ເມືອງຜາອຸດົມ ເປີດກອງປະຊຸມປຶກສາຫາລື ໃນການກະກຽມການເລືອກຕັ້ງ ຂອງສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 5 ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V.

ທ່ານ ບຸນສີ ທອງສະໄຫວ ປະທານຄະນະກຳມະການປົກຄອງເມືອງ ຮອງປະທານຄະນະກຳມະການເລືອກຕັ້ງຂັ້ນເມືອງ

ຕອນເຊົ້າວັນທີ 6 ມັງກອນ 2026ນີ້ ເມືອງຜາອຸດົມ ໄດ້ເປີດກອງປະຊຸມ ປຶກສາຫາລື ໃນການກະກຽມການເລືອກຕັ້ງ ຂອງສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 5 ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ຂື້ນຢູ່ທີ່ສະໂມສອນຂອງເມືອງ ໂດຍການເປັນປະທານ ຂອງທ່ານ ບຸນສີ ທອງສະໄຫວ ປະທານຄະນະກຳມະການປົກຄອງເມືອງ ຮອງປະທານຄະນະກຳມະການເລືອກຕັ້ງຂັ້ນເມືອງ ມີຄະນະຮັບຜິດຊອບຂອງເມືອງ, ຕ່າງໜ້າແຕ່ລະອະນຸກຳມະການຮັບຜິດຊອບການເລືອກຕັ້ງຂັ້ນເມືອງ ເຂົ້າຮ່ວມ.

ຄະນະຮັບຜິດຊອບ ໄດ້ຜ່ານ ມະຕິຂອງຄະນະກຳມະການເລືອກຕັ້ງຂັ້ນເມືອງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະກຳມະການເລືອກຕັ້ງຂັ້ນເມືອງ ເພື່ອດໍາເນີນການ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະສະມາຊິກສະພາປະຊາຊົນຂັ້ນແຂວງ ຢູ່ເມືອງຜາອຸດົມ, ຜ່ານແຜນການດໍາເນີນງານ ຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ເພື່ອດໍາເນີນການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V, ມະຕິຂອງຄະນະກຳມະການເລືອກຕັ້ງຂັ້ນເມືອງ ວ່າດ້ວຍການແບ່ງຄວາມຮັບຜິດຊອບ ຄະນະກຳມະການເລືອກຕັ້ງຂັ້ນເມືອງ ເພື່ອຮັບໃຊ້ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 5 ແລະສະພາປະຊາຊົນແຂວງບໍ່ແກ້ວ ຊຸດທີ V ພ້ອມທັງ ມະຕິ ຂອງຄະນະກຳມະການເລືອກຕັ້ງຂັ້ນເມືອງ         ວ່າດ້ວຍການແຕ່ງຕັ້ງ ແລະການເຄື່ອນໄຫວ ຂອງບັນດາອະນຸກຳມະການ ຂອງຄະນະກຳມະການເລືອກ ຕັ້ງຂັ້ນເມືອງ. ທັງນີ້ ກໍ່ເພື່ອເປັນການກະກຽມ ໃນບັ້ນເລືອກຕັ້ງ ໄດ້ດໍາເນີນໄປຢ່າງຖືກຕ້ອງຕາມຂັ້ນຕອນ, ວ່ອງໄວ, ມີປະສິດທິພາບ, ປະສິດທີ່ຜົນ, ເພື່ອກຳນົດທິດທາງວຽກງານ, ແຜນການ ແລະວິທີການຈັດຕັ້ງປະຕິບັດ ກ່ຽວກັບການກະກຽມ ແລະ ການດໍາເນີນ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ທັງເປັນບ່ອນອີງໃຫ້ແກ່ຄະນະກຳມະການເລືອກຕັ້ງຂັ້ນເມືອງ, ບັນດາອານຸກຳມະການຕ່າງໆ ກຳນົດແຜນການເຄື່ອນໄຫວຂອງຕົນ ໃຫ້ມີຄວາມລະອຽດຈະແຈ້ງ, ມີຈຸດສຸມແນໃສ່ເຮັດໃຫ້ການດໍາເນີນງານຂອງຕົນມີຄວາມສະດວກແຕ່ຕົ້ນຕະຫຼອດປາຍ ແລະມີຜົນສໍາເລັດຕາມແຜນການທີ່ວາງໄວ້, ຮັບປະກັນເລືອກເຟັ້ນໃຫ້ໄດ້ ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ທີ່ມີເງື່ອນໄຂ ມາດຕະຖານຄົບຖ້ວນ, ມີໂຄງປະກອບ  ເໝາະສົມ ທາງດ້ານເພດ, ເຜົ່າ.

ໂອກາດນີ້ ທ່ານ ບຸນສີ ທອງສະໄຫວ ປະທານຄະນະກຳມະການປົກຄອງເມືອງ ຮອງປະທານຄະນະກຳມະການເລືອກຕັ້ງຂັ້ນເມືອງ ໄດ້ມີຄຳເຫັນໂອ້ມລົມ ຮຽກຮ້ອງໃຫ້ຄະນະຮັບຜິດຊອບ ທຸກໆອະນຸກຳມະການ     ຕ້ອງໄດ້ເຮັດໜ້າທີຕາມແຜນດຳເນີນງານ, ແບ່ງວຽກ, ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນລະອຽດຈະແຈ້ງ, ພ້ອມກັນເຮັດສຳເລັດໜ້າທີ ຕາມການມອບໝາຍ, ຮັບປະກັນຄວາມສະຫົງບປອດໄພ, ຄວາມເປັນລະບຽບຮຽບຮຽບຮ້ອຍທົ່ວສັງຄົມ ໂດຍສະເພາະແມ່ນພາຍໃນເມືອງຜາອຸດົມ ເພື່ອໃຫ້ບັ້ນການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ຢູ່ເມືອງຜາອຸດົມ ໄດ້ດໍາເນີນໄປຢ່າງຖືກຕ້ອງ ແລະມີຜົນສຳເລັດ.

ຂ່າວ-ພາບ: ພອນສະຫວັນ ມະນີສີ.

ຂ່າວສານ: ຄະນະໂຄສະນາອົບຮົມ ເມືອງຜາອຸດົມ.

ແອດມິນ: ທ ວົງປັນຍາ.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa