



ວັນທີ 15 ມັງກອນ 2026 ນີ້ ຫ້ອງການ ວັດທະນະທຳ ແລະການທ່ອງທ່ຽວ ເມືອງຜາອຸດົມ ໄດ້ເປີດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ວັດທະນະທຳ ແລະ ການທ່ອງທ່ຽວ ປະຈຳປີ 2025 ແລະ ວ່າງທິດທາງແຜນການປີ 2026. ຂື້ນຢູ່ທີ່ສະໂມ ສອນຂອງເມືອງ ໂດຍການເປັນປະທານຂອງທ່ານ ບຸນໜຽວ ຈະເລີນຜົນ ຮອງຫົວ ໜ້າ ຫ້ອງການວັດທະນະທຳ ແລະ ການທ່ອງທ່ຽວເມືອງ, ເປັນກຽດເຂົ້າຮ່ວມຂອງທ່ານ ບຸນສີ ທອງສະໄຫວ ປະທານຄະນະກຳມະການປົກຄອງເມືອງ ມີຫົວໜ້າ-ຮອງຫົວໜ້າຫ້ອງການ ພະນັກງານວິຊາການຂອງຫ້ອງການທີ່ກ່ຽວຂ້ອງ, ຜູ້ປະກອບການຫົວໜ່ວຍທຸລະກິດດພາຍໃນເມືອງ ເຂົ້າຮວມ.
ກອງປະຊູມ ຜູ້ເຂົ້າຮ່ວມແມ່ນໄດ້ຮັບຟັງ ຜົນການຈັດຕັ້ງປະຕິບັດວຽກງານວັດ ທະນະທຳ ແລະການທ່ອງທ່ຽວ ປະຈຳປີ 2025 ແລະ ວ່າງທິດທາງແຜນການປີ 2026, ໃນ 1 ປີຜ່ານມາ ຄະນະຫ້ອງການໄດ້ຖືເອົາວຽກງານການເມືອງ-ແນວຄິດເປັນກົກໃນການສຶກສາອົບຮົມ, ເຊື່ອມຊືມມະຕິ, ຄຳສັ່ງ, ເອກະສານມູນເຊື້ອຂອງຊາດ, ຂອງພັກ ໃຫ້ກັບພະນັງານລັດຖະກອນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ຢ່າງເປັນປົກກະຕິ, ພ້ອມກັນ ເປັນເຈົ້າການເຂົ້າຮ່ວມຂະບວນການປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ ເຊິ່ງເຮັດໃຫ້ 4 ບາດກ້າວບຸກທະລຸ ຂອງກົມການເມືອງສູນກາງພັກ ກາຍເປັນຮູບປະທໍາໃນແຕ່ລະດ້ານຂອງວຽກງານວັດທະນະທຳ ແລະການທ່ອງທ່ຽວ, ທົ່ວເມືອງມີກຸ່ມວັດທະນະທຳ 5 ກຸ່ມ, ບ້ານວັດທະນະທໍາ 52 ບ້ານ ມີ 6.107 ຄອບຄົວ, ເພີ່ມອີກ 2 ບ້ານ ຄື: ບ້ານ ແກນຄໍາ ແລະ ບ້ານ ຫ້ວຍກູນ, ໄດ້ປະເມີນຄືນຄອບຄົວວັດທະນະທໍາເພີ້ມອີກ 154 ຄອບຄົວ (ລວມທັງໝົດມີ 6,261 ຄອບຄົວ), ມີເຮືອນ ພັກ 8 ຫຼັງ, ຮ້ານອາຫານ 4 ຮ້ານ, ຮ້ານຂາຍເຄື່ອງໃຊ້ຫ້ອງການ 1 ຮ້ານ, ຮ້ານກິນດື່ມ 6 ຮ້ານ, ຮ້ານບັນເທີງ 2 ຮ້ານ, ຮ້ານເສີມຄວາມງາມ 4 ຮ້ານ, ວົງດົນຕີ 4 ວົງ, ນອກນີ້ ການຕິດຕາມ, ກວດກາ, ຕີລາຄາປະເມີນຜົນ ຂອງການລົງທຶນເອກະຊົນເພື່ອພັດ ທະນາແຫຼ່ງທ່ອງທ່ຽວທີ່ສໍາຄັນ ຂອງເມືອງຍັງບໍ່ເປັນປົກກະຕິ ແລະຕໍ່ເນື່ອງເທົ່າທີ່ຄວນ, ການເກັບກໍາຂໍ້ມູນ, ສະຖິຕິ ຂອງຫົວໜ່ວຍທຸລະກິດການບໍລິການພາຍໃນເມືອງ ທີ່ຂື້ນກັບຄວາມຮັບຜິດຊອບ ຍັງບໍ່ສາມາດປະຕິບັດໄດ້ຕາມລະດັບຄາດໝາຍທີ່ວາງໄວ້ ພ້ອມດຽວກັນນີ້ ຍັງໄດ້ຮັບຟັງການເຜີຍແຜ່ດໍາລັດຂອງປະທານປະເທດ ເລກທີ 315/ລບ, ລົງວັນທີ 2 ຕຸລາ 2017 ວ່າດ້ວຍການບັນເທີງ, ກົດລະບຽບຂອງຫ້ອງການ ວັດທະນະທຳ ແລະທ່ອງທ່ຽວເມືອງ ກ່ຽວກັບການຄຸ້ມຄອງການເຄື່ອນໄຫວການສ້າງຕັ້ງ ແລະດຳເນີນທຸລະກິດ ການບໍລິການຮ້ານອາຫານ, ຮ້ານກິນດືມ, ຮ້ານບັນເທີງ ແລະການບໍລິການໂຮງແຮມ, ເຮືອນພັກໃນຂອບເຂດທົ່ວເມືອງ, ກົດໝາຍ ວ່າດ້ວຍປ້າຍ, ພ້ອມດ້ວຍເອກະສານ ວ່າດ້ວຍການສ້າງບ້ານວັດທະນະທຳ ແລະກົມກອງຕົວແບບ ຂະນະດຽວກັນນີ້ຜູ້ເຂົ້າຮ່ວມຍັງໄດ້ຜັດປ່ຽນກັນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ.
ກອງປະຊຸມທ່ານ ບຸນສີ ທອງສະໄຫວ ປະທາານຄະນະກຳມະການປົກຄອງເມືອງ ໄດ້ມີຄຳເຫັນໂອ້ລົມ ແລະ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຕໍ່ການຈັດຕັ້ງປະຕິບັດວຽກງານຕະຫຼອດໄລຍະຜ່ານມາສະແດງໃຫ້ເຫັນເຖິ່ງຜົນງານ ແລະ ຜົນສຳ ເລັດຫຼາຍດ້ານ ພ້ອມທັງໄດ້ເໜັ້ນໜັກບາງບັນຫາຕ້ອງໄດ້ເອົາໃຈໃສ່ສືກສາອົບຮົມການເມືອງແນວຄິດໃຫ້ພະນັກງານລັດຖະກອນ ທີຢູ່ໃນຄວາມຮັບຜິດຊອບຂອງຕົນເປັນບັນຫາສຳຄັນ, ຖືເອົາວຽກງານປ້ອງກັນຊາດ,ປ້ອງກັນຄວາມສະຫົງບເປັນຕົ້ນຕໍ, ເອົາໃຈໃສ່ປະຕິບັດວຽກງານວິຊາສະເພາະຂອງຕົນໃຫ້ບັນລຸມີຜົນສຳເລັດເປັນຕົ້ນກໍ່ແມ່ນ ວຽກງານວັດທະນະທຳ, ວຽກງານທ່ອງທ່ຽວ ຮຽກຮ້ອງໃຫ້ຜູ້ປະກອບການ, ຫົວ ໜ່ວຍທຸລະກິດພາຍໃນເມືອງ ຈົ່ງເອົາໃຈໃສ່ປະຕິບັດການດໍາເນີນທຸລະກິດຂອງຕົນໃຫ້ຖືກຕ້ອງຕາມກົດລະບຽບ ແລະກົດໝາຍ, ຂໍ້ຫ້າມຕ່າງໆ, ຕ້ອງຮັກສາໄດ້ຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ, ສະອາດຈົບງາມ, ຮັກສາໄດ້ບັນຫາສິ່ງແວດລ້ອມຕ່າງໆ. ຕອນທ້າຍກອງປະຊຸມ ຍັງໄດ້ມອບໃບຍ້ອງຍໍ ຂອງທ່ານປະທານ ຄະນະກຳມະການປົກຄອງເມືອງ ໃຫ້ກັບຜູ້ປະກອບການຫົວໜ່ວຍທຸລະກິດທີ່ໄດ້ປະ ກອບສ່ວນວັດຖຸປັດໃຈຕ່າງໆໃຫ້ກັບຫ້ອງການວັດທະນະທຳ ແລະ ການທ່ອງທ່ຽວໄນໄລຍະຜ່ານມາ ມອບໂດຍ ທ່ານ ບຸນສີ ທອງສະໄຫວ ປະທາານຄະນະກຳມະ ການປົກຄອງເມືອງ.
ຂ່າວ-ພາບ: ພອນສະຫວັນ ມະນີສີ.
ຂ່າວ-ສານ: ຄະນະໂຄສະນາອົບຮົມ ເມືອງຜາອຸດົມ. 16 ມັງກອນ 2026.



