ຕ້ານຈັກກະພັດໃນແຕ່ລະໄລ່ຍະ ກໍ່ໄດ້ມີກໍາລັງສູ້ຮົບຂອງກອງເຈົ້າໄຊຍະຈັກກະພັດ, ກອງເຈົ້າຟ້າປັດໄຈ ແລະ ກອງກຳລັງອື່ນໆ ນັ້ນແມ່ນຊາວໜຸ່ມມາຈາກກຳລັງປະກອບອາວຸດເອີ້ນວ່າ: ຄະນະຊາວໜຸ່ມຕະລຸມບອນ ເຊິ່ງໄດ້ມີບົດບາດຕະລຸມບອນ ບໍ່ວ່າແນວໜ້າ ຫຼື ແນວຫຼັງກໍ່ລ້ວນແຕ່ມີກຳລັງຂອງຊາວໜຸ່ມ, ສະນັ້ນ ພາຍຫຼັງພັກໄດ້ດຳເນີນກອງປະຊຸມໃຫຍ່ຄັ້ງທີ 1 ໄດ້ກຳນົດເອົາວັນທີ 22 ມີນາ 1955 ເປັນວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ແລະ ຍ້ອນເຫັນໄດ້ບົດບາດຄວາມສຳຄັນຂອງຊາວໜຸ່ມ ພັກໄດ້ກໍານົດເອົາວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວຂຶ້ນໃນວັນທີ 14 ເມສາ 1955 ນັບແຕ່ນັ້ນເປັນຕົ້ນມາ. ຈາກນັ້ນຄະນະຮັບຜິດຊອບໄດ້ຜ່ານຂໍ້ຕົກລົງຂອງຄະນະບໍລິຫານງານຊາວໜຸ່ມແຂວງ ວ່າດ້ວຍການຮັບຮອງເອົາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ເມືອງຫ້ວຍຊາຍ ເປັນເມືອງ 3ດີ 4 ຮູ້ ໃຫ້ກຽດມອບໂດຍທ່ານ ຄໍາຈັນ ຄໍາສຸພາສິດ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ ແລະ ຜ່ານມະຕິກອງປະຊຸມໃຫ່ຍຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ່ 9 ຜ່ານບົດແນະນໍາການຈັດຕັ້ງປະຕິບັດກົດລະບຽບຂອງຄະນະຊາວໜຸ່ມ ປປ ລາວ ຄັ້ງທີ່ 9 ແລະ ມະຕິບົງຕົວແຕ່ງຕັ້ງເລຂາ-ຮອງເລຂາໜ່ວຍຊາຍໜຸ່ມຫ້ອງການກະສິກໍາ ແລະ ສິ່ງແວດລ້ອມອີກດ້ວຍ.

ພາບ,ຂ່າວ: ບຸນຈັນ ບຸນປັນຍາ

ແອດມິນ: ທອງຈັນ ວົງປັນຍາ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa