
ທ່ານ ບຸນສີ ທອງສະໄຫວ ປະທານຄະນະກຳມະການປົກຄອງເມືອງ, ຫົວໜ້າຄະນະຊີ້ນໍາການເດີນສໍາຫຼວດຂັ້ນເມືອງ




ຕອນແລງວັນທີ 6 ມັງກອນ 2026ນີ້, ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ເປີດກອງປະສະຫຼຸບຖອດຖອນບົດຮຽນຜົນສຳເລັດການຈັດຕັ້ງປະຕິບັດການສຳຫຼວດພົນ ລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີV ປີ 2025, ຂື້ນຢູ່ທີ່ສະໂມສອນຂອງເມືອງ, ໂດຍການ ເປັນປະທານຂອງທ່ານ ບຸນສີ ທອງສະໄຫວ ປະທານຄະນະກຳມະການປົກຄອງເມືອງ, ຫົວໜ້າຄະນະຊີ້ນໍາການເດີນສໍາຫຼວດຂັ້ນເມືອງ, ມີບັນດາຄະນະຮັບຜິດຊອບການສໍາຫຼວດຂັ້ນເມືອງ, ນັກກວດກາ ແລະ ນັກເດີນສໍາຫຼວດ ເຂົ້າຮ່ວມ.
ກອງປະຊຸມ ຄະນະຮັບຜິດຊອບໄດ້ຜ່ານບົດສະຫຼຸບ ຂອງການຈັດຕັ້ງປະຕິບັດ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025 ເຊິ່ງໃຫ້ຮູ້ວ່າ: ເມືອງຜາອຸດົມ ມີທັງໝົດ 66 ບ້ານ, ໄດ້ສໍາຫຼວດ 65 ບ້ານ, ສ່ວນ 1 ບ້ານຄື: ບ້ານພຽງເທິງແມ່ນ ຂຶ້ນເຂດຂອງເມືອງປາກແບງຈັດຕັ້ງປະຕິບັດ, ສໍາລັບນັກເດີນສໍາຫຼວດ ແລະນັກກວດກາ ລວມທັງໝົດ 54 ສະຫາຍ, ໃນນັ້ນລົງຕົວຈິງ ນັກເດີນສໍາຫຼວດ 39 ສະຫາຍ, ຍິງ 4 ສະຫາຍ, ນັກກວດກາ 10 ສະຫາຍ, ໂດຍປະຕິບັດຕາມແຜນດໍາເນີນງານ ຕໍ່ກັບການສໍາຫຼວດພົນລະເມືອງ ແລະທີ່ຢູ່ອາໄສ ມາຮອດປະຈຸບັນເມືອງ ຜາອຸດົມ ສາມາດຈັດຕັ້ງປະຕິບັດເກັບກຳຂໍ້ມູນ ນັບແຕ່ວັນທີ 03 ພະຈິກ ຫາ ວັນທີ 14 ທັນວາ 2025 ໄດ້ສຳເລັດໃນການສໍາພາດຢູ່ພາກສະໜາມໄດ້ 100% ແລະສາມາດສັງລວມໄດ້ດັ່ງນີ້: ຈໍານວນທີ່ຢູ່ອາໄສຄາດຄະເນທີ່ຖືກຈົດນັບ ທັງໝົດຂອງເມືອງມີ 14.738 ທີ່ຢູ່ອາໄສ, ໃນນີ້ ຈໍານວນອາຄານທີ່ຖືກຈົດນັບສໍາເລັດມີ 15.862 ອາຄານ ເທົ່າກັບ 107,63%, ຈໍານວນທີ່ຢູ່ອາໄສທີ່ຈົດນັບສໍາເລັດມີ 8.682 ທີ່ຢູ່ອາໄສ ເທົ່າກັບ 66,79 %, ຈໍານວນທີ່ຢູ່ອາໄສທີ່ບໍ່ສາມາດຕິດຕໍ່ໄດ້ມີ 1 ທີ່ຢູ່ອາໄສ ເທົ່າກັບ 0.01%, ຈໍານວນຄົວເຮືອນເປົ່າຫວ່າງໃນແຕ່ລະເຂດ 340 ຄົວເຮືອນ ເທົ່າກັບ 3,92%, ຈໍານວນທີ່ຢູ່ອາໄສທີ່ປະ ຕິເສດມີ 0 ທີ່ຢູ່ອາໄສ ເທົ່າກັບ 0%, ມີປະຊາກອນທີ່ຖືກຈົດນັບໃນຄົວເຮືອນສ່ວນບຸກຄົນມີ 41.140 ຄົນ, ຈໍານວນເພດຊາຍ 20.602 ຄົນ ເທົ່າກັບ 50,07%, ຈໍານວນເພດຍິງ 20.538 ຄົນ ເທົ່າກັບ 49,92%, ຈໍານວນຄົວເຮືອນສໍາເລັດ 8.340 ຄົວເຮືອນ ເທົ່າກັບ 96,06%, ຈໍານວນຄົວເຮືອນສ່ວນບຸກຄົນ ແລະຄົວເຮືອນລວມໝູ່ ທີ່ໄດ້ຈົດນັບມີ 8.370 ຄົວເຮືອນ, ເຊິ່ງມີ ລາຍລະອຽດດັ່ງລຸ່ມນີ້: ຈໍານວນອາຄານຈົດນັບເພີ້ມໃໝ່ 1.458 ອາຄານ, ຈໍານວນຄົວເຮືອນສ່ວນບຸກຄົນ 8.336 ຄົວເຮືອນ, ຈໍານວນຄົວເຮືອນລວມໝູ່ 34 ຄົວເຮືອນ, ຈາກນັ້ນ ບັນດາຜູ້ເຂົ້າຮ່ວມ ກໍ່ໄດ້ປະ ກອບຄຳຄິດຄຳເຫັນ ແລກປ່ຽນຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາຢ່າງກົງໄປກົງມາ ເພື່ອຊອກຫາດ້ານດີຜົນງານ, ດ້ານອ່ອນຂໍ້ຄົງຄ້າງ ແລະ ວິທີປັບປຸງແກ້ໄຂ ທັງເປັນບ່ອນອິງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ດີຂື້ນກວ່າເກົ່າ.
ໂອກາດນີ້ ທ່ານ ບຸນສີ ທອງສະໄຫວ ປະທານຄະນະກຳມະການປົກຄອງເມືອງຜາອຸດົມ, ຫົວໜ້າຄະນະຊີ້ນໍາການເດີນສໍາຫຼວດຂັ້ນເມືອງ ໄດ້ມີຄຳເຫັນໂອ້ລົມ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນສຳເລັດໃນການຈັດຕັ້ງປະຕິບັດຜ່ານມາຢ່າງສຸດໃຈ ພ້ອມທັງຮຽກຮ້ອງໃຫ້ຄະນະຮັບຜິດຊອບ ສຶບຕໍ່ສັງລວມໃຫ້ໄດ້ບັນດານິຕິກຳທີ່ກ່ຽວພັນກັບວຽກງານດັ່ງກ່າວ, ສະຫຼຸບລາຍງານຕິລາຄາໃຫ້ເຫັນໄດ້ບົດຮຽນຂໍ້ຄົງຄ້າງ, ດ້ານດີ, ດ້ານອ່ອນ, ວິທີປັບປຸງແກ້ໄຂໃນຕໍ່ໜ້າ, ພ້ອມທັງກ່າວປິດການຈັດຕັ້ງປະຕິບັດ ການສຳຫຼວດພົນລະເມືອງ ແລະທີ່ຢູ່ອາໄສ ຄັ້ງທີ V ປີ 2025 ຢູ່ເມືອງຜາອຸດົມ ແຂວງບໍ່ແກ້ວຢ່າງເປັນທາງການ.
ຂ່າວ-ພາບ: ພອນສະຫວັນ ມະນີສີ.
ຂ່າວສານ: ຄະນະໂຄສະນາອົບຮົມເມືອງຜາອຸດົມ. ວັນທີ 6 ມັງກອນ 2026.
ແອດມິນ: ທ ວົງປັນຍາ.



