ຕອນເຊົ້າ ເວລາ 7:00 ນາທີຂອງວັນທີ 22 ກຸມພາ 2026 ນີ້ ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ຈັດພິທີ ເປີດຫີບ ປ່ອນບັດ ເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຢ່າງເປັນທາງການ ຂຶ້ນທີ່ຫ້ອງປະຊຸມບ້ານ ຜາອຸດົມ ແລະ ບ້ານ ສົມສະຫວ່າງ ໂດຍການເຂົ້າຮວມຂອງທ່ານ ບຸນສີ ທອງສະໄຫວ ປະທານຄະນະກຳມະການປົກຄອງເມືອງ ປະທານຄະນະກຳມະການເລືອກຕັ້ງສະມາຊິກສະພາ ແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຂັ້ນເມືອງ, ທ່ານ ສົມນິດ ໄຊທະວົງສິດ ຮອງປະທານຄະນະກຳມະການປົກຄອງເມືອງ ມີຄະນະອານຸກຳມະການລົງເຄື່ອນໄຫວ ຊີ້ນໍາການກະກຽມການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ປະຈຳເມືອງຜາອຸດົມ, ມີບັນດາທ່ານການນຳຂອງເມືອງຄະນະຮັບຜິດຊອບການປ່ອນບັດຂອງເມືອງ ອົງການຈັດຕັ້ງບ້ານ ປະຊາຊົນຜູ້ມີສິດປ່ອນບັດໃນແຕ່ລະໜ່ວຍເລືອກຕັ້ງປ່ອນບັດ ເຂົ້າຮ່ວມຢ່າງຫຼວງຫຼາຍ ແລະ ເປັນຂະບວນການຟົດຟື້ນ
ພິທີ ຄະນະຮັບຜິດຊອບໄດ້ກ່າວວ່າ: ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາ ປະຊາຊົນຂັ້ນແຂວງ ຊຸດທີ V ເປັນສິດ ແລະ ໜ້າທີຂອງບັນດາ ທ່ານຕາມທີ່ໄດ້ກຳນົດໄວ້ໄນລັດຖະທຳມະນູນ ແຫ່ງ ສປປ ລາວ ແລະ ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຊຶ່ງກຳນົດວ່າ: ຜົນລະເມືອງລາວຜູ້ທີ່ມີອາຍຸ 18 ປີຂື້ນໄປ ມີສິດປ່ອນບັດເລືອກຕັ້ງ ແລະ ຜູ້ມີອາຍຸແຕ່ 20 ປີຂື້ນໄປ ມີສິດສະໝັກຮັບເລືອກຕັ້ງ ແລະ ເພື່ອເສີມຂະຫຍາຍສິດປະຊາທິປະໄຕປະຊາຊົນ ເຂົ້າໃນການຄຸ້ມຄອງບໍລິຫານລັດ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກດ້ານຕ່າງໆໃຫ້ປະຊາຊົນ ໄດ້ນໍາໃຊ້ສິດປະຊາທິປະໄຕ ຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ, ເພື່ອເລືອກເອົາຕົວແທ່ນແຫ່ງສິດຜົນປະໂຫຍດອັນຊອບທຳຂອງປະຊາຊົນບັນດາເຜົ່າ ໃຫ້ສອດຄອງກັບຄວາມມຸງມາດປາດຖະນາຂອງຜູ້ມີສິດເລືອກຕັ້ງ ຈາກນັ້ນກໍ່ໄດ້ກ່າວເປີດພິທີ ຢ່າງເປັນທາງ ຂະນະດຽວກັນນັ້ນ ຄະນະຮັບຜິດຊອບກໍ່ໄດ້ເປີດຫີບບັດ ພ້ອມທັງເຊີນໃຫ້ປະຊາຊົນຜູ້ມີສິດປ່ອນບັດເຂົ້າປ່ອນບັດຕາມລໍາດັບ.








ຂ່າວ-ພາບ: ພອນສະຫວັນ ມະນີສີ.
ຂາວ-ສານ: ຄະນະໂຄສະນາອົບຮົມ ເມືອງຜາອຸດົມ. 22 ກຸມພາ 2026



