ເມືອງຜາອຸດົມ ປະກາດການຈັດຕັ້ງ ຍຸບ-ໂຮມ ແລະໂອນວຽກບາງຫ້ອງການ ເຂົ້າກັນ

 

ຢູ່ທີ່ສະໂມສອນຫ້ອງວ່າການ ເມືອງຜາອຸດົມ ວັນທີ 21 ກັນຍາ 2025 ນີ້. ໄດ້ຈັດພິທີ ປະກາດການຈັດຕັ້ງຫ້ອງການຂັ້ນເມືອງທີ່ຖືກໂຮມ, ໂອນວຽກເຂົ້າກັນ. ໂດຍການເປັນປະທານ ຂອງ ທ່ານ ກາງ ມະນີຫວ່າງ ເລຂາຄະນະບໍ ລິຫານງານພັກເມືອງ, ເຂົ້າຮ່ວມມີ ທ່ານ ປາລາມີ ສົມບຸດຕະເສນ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງບໍ່ແກ້ວ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, 2 ກອງບັນຊາການທະຫານ-ຕໍາຫຼວດ, ກອງພັນໃຫຍ່ 302, ຄະນະປັບປຸງກົງຈັກການຈັດຕັ້ງຂັ້ນເມືອງ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຄະນະປະຈໍາພັກເມືອງ ຫົວໜ້າຄະນະຈັດຕັ້ງ ເມືອງຜາອຸດົມ ທ່ານ ບົວເກດ ສືບໄຊຍາ ໄດ້ຜ່ານລາຍງານ ປັບປຸງການຈັດຕັ້ງພາຍໃນ ເມືອງຜາອຸດົມ ເຊິ່ງໄດ້ຍົກໃຫ້ເຫັນສະພາບລວມ, ຜົນການຈັດຕັ້ງປະຕິບັດ( ຍຸບ-ໂຮມຫ້ອງການທົ່ວເມືອງ ), ຂໍ້ສະດວກ ແລະຂໍ້ຫຍຸ້ງຍາກ ພ້ອມທັງຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງໆ ຜາອຸດົມ ວ່າດ້ວຍການແຕ່ງຕັ້ງ ຍົກຍ້າຍສັບຊ້ອນ ແລະໂຮມພະນັກງານ-ລັດຖະກອນ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມມ ໂຮມກັບຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງ ພ້ອມທັງແຕ່ງຕັ້ງຍົກຍ້າຍພະນັກງານຫ້ອງການກະສິກໍາ ແລະສິ່ງແວດ ລ້ອມເມືອງດໍາລົງຕໍາແໜ່ງບໍລິຫານ ໃນນີ້, ເຈົ້າເມືອງຕົກລົງແຕ່ງຕັ້ງ ທ່ານ ບຸນຍີ່ ຈັນທະບຸດ ກໍາມະການພັກເມືອງ ເປັນຫົວໜ້າຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງ, ແຕ່ງຕັ້ງ ທ່ານ ວຽງໄຊ ຈັນທະວົງ ກໍາມະການພັກເມືອງ, ທ່ານ ແສງອາລຸນ ວົງມະນີວັນ, ທ່ານ ດວງແກ້ວ ໄຊວົງກົດ, ທ່ານ ສົມໄຊ ວັນນະຈອມຈັນ ເປັນຮອງຫົວໜ້າຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ ເມືອງຜາອຸດົມ, ພ້ອມທັງແຕ່ງຕັ້ງຫົວໜ້າ ແລະຮອງຫົວໜ້າໜ່ວຍງານພາຍໃນຫ້ອງການ, ແຕ່ງຕັ້ງ ແລະ ຍົກຍ້າຍພະນັກງານ-ລັດຖະກອນຫ້ອງການອຸດສາຫະກໍາ ແລະ ການຄ້າດໍາລົງຕໍາແໜ່ງບໍລິຫານ ໃນນີ້, ເຈົ້າເມືອງຕົກລົງແຕ່ງຕັ້ງ ທ່ານ ສຸພິໄຊ ສຸວັນນະຄໍາ ກໍາມະການພັກເມືອງ ເປັນຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ, ແຕ່ງຕັ້ງ ທ່ານ ສຸລິຍົງ ສຸລິວັນເພັງ, ທ່ານ ສັງເກດ ວັນນະຈອມຈັນ, ທ່ານ ມີສະຫວັນ ສີສຸພັນ ເປັນຮອງຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ພ້ອມທັງແຕ່ງຕັ້ງຫົວໜ້າ ແລະ ຮອງຫົວໜ້າໜ່ວຍງານພາຍໃນຫ້ອງການ, ແຕ່ງຕັ້ງ ແລະ ຍົກຍ້າຍພະນັກງານ-ລັດຖະກອນຫ້ອງການ-ການເງິນເມືອງດໍາລົງຕໍາແໜ່ງບໍລິຫານ. ໃນນີ້, ເຈົ້າເມືອງຕົກລົງແຕ່ງຕັ້ງ ທ່ານ ແສງຫຼ້າ ຕ່ອມອ່ອນແປງ ກໍາມະການພັກເມືອງ ເປັນຫົວໜ້າຫ້ອງການ-ການເງິນເມືອງ, ແຕ່ງຕັ້ງ ທ່ານ ພູຄໍາ ຈິດຕະວົງ, ທ່ານ ພູວົງ ທອນເຮືອງໄຊ, ທ່ານ ບຸນໂຮມ ສຸລິພອນ ເປັນຮອງຫົວໜ້າຫ້ອງການ-ການເງິນເມືອງ ພ້ອມທັງແຕ່ງຕັ້ງຫົວໜ້າ ແລະ ຮອງຫົວໜ້າໜ່ວຍງານພາຍໃນຫ້ອງການ, ຍົກຍ້າຍສັບຊ້ອນ ພະນັກງານ-ລັດຖະກອນຫ້ອງການພາຍໃນເມືອງໄປປະຈໍາການຢູ່ຫ້ອງການແນວລາວສ້າງຊາດເມືອງ 1 ທ່ານ, ຍົກຍ້າຍ, ໂອນວຽກງານບໍລິຫານລັດ ແລະ ວຽກງານປົກຄອງພ້ອມດ້ວຍພະນັກງານ-ລັດຖະກອນຫ້ອງການພາຍໃນເມືອງໄປປະຈໍາການຢູ່ຄະນະຈັດຕັ້ງເມືອງ 4 ທ່ານ, ຍົກຍ້າຍ, ໂອນວຽກງານຄຸ້ມຄອງພົນລະເມືອງພ້ອມດ້ວຍພະນັກງານ-ລັດຖະກອນຫ້ອງການພາຍໃນເມືອງໄປປະຈໍາການຢູ່ກອງບັນຊາການ ປກສ ເມືອງ 3 ທ່ານ, ຍົກຍ້າຍ, ໂອນວຽກງານແຜນທີ່ ແລະ ວຽກງານສາສະໜາພ້ອມດ້ວຍພະນັກງານ-ລັດຖະກອນຈາກຫ້ອງການພາຍໃນເມືອງໄປປະຈໍາການຢູ່ຫ້ອງວ່າການເມືອງ 1 ທ່ານ, ຍົກຍ້າຍສັບຊ້ອນ ພະນັກງານ-ລັດຖະກອນຫ້ອງການພາຍໃນເມືອງໄປປະຈໍາການຢູ່ຫ້ອງການຍຸຕິທໍາເມືອງ 1 ທ່ານ, ໂອນວຽກງານ ແລະ ຍົກຍ້າຍສັບຊ້ອນ ພະນັກງານ-ລັດຖະກອນຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄປຂຶ້ນກັບຄະນະໂຄສະນາອົບຮົມເມືອງ 2 ທ່ານ.

  ທ່ານ ກາງ ມະນີຫວ່າງ ເລຂາຄະນະບໍລິຫານງານພັກເມືອງໄດ້ມີຄໍາເຫັນໂອລົມ ແລະ ໃຫ້ທິດຊີ້ນໍາຕໍ່ກັບບັນດາທ່ານ ທີ່ຖືກແຕ່ງຕັ້ງ, ມອບ-ໂອນວຽກ, ຍົກຍ້າຍ ແລະ ສັບຊ້ອນໜ້າທີ່ບ່ອນປະຈໍາການໃໝ່ ໃນຄັ້ງນີ້ ຈົ່ງເຂົ້າໃຈ ແລະ ເຊື່ອໝັ້ນຕໍ່ທິດທາງແຜນການນະໂຍບາຍ ຂອງພັກ-ລັດ ໃນແຕ່ລະໄລຍະ, ພ້ອມກັນຍົກສູງໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍຈາກພັກ-ລັດຂັ້ນເທິງ ໃນການຊີ້ນໍາ-ນໍາພາ, ຈັດຕັ້ງປະຕິບັດວຽກງານຮອບດ້ານ ຕາມພາລະບົດບາດ, ສິດ ໜ້າທີ່ ວິຊາສະເພາະທີ່ຕົນຮັບຜິດຊອບ, ສຸມໃສ່ເຮັດໃຫ້ບັນດາໜ້າວຽກຂອງແຕ່ລະຂະແໜງການທີ່ຖືກໂອນ ແລະ ຍົກຍ້າຍສັບຊ້ອນໃໝ່ ປະສົບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.

ພາບ-ຂ່າວ: ໂສພາ ທິບພະວົງ.

ກວດແກ້: ຈ. ຈັນທະລິດ.

ຮຽບຮຽງ-ແອດມິນ: ທອງຈັນ ວົງປັນຍາ.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa