ເມືອງຜາອຸດົມ ປາຖະກະຖາວັນສ້າງຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ

 

ວັນທີ 8 ເມສາ 2026 ນີ້.  ເມືອງຜາອຸດົມ ແຂວງບໍ່ແກ້ວ ປາຖະກະຖາວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ  ຄົບຮອບ 71 ປີ ( ວັນທີ 14 ເມສາ 1955 – 14 ເມສາ 2026 ) ໂດຍການເຜີຍແຜ່ຂອງທ່ານ ບຸນເລື່ອນ ສິດສົມພູ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງ ( ຜູ້ຊີ້ນໍາວຽກງານຂົງເຂດອົງການຈັດຕັ້ງມະຫາຊົນ ), ເຂົ້າຮ່ວມມີກໍາມະການພັກເມືອງ, ອາດີດເລຂາຄະນະບໍລິຫານງານຊາວໜຸ່ມເມືອງ, ມີເລຂາ-ຮອງເລຂາ ຮາກຖານຊາວໜຸ່ມ,  ໜ່ວຍຊາວໜຸ່ມ ພ້ອມດ້ວຍສະມາຊິກຊາວໜຸ່ມອ້ອມຂ້າງເມືອງເຂົ້າຮ່ວມ.

ຕະຫຼອດ 71 ປີ ພາຍໃຕ້ຮົມທຸງຂອງພັກເຮົາ ກໍ່ຄື ການນໍາພາຂອງຄະນະບໍລິການງານຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ແບກຫາບພາລະກໍາປະຫວັດສາດອັນຍິີ່ງໃຫຍ່ໃນແຕ່ລະໄລຍະທີີ່ແຕກຕ່າງກັນ ແລະສາມາດ ປະຕິບັດພາລະກໍາປະຫວັດສາດເຫຼົ່ານັ້ນໄດ້ຢ່າງສະຫງ່າງາມ ໃນຊຸມປີຕໍ່ໜ້າພັກເຮົາຍິ່ງມີຄວາມຮັບຜິດຊອບ ອັນໜັກໜ່ວງ ໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ-ເງິນຕາ ລວມທັງຄວາມບອບ ບາງທາງດ້ານເສດຖະກິດມະຫາພາກ ຄະນະບໍລິຫານງານຊາວໜຸ່ມຈະຕ້ອງໄດ້ເພີ່ມທະວີປະຕິບັດສະກັດກັ້ນ ການປະຕິບັດນະໂຍບາຍຫັນປ່ຽນໂດຍສັນຕິຂອງພວກຄົນບໍ່ດີຕໍ່ລະບອບໃໝ່ຂອງພວກເຮົາດ້ວຍຫຼາຍຮູບການ ປະກົດການຫຍໍ້ທໍ້ໃນສັງຄົມນັບມື້ເກີດຂຶ້ນຢ່າງຕໍ່ເນື່ອງ, ການສຶກສາພົບກັບຄວາມຫຍຸ້ງຍາກ, ຄ່າຄອງຊີບນັບມື້ສູງຂຶ້ນ ແລະອື່ນໆ. ແຕ່ດ້ວຍມູນເຊື້ອຄວາມສາມັກຄີ ແລະຄວາມຕັດສິນໃຈຂອງຄະນະບ ລິຫານງານຊາວ ໜຸ່ມໄດ້ສືບຕໍ່ປະກອບສ່ວນຍູ້ແຮງພາລະກິດປ່ຽນແປງໃໝ່ຮອບດ້ານມີຫຼັກການ, ເຮັດໃຫ້ປະເທດຊາດກ້າວຂຶ້ນ ຢ່າງໜັກແໜ້ນສູ່ຈຸດໝາຍທີ່ກໍານົດໄວ້ ດ້ວຍການເສີມຂະຫຍາຍມູນເຊື້ອທາດແທ້ຂອງຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວນອກນີ້ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດຄັ້ງທີ່ IX ທີ່ໄດ້ດຳເນີນມາແຕ່ວັນທີ 25-26 ສິງຫາ 2025 ທີ່ຫໍ ປະຊຸມແຫ່ງຊາດ, ພາຍໃຕ້ການເປັນປະທານ ຂອງ ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງ ພັກ, ເລຂາຄະນະບໍລິຫານງານພັກ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດ ລາວ ແລະໄດ້ຮັບກຽດຢ່າງສູງຈາກ ສະຫາຍ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງ ພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ, ມີບັນດາ ສະຫາຍການນໍາພັກ-ລັດ, ອາດີດການນໍາຊາວໜຸ່ມ, ວິລະຊົນແຫ່ງຊາດ ນັກສິລະປິນແຫ່ງຊາດ, ຊາວໜຸ່ມ, ເຍົາວະຊົນ ຕົວແບບ ເຂົ້າຮ່ວມກອງປະຊຸມ ທັງໝົດ 535 ສະຫາຍ, ຍິງ 218 ສະຫາຍ ໃນນີ້ ມີຜູ້ແທນສົມບູນທີ່ມາຈາກບັນດາ ກະຊວງ, ອົງການ, ແຂວງ ແລະນະຄອນຫຼວງວຽງຈັນ ທັງໝົດ 431 ສະຫາຍ, ຍິງ 193 ສະຫາຍ, ເຊິ່ງເປັນຕົວແທນໃຫ້ ແກ່ຊາວໜຸ່ມ, ເຍົາວະຊົນ, ອະນຸຊົນລາວ ບັນດາເຜົ່າ ໃນຂອບເຂດທົ່ວປະເທດ ທັງໝົດ 3 ລ້ານກວາຄົນ ບັນດາສະຫາຍ ຜູ້ແທນກອງປະຊຸມໃຫຍ່ ໄດ້ຍົກສູງຄວາມຮັບຜິດຊອບ ແລະ ສຸມສະຕິປັນຍາຂອງຕົນ ເຂົ້າໃນການຄົ້ນຄວ້າປະກອບຄໍາ ຄິດຄຳເຫັນ ຕໍ່ກອງປະຊຸມຢ່າງກົງໄປກົງມາ ເຮັດໃຫ້ກອງປະຊຸມດໍາເນີນໄປດ້ວຍບັນຍາກາດຟົດຟື້ນ ແລະສຳເລັດຕາມ ຈຸດປະສົງທີ່ວາງໄວ້. ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດຂອງຕົນປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ສະໄໝທີ IX ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ຖືກຕ້ອງສອດຄ່ອງກັບມາດຖານ ເງື່ອນໄຂທີ່ກຳນົດໄວ້ ເຊິ່ງມີຜູ້ຮັບສະໝັກເລືອກຕັ້ງ ທັງໝົດ 67 ສະຫາຍ, ຍິງ 17 ສະຫາຍ ແລະ ເລືອກໄດ້ ຄະນະ ບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຊຸດທີ IX ຈຳນວນ 63 ສະຫາຍ, ຍິງ 17 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ເປັນ ເອກະສັນເລືອກເອົາຄະນະເລຂາທິການ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຈໍານວນ 13 ສະຫາຍ, ຍິງ 03 ສະຫາຍ, ໃນນີ້ ກອງປະຊຸມໄດ້ເປັນເອກະສັນເລືອກເອົາສະຫາຍ ທອງລີ ສີສຸລິດ ເປັນເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ສະໄໝທີ IX ເລືອກເອົາສະຫາຍ ສຸລິຍາ ແກ້ວພິລາວົງ, ສະຫາຍ ນາງ ມີນາ ສີວິໄລ ແລະສະຫາຍ ນາງ ປານີ ກິນດາວົງ ເປັນຮອງເລຂາ, ເລືອກເອົາສະຫາຍ ສຸລິຍາ ແກ້ວພິລາວົງ ເປັນປະທານກວດກາຄະນະບໍລິຫານງານສູນກາງຊາວໜຸ່ມ, ເລືອກເອົາສະຫາຍ ນາງ ແກ້ວອຸດອນ ແສງມະນີວົງ ເປັນຮອງປະທານກວດກາ, ເລືອກເອົາສະຫາຍ ນາງ ແສງອອນ ປວງມະນີວັນ, ສະຫາຍ ພັທ ບຸນທັນ ຟອງປະດິດ ແລະສະຫາຍ ອຸດົມລິດ ຈັນທະຈັກ ເປັນກຳມະການກວດກາສູນກາງຊາວໜຸ່ມປະຊາຊົນປະຕິວັດລາວສະໄໝທີ່ IX .

ພາບ-ຂ່າວ: ໂສພາ ທິບພະວົງ.

ຂ່າວສານ: ຄະນະໂຄສະນາອົບຮົມເມືອງຜາອຸດົມ.

ແອດມິນ: ທອງຈັນ ວົງປັນຍາ ຄອຂ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa