ທ່ານ ຈອມສີ ລັດຕະນະປັນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນ ແຂວງບໍ່ແກ້ວ ຊຸດທີ່ II
ທ່ານ ແກ້ວລາ ນໍລະສິງ ຮອງຫົວໜ້າຄະນະຈັດຕັ້ງແຂວງ
ຕອນເຊົ້າຂອງວັນທີ 2 ກັນຍາ 2025 ນີ້. ຢູ່ທີ່ສະໂມສອນກອງບັນຊາການປ້ອງກັນຄວາມສະຫງົບ ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ຈັດ ພິທີ ປະກາດແຕ່ງຕັ້ງ ປະທານ-ຮອງປະທານ ຄະນະກໍາມະການປົກຄອງເມືອງ ໂດຍການເປັນປະທານຂອງ ທ່ານ ຈອມສີ ລັດຕະນະປັນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນ ແຂວງບໍ່ແກ້ວ ຊຸດທີ່ II, ໃຫ້ກຽດເຂົ້າຮ່ວມ ພິທີ ມີຄະນະປະຈໍາ-ກໍາມະການພັກແຂວງ, ຄະນະຮັບຜິດຊອບຂັ້ນແຂວງ, ມີຄະນະປະຈໍາ-ກໍາມະການພັກເມືອງ, ປະທານສະພາປະຊາຊົນປະຈໍາເຂດເລືອກຕັ້ງເມືອງຜາອຸດົມ, ອາດີດພະນັກງານການນໍາ, ພະນັກງານອາວຸໂສບໍານານ, ຫົວໜ້າ-ຮອງຫົວໜ້າຫ້ອງການ, 2 ກອງບັນຊາການທະຫານ-ຕໍາຫຼວດ, ກອງພັນໃຫຍ່ 302, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການໄອຍະການປະຊາຊົນເຂດ II, ສານປະຊາຊົນເຂດ II, ອໍານວຍການໂຮງຮຽນ-ໂຮງໝໍ, ໜ່ວຍບໍລິການລັດວິສາຫະກິດ ພ້ອມດ້ວຍອົງການຈັດຕັ້ງບ້ານພາຍໃນເທດສະບານເມືອງເຂົ້າຮ່ວມ.
ພິທີ ທ່ານ ກາງ ມະນີຫວ່າງ ເລຂາຄະນະບໍລິຫານງານພັກເມືອງໄດ້ຜ່ານບົດລາຍງານຫຍໍ້ສະພາບການຈັດຕັ້ງປະຕິບັດວຽກງານຮອບດ້ານ, ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງເມືອງ ແລະ ການສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ່ VII ຂອງອົງຄະນະພັກແຂວງ, ຈາກນັ້ນ, ທ່ານ ແກ້ວລາ ນໍລະສິງ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງບໍ່ແກ້ວ ເລກທີ່ 1014/ບກ, ລົງວັນທີ 24 ສິງຫາ 2025 ວ່າດ້ວຍການແຕ່ງຕັ້ງ ປະທານ, ຮອງປະທານ ຄະນະກໍາມະການປົກຄອງ ເມືອງຜາອຸດົມ, ໃນນີ້, ເຈົ້າແຂວງຕົກລົງແຕ່ງຕັ້ງ ທ່ານ ບຸນສີ ທອງສະໄຫວ ຮອງເລຂາພັກເມືອງ ເປັນປະທານຄະນະກໍາມະການປົກຄອງເມືອງ, ແຕ່ງຕັ້ງ ທ່ານ ສົມນິດ ໄຊທະວົງສິດ ແລະ ທ່ານ ຄໍາສອນ ທຸບິນຍາ ຄະນະປະຈໍາພັກເມືອງ ເປັນຮອງປະທານຄະນະກໍາມະການປົກຄອງເມືອງ, ພິທີ ໄດ້ມອບ-ຮັບຂໍ້ຕົກລົງດັ່ງກ່າວໃຫ້ບັນດາທ່ານທີ່ໄດ້ຮັບການແຕ່ງຕັ້ງ ຢ່າງເປັນທາງການ ມອບໂດຍ ທ່ານ ຈອມສີ ລັດຕະນະປັນ ຮອງເລຂາພັກແຂວງ.
ໂອກາດນີ້ ທ່ານ ຈອມສີ ລັດຕະນະປັນ ຮອງເລຂາພັກແຂວງ ໄດ້ມີຄໍາເຫັນເນັ້ນໜັກໃຫ້ບັນດາທ່ານທີ່ໄດ້ຮັບການແຕ່ງຕັ້ງ ຈົ່ງພ້ອມກັນຍົກສູງໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍຈາກພັກ-ລັດຂັ້ນເທິງ ໃນການຊີ້ນໍາ-ນໍາພາ ວຽກງານຮອບດ້ານຂອງເມືອງ ຕາມພາລະບົດບາດ ສິດ ແລະໜ້າທີ່ຂອງຕົນຮັບຜິດຊອບ ສຸມໃສ່ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ ເພື່ອເຮັດໃຫ້ເມືອງຜາອຸດົມຫຼຸດພົ້ນອອກຈາກເມືອງທຸກຍາກໃນຕໍ່ໜ້າ.
ພາບ-ຂ່າວ: ໂສພາ ທິບພະວົງ.
ແອດມິນ: ທອງຈັນ ວົງປັນຍາ