




ວັນທີ 31 ທັນວາ 2025 ຜ່ານມານີ້ ຢູ່ທີ່ສະໂມສອນຂອງເມືອງຜາອຸດົມ ໄດ້ເປີດກອງປະຊຸມ ຄົບຄະນະບໍລິຫານງານພັກເມືອງ ເປີດກ້ວາງ ຄັ້ງທີ II ສະໄໝທີ XIII ແລະ ອັດລົງດ້ວນຜົນສຳເລັດໃນວັນດຽວກັນ ໂດຍການເປັນປະທານຂອງສະຫາຍ ບຸນສີ ທອງສະໄຫວ ຮອງເລຂາພັກເມືອງ ປະທານ ຄະນະກຳມະການປົກຄອງເມືອງ ມີຄະນະບໍລິຫານງານພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ ສອງກອງບັນຊາການ ປກຊ-ປກສ, ພະນັກງານບຳນານ ເຂົ້າຮ່ວມ.
ກອງປະຊຸມ ສະຫາຍ ສົມນິດ ໄຊທະວົງສິດ ຄະນະປະຈຳພັກເມືອງ ຮອງປະທານ ຄະນະກຳມະການປົກຄອງເມືອງ ໄດ້ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກ ງານຮອບດ້ານປະຈໍາປີ 2025 ແລະ ທິດທາງແຜນການປະຈໍາປີ 2026, ຜ່ານມາຄະນະ ພັກທຸກຂັ້ນ ໄດ້ເພີ່ມທະວີເອົາໃຈໃສ່ໃນການສຶກສາອົບຮົມການເມືອງ-ແນວຄິດເປັນກົກ ໃຫ້ຖັນແຖວພະນັກງານ-ສະມາຊິກພັກ, ທະຫານ-ຕໍາຫຼວດ, ພໍ່ແມ່ປະຊາຊົນບັນ ດາເຜົ່າຢ່າງທົ່ວເຖິງ, ໃຫ້ກໍາແໜ້ນຕໍ່ແນວທາງຂອງພັກ, ລະບຽບກົດໝາຍ, ນະໂຍ ບາຍຂອງລັດ, ໃຫ້ມີຄວາມເຊື້ອໝັ້ນຕໍ່ແນວທາງການຊີ້ນໍາ-ນໍາພາຂອງພັກ-ລັດ. ເປັນຕົ້ນແມ່ນການຈັດຕັ້ງຜັນຂະຫຍາຍຜົນສໍາເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງອົງຄະນະພັກເມືອງຜາອຸດົມໃຫ້ປະກົດຜົນເປັນຈິງ. ຍົກໃຫ້ເຫັນບັນດາແຕ່ລະໜ້າວຽກງານ ໂດຍສະເພາະແມ່ນວຽກງານຂົງເຂດເສດຖະກິດ, ຂົງເຂດວັດທະນະທຳ -ສັງຄົມ, ຂົງເຂດນິຕິບັນຍັດ ແລະ ຕຸລາການ, ວຽກງານແນວລາວສ້າງຊາດ, ສະຫະ ພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນ, ວຽກງານການຕ່າງປະເທດ, ວຽກ ງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ, ລຶບລ້າງຄວາມທຸກຍາກ ແລະວຽກງານ 3 ສ້າງ, ພ້ອມທັງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ໃນນີ້ ທົ່ວເມືອງມີເນື້ອທີ່ ການຜະລິດເຂົ້າ (ເຂົ້ານາແຊງ, ເຂົ້ານາປີ ແລະ ເຂົ້າໄຮ່ໜູນວຽນ) ທັງໝົດ 6.456 ເຮັກຕາ, ສາມາດຜະລິດເຂົ້າໄດ້ 16.852 ໂຕນ ທຽບໃສ່ປີ 2025 (ຜົນຜະລິດ 19.968 ໂຕນ), ການຜະລິດ ກະສິກໍາ ແລະປ່າໄມ້ ເປັນສິນຄ້າ: ມີເນື້ອທີ່ທັງໝົດ 2,570 ກວ່າເຮັກຕາ, ຜົນຜະລິດ 13,900 ກວ່າໂຕນ, ໃນໄລຍະ 1 ປີຜ່ານມາເສດຖະກິດຂອງເມືອງ ຍັງສືບຕໍ່ຂະຫຍາຍຕົວສະເລ່ຍ 4,9%, ລວມຍອດຜະລິດຕະພັນພາຍໃນໄດ້ 439 ຕື້ກວ່າກີບ, ສະເລ່ຍລາຍຮັບຕໍ່ຫົວຄົນໄດ້ 8.800.000 ກວ່າກີບ ທຽບໃສ່ແຜນການປີປະຕິບັດໄດ້ 101 %, ທຽບໃສແຜນ 5 ປີໄດ້ 20,23%, ໂຄງປະ ກອບເສດຖະກິດ ມີດັ່ງນີ້: ຂະແໜ່ງກະສິກໍາ-ສິງແວດລ້ອມກວມ 63,8%, ຂະແໜງອຸດສາຫະກໍາກວມ 15,3%, ຂະແໜ່ງບໍລິການກວມ 20,9%.
ໂອກກາດນີ້ສະຫາຍ ບຸນສີ ທອງສະໄຫວ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ ໄດ້ມີຄຳເຫັນຕີລາຄາວ່າ: ກອງປະຊຸມຄັ້ງນີ້ ໄດ້ດຳເນີນພາຍໃຕ້ບັນຍາກາດສ້າງສັນ ເອົາການເອົາງານທັງມີເນື້ອໃນເລິກເຊິ່ງ, ຖືກຕ້ອງຕາມລະບຽບຂອງພັກ ປະຊາຊົນ ປະຕິວັດລາວ ທຸກປະການ, ສະແດງໃຫ້ເຫັນຜູ້ແທນກອງປະຊຸມໄດ້ພ້ອມກັນປະຕິບັດຕາມວາລະກອງປະຊຸມຢ່າງເຂັ້ມງວດ ພ້ອມທັງປະກອບຄໍາເຫັນຢ່າງກົງໄປ-ກົງມາ ດ້ວຍຄວາມຮັບຜິດຊອບສູງ ໂດຍສະເພາະແມ່ນບັນດາຕົວເລກຄາດໝາຍທີ່ໄດ້ກໍານົດອອກ ໃນແຕ່ລະຂົງເຂດທີ່ຕົນຮັບຜິດຊອບ ຊຶ່ງເຮັດໃຫ້ກອງປະຊຸມຄັ້ງນີ້ ສາມາດຈັດຕັ້ງປະຕິບັດໄດ້ບັນລຸຜົນຕົວຈິງ, ຂະນະດຽວກັນ ຍັງໄດ້ ຮຽກຮ້ອງມາຍັງບັນດາສະຫາຍ ທີ່ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນເຮັດສຳເລັດໜ້າທີ່ການເມືອງທີ່ພັກ-ລັດ ມອບໝາຍ ດ້ວຍຄວາມຮັບຜິດຊອບສູງ, ນໍາເອົາເນື້ອໃນຈິດໃຈນີ້ ເພື່ອໄປນໍາພາ-ຊີ້ນໍາໃນແຕ່ລະຂົງເຂດວຽກງານ ທີ່ຕົນເອງຮັບຜິດຊອບໃຫ້ມີຜົນສໍາເລັດສູງ ພ້ອມທັງ ກ່າວປິດກອງປະຊຸມຢ່າງເປັນທາງການ.
ຂ່າວ-ພາບ: ພອນສະຫວັນ ມະນີສີ.
ຂ່າວສານ: ຄະນະໂຄສະນາອົບຮົມ ເມືອງຜາອຸດົມ.
ແອດມິນ: ທອງຈັນ ວົງປັນຍາ.



