
ທ່ານ ປະລິນຍາເອກ ບຸນທອງ ຈິດມະນີ ຜູ້ປະຈໍາການເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ





ໃນວັນທີ 15 ພະຈິກ 2025 ນີ້. ຄະນະນໍາຂອງແຂວງ ນໍາພາໂດຍ ທ່ານ ຄໍາແຍງ ຄອນໄຊສະກິດ ຮອງເລຂາພັກແຂວງ ຮອງປະທານຄະນະກໍາມະການປົກຄອງແຂວງ ພ້ອມດ້ວຍການນໍາຂອງແຂວງ, ມີທ່ານ ບຸນສີ ທອງສະໄຫວ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງ ພ້ອມດ້ວຍການນໍາຂອງເມືອງ ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຂອງການລົງມາຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງຜາອຸດົມ ເພື່ອພົບປະໂອ້ລົມກັບການນໍາຂອງແຂວງ-ການນໍາຂອງເມືອງ ຂອງທ່ານ ປະລິນຍາເອກ ບຸນທອງ ຈິດມະນີ ຜູ້ປະຈໍາການເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະຈາກສູນກາງ, ກະຊວງ ໂອກາດທີ່ເດີນທາງມາຮອດທ່ານພ້ອມດ້ວຍ ທີມງານກໍ່ໄດ້ເດີນທາງໄປຢ້ຽມຢາມພີ່ນ້ອງຂອງທ່ານທີ່ບ້ານນາໂຮມ ແລະ ໄດ້ໄປຢາມບ້ານເກີດທີ່ບ້ານປາງທອງ ເມືອງຜາອຸດົມ ແຂວງບໍ່ແກ້ວ ແລະ ໃນຕອນເຊົ້າຂອງວັນທີ 16 ພະຈິກ 2025 ທ່ານກໍ່ໄດ້ໂອລົມກັບການນໍາຂອງແຂວງ-ການນໍາຂອງເມືອງ ຢູທີ່ສະໂມສອນຂອງເມືອງໃຫ້ກຽດເຂົ້າຮ່ວມຮັບຟັງມີການນໍາຂອງແຂວງ-ການນໍາຂອງເມືອງ, ພະນັກງານອາວຸໂສບໍານານ, ສອງກອງບັນຊາການທະຫານ-ຕໍາຫຼວດ, ກອງພັນໃຫຍ່ 302, ຜູ້ອໍານວຍການໂຮງຮຽນ-ໂຮງໝໍ, ໜ່ວຍບໍລິການລັດວິສາຫະກິດທະນາຄານ, ຫົວໜ້າ-ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ ພ້ອມດ້ວຍພະນັກງານລັດຖະກອນ, ທະຫານ-ຕໍາຫຼວດ ເຂົ້າຮ່ວມຮັບຟັງ.
ໂອກາດນີ້, ທ່ານ ບຸນສີ ທອງສະໄຫວ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງ ໄດ້ລາຍງາຍຫຍໍ້ກ່ຽວກັບສະພາບທີ່ຕັ້ງ ແລະ ສະພາບລວມຂອງເມືອງ, ເມືອງຜາອຸດົມ ເປັນເມືອງທຸກຍາກຂອງແຂວງບໍ່ແກ້ວ ທົ່ວເມືອງ ມີ 12 ກຸ່ມບ້ານ 2 ບ້ານໃຫຍ່, ມີ 66 ບ້ານ, ມີເນື້ອທີ່ 1.889 ກິໂລຕາແມັດ, ພົນລະເມືອງ 48.590 ຄົນ, ຍິງ 24.434 ຄົນ, ມີ 8.134 ຄົວເຮືອນ, ໃນນີ້ ມີບ້ານທຸກຍາກ 33 ບ້ານ ກວມ 50%, ມີຄອບຄົວທຸກຍາກ 3,090 ຄອບຄົວ, ມີພົນລະເມືອງທຸກຍາກ 17,845 ຄົນ, ຍິງ 9,017 ຄົນ, ປະຊາຊົນສ່ວນໃຫຍ່ຖືເອົາການປູກຝັງເປັນອາຊີບຕົ້ນຕໍ່, ການລ້ຽງສັດ ແລະ ບໍລິການຄ້າ-ຂາຍ ເປັນອາຊີບສຳຮອງ, ການປະຕິບັດກົນໄກຄຸ້ມຄອງລັດຕໍ່ເສດຖະກິດ-ສັງຄົມດ້ວຍກົດໝາຍໃຫ້ເຂັ້ມງວດຂື້ນໂດຍອາໄສທ່າແຮງບົ່ມຊ້ອນຂອງທ້ອງຖິ່ນ ເພຶ່ອເຮັດໃຫ້ເສດຖະກິດຂອງເມືອງຂະຫຍາຍຕົວຂື້ນ, ລວມຍອດລາຍຮັບທັງໝົດແຜນປີ 36,752 ຕື້ກີບ ປະຕິບັດໄດ້ 27,873 ຕື້ກີບ ເທົ່າກັບ 75,84%, ລວມຍອດລາຍຈ່າຍ 27,755 ຕື້ກີບ ເທົ່າກັບ 75,02%, ມີເນື້ອທີ່ປູກຢາງພາລາທັງໝົດ 3.149,2 ເຮັກຕ່າ, ປູກໃໝ່ 490 ເຮັກຕ່າ, ຂາຍນໍ້າຢາງພາລາຈໍານວນ 789,33 ໂຕນ, ການປູກພືດເປັນສິນຄ້າ (ລະດູແລ້ງ) ມີເນື້ອທີ່ 585,11 ເຮັກຕາ ແລະ ລະດູຝົນ ມີເນື້ອທີ່ 2.039, 2 ເຮັກຕາ. ເຄື່ອນຍ້າຍເຂົ້າເປືອກ 1.029 ໂຕນ, ເຄື່ອນຍ້າຍສັດປະເພດງົວ, ຄວາຍ, ແບ້ 1.070 ໂຕ ແລະ ເຄື່ອນຍ້າຍເຄື່ອງປ່າຂອງດົງ 450 ໂຕນ, ຕິດຕາມໂຄງການປູຢາງ 2 ຊັ້ນ ປາກທາ-ຜາອຸດົມຕາມແຜນ 95,66% ປະຕິບັດໄດ້ 43,89%, ສໍາເລັດການລົງສໍາຫຼວດແລວຕາຂ່າຍໄຟຟ້າ 0,4 kv ໄປຫາບ້ານທີ່ຍັງບໍ່ທັນມີໄຟຟ້າຊົມໃຊ້ ຈໍານວນ 7 ບ້ານ, ທົ່ວເມືອງຜາອຸດົມ ມີທັງໝົດ 27 ຫ້ອງການ ໃນນີ້ຫ້ອງການທີ່ຖືກຢຸບໂຮມມີ 5 ຫ້ອງການ ໄປຂື້ນກັບ 7 ຫ້ອງການ. ມີພະນັກງານທີ່ຢຸບໂຮມເຂົ້າກັນທັງໝົດ 120 ທ່ານ ຍິງ 35 ທ່ານ, ອາສາສະໝັກ ມີ 11 ທ່ານ ຍິງ 4 ທ່ານ, ມອບ-ໂອນໜ້າວຽກທີ່ຂື້ນກັບຫ້ອງການທີ່ກ່ຽວຂ້ອງຕາມສາຍຕັ້ງ ສໍາເລັດ 4 ຫ້ອງການ, ໄດ້ຮັບອະນຸມັດທຶນ ຈໍານວນ 2 ໂຄງການ ມີມູນຄ່າ 1,650 ຕື້ກີບ ເພື່ອຍົກຍ້າຍຈັດສັນພູມລໍາເນົາໃຫ້ປະຊາຊົນ 3 ບ້ານ ຄື: ບ້ານຈອມແກ້ວ, ບ້ານຈອມໄຊ ແລະ ບ້ານສະມິນ ມູນຄ່າ 1,2 ຕື້ກີບ ແລະ ໂຄງການຍົກຍ້າຍປະຊາຊົນ ຈໍານວນ 84 ຄອບຄົວ ໄປຢູ່ຈຸດສຸມລ້ອງນໍ້າຍາວ ເມືອງຜາອຸດົມ ມູນຄ່າ 450 ລ້ານກີບ ແລະ ບັນດາຜົນສໍາເລັດວຽກງານດ້ານອື່ນໆ. ນອກນີ້ ທ່ານຍັງໄດ້ຮັບຟັງການລາຍງານບາງຂົງເຂດວຽກງານທີ່ສະເໜີໃຫ້ລັດຖະມົນຕີກ່ຽວຂ້ອງໄດ້ມີຄໍາເຫັນ ແລະ ທິດທາງແກ້ໄຂຊ່ວຍ.
ໂອກາດທີ່ໄດ້ລົງມາຢ້ຽມຢາມ ແລະ ພົບປະໂອ້ລົມກັບການນໍາຂອງແຂວງ ແລະ ການນໍາຂອງເມືອງໃນຄັ້ງນີ້, ທ່ານ ປະລິນຍາເອກ ບຸນທອງ ຈິດມະນີ ຜູ້ປະຈໍາການເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວໄດ້ມີຄໍາເຫັນເນັ້ນໜັກໃຫ້ຄະນະ ພັກ-ອົງການປົກຄອງເມືອງ ສຸມໃສ່ການປຸກລະດົມໃຫ້ທົ່ວປວງຊົນ ປະກອບສ່ວນເຮັດວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ ໃຫ້ເປັນຂອງທົ່ວປວງຊົນຮອບດ້ານ ເພາະເປັນວຽກງານທີ່ເປັນພື້ນຖານຍາວນານ ໃຫ້ແກ່ການປະຕິບັດແນວທາງການເມືອງຂອງພັກ ແລະ ການພັດທະນາເສດຖະກິດ-ສັງຄົມຂອງລັດ, ໄປຄຽງຄູ່ກັບ ການກໍ່ສ້າງພັກໃຫ້ມີຄວາມຖືກຕ້ອງ-ສອດຄ່ອງ ກັບລະບຽບການຂອງພັກ (5 ຫຼັກການ ແລະ 3 ທິດນໍາ), ທັງສຸມໃສ່ການປັບປຸງກົງຈັກການຈັດຕັ້ງ ໃຫ້ຖືກຕ້ອງຕາມທິດຊີ້ນຳຂອງສູນກາງພັກ ກ່ຽວກັບການຍຸບ ແລະ ໂຮມບາງຂະແໜງການ ໃຫ້ມີຄວາມສອດຄ່ອງ ທັງເຮັດໃຫ້ມີຄວາມກະທັດຮັດທາງດ້ານບຸກຄະລາກອນ ແລະກະກຽມຄວາມພ້ອມຫັນເອົາພະນັກງານ ໄປປະຈໍາການຮັດວຽກຢູ່ຕາແສງທີ່ຈະໄດ້ລົງຈັດຕັ້ງປະຕິບັດໃນມໍ່ໆນີ້ ແລະທ່ານໄດ້ເນັ້ນໜັກໃຫ້ຄະນໍາຂອງແຂວງ-ຄະນະນໍາຂອງເມືອງ ສົ່ງເສີມພໍ່ແມ່ປະຊາຊົນຂອງຕົນໃຫ້ຫັນມາເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ດ້ວຍວິທີການປູກການລ້ຽງໃຫ້ຫຼາຍຂຶ້ນເພື່ອເຮັດໃຫ້ຄອບຄົວກາຍເປັນຄອບຄົວກຸ້ມຢູ່ກຸ້ມກິນ ແລະ ກາຍເປັນຄອບຄົວພົ້ນທຸກໃນຕໍ່ໜ້າ. ໂອກາດທີ່ໄດ້ລົງມາຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງຜາອຸດົມ ໃນຄັ້ງນີ້ ທ່ານ ປະລິນຍາເອກ ບຸນທອງ ຈິດມະນີ ຜູ້ປະຈໍາການເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ ມອບເຄື່ອງນຸ່ງຮົ່ມ ປະເພດເສື້ອກັນໜາວ 270 ຜືນ, ຜ້າຫົ່ມ 200 ຜືນ ແລະມຸ້ງ 200 ດາງ, ລວມມູນຄ່າທັງໝົດ 156 ລ້ານກີບ, ພ້ອມທັງມອບເງິນສົດໃຫ້ເມືອງຈໍານວນ 100 ລ້ານກີບ, ຕາງໜ້າຄະນະນໍາຂອງເມືອງຮັບໂດຍທ່ານ ບຸນສີ ທອງສະໄຫວ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງ ໂດຍຊ່ອງໜ້າຄະນະນໍາກະຊວງ, ສູນກາງ, ຄະນະນໍາຂອງແຂວງ ການນໍາຂອງເມືອງ.
ພາບ-ຂ່າວ: ໂສພາ ທິບພະວົງ.
ແອດມິນ: ທອງຈັນ ວົງປັນຍາ.
ຂ່າວສານ: ຄະນະໂຄສະນາຄົບຮົບເມືອງຜາອຸດົມ. 17.11.2025.



