



ວັນທີ 20 ຕຸລາ 2025, ຢູ່ທີ່ສະໂມສອນເມືອງຜາອຸດົມ ໄດ້ຈັດຊຸດຝຶກອົບຮົມ ໃຫ້ແກ່ນັກເດີນສຳຫຼວດ ແລະ ນັກກວດກາ ພົນລະເມືອງ ແລະ ທີ່ຢູ່ອາໃສ່ທົ່ວປະເທດ ຄັ້ງທີ V ປີ 2025. ໂດຍການເປັນປະທານ ຂອງທ່ານ ບຸນສີ ທອງສະໄຫວ ປະທານຄະນະກຳມະການປົກຄອງເມືອງ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ຄູຝຶກ, ນັກເດີນສຳຫຼວດ ແລະ ນັກກວດກາ ເຂົ້າຮ່ວມ.
ຊຸດຝຶກອົບຮົມ ແມ່ນເພື່ອເກັບກໍາສະຖິຕິພົນລະເມືອງລາວ ແລະ ຕ່າງປະເທດທີ່ດຳລົງຊີວິດຢູ່ລາວ ທັງເກັບກຳສະພາບການຂະຫຍາຍຕົວຂອງພົນລະເມືອງ ແລະ ເກັບກຳ ສະພາບທີ່ຢູ່ອາໄສຂອງພົນລະເມືອງ, ເພື່ອເກັບກຳຂໍ້ມູນພື້ນຖານຂອງພົນລະເມືອງລາວ ກ່ຽວກັບການສຶກສາ, ດ້ານສາທາລະນະສຸກ, ຄຸນລັກສະນະທີ່ຢູ່ອາໄສ, ການດຳລົງຊີວິດ, ສະພາບຄວາມພິການ ແລະ ສະພາບການຍົກຍ້າຍຂອງພົນລະເມືອງ, ເກັບກຳສະພາບກໍາລັງແຮງງານ, ສະພາບການມີວຽກເຮັດງານທໍາ, ສ້າງຖານຂໍ້ມູນໃຫ້ແກ່ການຄາດຄະເນພົນລະເມືອງໃນການສໍາຫຼວດສຳມະໂນຄົວ ແລະ ຂຶ້ນທະບຽນພົນລະເມືອງ ສ້າງປັບປຸງລະບົບຂໍ້ມູນຂ່າວສານ ສະຖິຕິດ້ານຕ່າງໆໃຫ້ມີຄວາມຄົບຖ້ວນ ສົມບູນຍິ່ງຂຶ້ນໃຫ້ທຽບທັນກັບພາກພື້ນ ແລະ ສາກົນ
ທັງນີ້ ກໍ່ເພື່ອຝຶກອົບຮົບໃຫ້ແກ່ນັກກວດກາ ແລະ ນັກເດີນສໍາຫຼວດຂັ້ນເມືອງ ເພື່ອໃຫ້ມີຄວາມຮູ້, ຄວາມເຂົ້າໃຈ ກ່ຽວກັບ ກອບແນວຄວາມຄິດ, ຈຸດປະສົງ, ວິທີການຈົດກ່າຍແບບສອບຖາມ ໃນລະບົບ ( ຄອບປີ້ CAPI ) ໃຫ້ມີຄວາມເປັນເອກະພາບຢ່າງເລິກເຊິ່ງ ຮັບປະກັນໃນການເກັບກຳຂໍ້ມູນພາກສະໜາມ, ພ້ອມທັງເສີມສ້າງຄວາມຮູ້, ຄວາມເຂົ້າໃຈ ກ່ຽວກັບໜ້າທີ່ຮັບຜິດຊອບຂອງນັກກວດກາ ແລະ ນັກເດີນສໍາຫຼວດ ລວມທັງວິທີການ, ຂັ້ນຕອນ ໃນການເກັບກຳຂໍ້ມູນພາກສະໜາມ.
ຂ່າວ-ພາບ: ພອນສະຫວັນ ມະນີສີ. 20. ຕຸລາ 2025.
ຂ່າວສານ-ສື່ສິງພິມ ຄະນະໂຄສະນາອົບຮົມ ເມືອງຜາອຸດົມ.
ແອດມິນ: ທອງຈັນ ວົງປັນຍາ.



