


ວັນທີ 9 ມັງກອນ 2026 ນີ້ ເມືອງຜາອຸດົມ, ແຂວງບໍ່ແກ້ວ ໄດ້ຈັດພິທີ ຮັບຊົມການຖ່າຍທອດສົດ ພິທີ ໂຮມຊຸມນຸມໃຫຍ່ ຊົມເຊີຍຜົນສໍາເລັດ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຂື້ນທີ່ ສະໂມສອນຂອງເມືອງ ໂດຍມີ ທ່ານ ສົມນິດ ໄຊທະວົງສິດ ຄະນະປະຈໍາພັກເມືອງ, ຮອງປະທານຄະນະກໍາມະການປົກຄອງເມືອງ, ມີບັນດາທ່ານ ຄະນະປະຈໍາພັກ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ຮອງຫ້ອງການ, ສອງກອງບັນຊາການ ປກຊ-ປກສ, ພະນັກງານ-ລັດຖະກອນອ້ອມຂ້າງເມືອງ ເຂົ້າຮ່ວມຮັບຊົມ.
ພິທີ ແມ່ນໄດ້ເລີມຮັບຊົມການສະແດງສິລະປະວັນນະຄະດີ, ຈາກນັ້ນກໍ່ໄດ້ຮັບຊົມ ຖ່າຍທອດສົດ ພິທີໂຮມຊຸມນຸມໃຫຍ່ ຊົມເຊີຍຜົນສໍາເລັດ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ພ້ອມດ້ວຍການນໍາພັກ-ລັດ ແລະ ມວນຊົນຈໍານວນຫຼວງຫຼາຍ, ໂອກາດດຽວກັນນີ້ ສະຫາຍ ອານຸພາບ ຕຸລາລົມ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກນະຄອນຫຼວງວຽງຈັນ ໄດ້ລາຍງານຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ. ໃນນີ້ ກອງປະຊຸມ ຍັງໄດ້ເປັນເອກະສັນກັນ ເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຊຶ່ງປະກອບດ້ວຍກໍາມະການສົມບູນ 73 ສະຫາຍ ແລະ ກໍາມະການສໍາຮອງ 15, ກອງປະຊຸມຄົບຄະນະຄັ້ງປະຖົມມະລືກ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຍັງໄດ້ເປັນເອກະພາບເລືອກຕັ້ງເອົາກໍາມະການກົມການເມືອງສູນກາງພັກ ຈໍານວນ 13 ສະຫາຍ, ເລືອກເອົາກໍາມະການຄະນະເລຂາທິການສູນກາງພັກ 11 ສະຫາຍ. ກອງປະຊຸມ ໄດ້ເປັນເອກະພາບ ເລືອກເອົາ ສະຫາຍ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ອີກໜຶ່ງສະໄໝ. ພ້ອມກັນນັ້ນ, ກໍໄດ້ເລືອກເອົາ ສະຫາຍ ພົນເອກ ວິໄລ ຫລ້າຄໍາຟອງ ເປັນຜູ້ປະຈໍາການຄະນະເລຂາທິການສູນກາງພັກ. ກອງປະຊຸມ ຍັງໄດ້ເລືອກປະທານ, ຮອງປະທານຄະນະກວດກາສູນກາງພັກປະກອບດ້ວຍ 6 ສະຫາຍ ໂດຍແມ່ນ ສະຫາຍ ວັນໄຊ ພອງສະຫວັນ ເປັນປະທານ.
ຂ່າວ-ພາບ: ພອນສະຫວັນ ມະນີສີ.
ຂ່າວ-ສານ: ຄະນະໂຄສະນາອົບຮົມເມືອງຜາອຸດົມ.
ແອດມິນ: ທ ວົງປັນຍາ.



