ເມືອງຜາອຸດົມ ສໍາເລັດຊຸດຝຶກອົບຮົມເອກະສານສະມາຊິກພັກໃໝ່ຊຸດທີ IV. 2025.

 

ວັນທີ 24 ຕຸລາ 2025, ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ປິດຊຸດຝຶກອົບຮົມເອກະສານສະມາຊິກພັກໃໝ່ ຊຸດທີ່ IV ຂອງເມືອງ ປະຈໍາປີ 2025. ໂດຍການເປັນປະທານຂອງ ສະຫາຍ ນາງ ມະນີວັນ ພັນປະເສີດ ຮອງເລຂາພັກເມືອງ ປະທານອົງການກວດກາພັກ-ລັດເມືອງ, ເຂົ້າຮ່ວມ ສະຫາຍ ບົວເກດ ສືບໄຊຍາ ຄະນະປະຈໍາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ, ມີສະຫາຍ ຄໍາຝັ້ນ ສໍແອນົງ ກໍາມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ, ມີຄູ-ອາຈານ, ຄະນະຮັບຜິດຊອບການຝຶກອົບຮົມ ພ້ອມດ້ວຍສໍາມະນາກອນ ເຂົ້າຮ່ວມ.

ສະຫາຍ ແສງຈັນ ອຸ່ນສະຫວັດ ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ ໄດ້ສະຫຼຸບການຝຶກອົບຮົມເອກະສານສະມາຊິກພັກໃໝ່ ຊຸດທີ່ IV ປະຈໍາປີ 2025 ຂອງເມືອງຜາອຸດົມ. ຜ່ານການຄົ້ນຄ້ວາຮໍ່າຮຽນ ເຫັນວ່າຜູ້ເຂົ້າຝຶກອົບຮົມ ແມ່ນມີຄວາມຮູ້ຄວາມເຂົ້າໃຈ, ຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ກໍາໄດ້ບັນຫາຫຼັກມູນພື້ນຖານ ທິດສະດີມາກ-ເລນິນ, ວຽກງານກໍ່ສ້າງ ແລະ ປັບປຸງພັກ, ຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ, ເຊີດຊູຄວາມເປັນແບບຢ່າງນໍາໜ້າຂອງສະມາຊິກພັກ, ແກ້ໄຂພະຍາດອາດຍາສິດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ. ເພື່ອໝູນໃຊ້ເຂົ້າໃນການຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນສະມາຊິກພັກປອດໄສ, ເຂັ້ມແຂງ, ໜັກແໜ້ນ, ຜູ້ເຂົ້າຮຽນ ສາມາດປັບປຸງທັດສະນະຫຼັກໝັ້ນ ທາງດ້ານຄຸນທາດການເມືອງ, ຄຸນສົມບັດ ສິນທໍາປະຕິວັດ, ມີທັດສະນະມະຫາຊົນ, ຈໍາແນກໄດ້ມິດ-ສັດຕູຢ່າງຈະແຈ້ງ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍ ແລະ ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນໃນດ້ານຕ່າງໆ ແລະ ມອບໃບຢັ້ງຢືນໃຫ້ນັກສໍາມະນາກອນ ທີ່ສໍາເລັດການຝຶກອົບຮົມໃນຄັ້ງນີ້ ຈໍານວນ 16 ສະຫາຍ, ຍິງ 5 ສະຫາຍ, ເປັນກຽດມອບໃບຢັ້ງຢືນໂດຍສະຫາຍ ນາງ ມະນີວັນ ພັນປະເສີດ ປະທານອົງການກວດກາພັກ-ລັດເມືອງ ແລະ ມີຄໍາເຫັນ ເນັ້ນໜັກ ໃຫ້ສໍາມະນາກອນຈົ່ງພ້ອມກັນເປັນເຈົ້າການນໍາເອົາຄວາມຮູ້ ແລະ ບົດຮຽນທີ່ຮຽນມາ ໄປຜັນຂະຫຍາຍ ເຂົ້າສູ່ພຶດຕິກຳຕົວຈິງ ໃຫ້ມີການຫັນປ່ຽນ, ນັບທັງໜ້າທີ່ວຽກງານວິຊາສະເພາະ ແລະ ຂະບວນການຕ່າງໆ. ຝຶກຝົນຫຼໍ່ຫຼອມຕົນເອງ ດ້ານຄວາມຮູ້-ຄວາມສາມາດ, ຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນວິທີເຮັດວຽກເຮັດໃຫ້ຕົນເອງກາຍເປັນພະນັກງານສືບທອດທິ່ດີເດັ່ນຂອງພັກ-ລັດ ໃນຕໍ່ໜ້າ.

ພາບ-ຂ່າວ: ໂສພາ ທິບພະວົງ

ຂ່າວສານ-ສື່ສິ່ງພິມ: ຄະນະໂຄສະນາອົບຮົມເມືອງຜາອຸດົມ

ແອດມິນ: ທອງຈັນ ວົງປັນຍາ

 

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa