ເມືອງຜາອຸດົມຈັດ ພິທີ ເຕົ້າໂຮມຊຸມນຸມເພື່ອຮັບຊົມການຖ່າຍທອດສົດ ພິທີ ເດີນສວນສະໜາມສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ ຢ່າງເປັນຂະບວນຟົດຟື້ນ

 

ຕອນເຊົ້າຂອງວັນທີ 2 ທັນວາ 2025 ນີ້. ຢູ່ທີ່ສະໂມສອນຫ້ອງວ່າການເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ຈັດ ພິທີ ເຕົ້າໂຮມຊຸມນຸມ ເພື່ອຮັບຊົມການຖ່າຍທອດສົດ ພິທີ ເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ( 2 ທັນວາ 1975 – 2 ທັນວາ 2025 ) ໂດຍການຮັບຊົມຈາກການຖ່າຍທອດສົດຂອງສະຖານີໂທລະພາບແຫ່ງຊາດລາວທີ່ນະຄອນຫຼວງວຽງຈັນໄດ້ທໍາການຖ່າຍທອດສົດໃຫ້ທົ່ວປວງຊົນລາວທັງຊາດໄດ້ຮັບຊົມໄປພ້ອມໆກັນ ເປັນກຽດເຂົ້າຮ່ວມໃນພິທີຄັ້ງນີ້ ມີທ່ານ ກາງ ມະນີຫວ່າງ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີທ່ານ ຈັນທອນ ພົນທະລາ ອາດີດ ເລຂາພັກເມືອງ ອາດີດເຈົ້າເມືອງໆຜາອຸດົມ, ມີຄະນະປະຈຳພັກ-ກຳມະການພັກ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ສອງກອງບັນ ຊາການທະຫານ-ຕໍາຫຼວດ, ກອງພັນໃຫຍ່ 302, ອາດີດພະນັກງານການນຳ-ພະ ນັກງານອາວຸໂສບໍານານ, ລັດວິສາຫະກິດ ໜ່ວຍບໍລິການທະນາຄານພານໃນເມືອງຕະ ຫຼອດຮອດພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດເຂົ້າຮ່ວມຢ່າງພ້ອມພຽງ.

ພິທີ, ບັນດາການນຳໄດ້ຮັບຊົມ ແລະ ຮັບຟັງການກ່າວບົດສູນທອນພົດຂອງສະຫາຍເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໃນພິທີສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ບາງຕອນວ່າ: ຕະຫຼອດໄລຍະ 50 ປີ ແຫ່ງພາລະກິດປົກປັກຮັກສາ ແລະສ້າງສາພັດທະນາ ສປປ ລາວ, ພວກເຮົາ ໄດ້ຢືນ ຢັນຢ່າງໜັກແໜ້ນ ເຖິງທາດແທ້, ມູນເຊື້ອປະຕິວັດ ທີ່ເປັນບົດຮຽນໃຫ້ແກ່ການສືບຕໍ່ນໍາພາປະເທດກ້າວຂຶ້ນ, ນັ້ນແມ່ນ“ຍຶດໜັ້ນອຸດົມການສັງຄົມນິຍົມ, ເສີມຂະຫຍາຍ ມະຫາສາມັກຄີທົ່ວປວງຊົນລາວທັງຊາດ ເພື່ອບູລະນະ ລະບອບປະຊາທິປະໄຕປະຊາ ຊົນ ໃຫ້ເຂັ້ມແຂງ, ສ້າງລັດ ທີ່ມາຈາກປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ, ອຳ ນາດລັດທັງໝົດ ເປັນຂອງທົ່ວປວງຊົນລາວ ຢ່າງແທ້ຈິງ ແລະເຮັດທຸກສິ່ງທຸກຢ່າງ ເພື່ອຄວາມສົມບູນພູນສຸກ ຂອງປະຊາຊົນ ” ເຊິ່ງເປັນອຸດົມການອັນເດັດດ່ຽວ, ສະ ເໝີຕົ້ນສະເໝີປາຍຂອງພັກເຮົາ ແລະ ເປັນຄວາມມຸ້ງມາດປາຖະໜາອັນແຮງກ້າ ຂອງປະຊາຊົນລາວ ບັນດາເຜົ່າ ທີ່ພວກເຮົາ ແລະຄົນຫຸ່ນໜຸ່ມ ຜູ້ສືບທອດ ຕ້ອງສືບຕໍ່ຍຶດໝັ້ນ ເພື່ອນຳພາພາລະກິດປະຕິວັດ, ນຳພາປະເທດເຮົາ ກ້າວຂຶ້ນສູ່ສັງຄົມນິ ຍົມ ຢ່າງແທ້ຈິງ. ພ້ອມທັງຮັບຊົມພາບການເດີນສວນສະໜາມ ອັນຍິ່ງໃຫຍ່ຕື່ນຕາຕື່ນໃຈ ຂອງກ້ອນກໍາລັງຕ່າງໆ ເຊິ່ງສະແດງໃຫ້ເຫັນເຖິງຄວາມສາມັກຄີ, ຄວາມເຂັ້ມແຂງ, ຄວາມຈະເລີນຮຸ່ງເຮືອງ ແລະມູນເຊື້ອອັນພິລະອາດຫານຂອງຊາດລາວ ຕະ ຫຼອດໄລຍະ 50 ປີຜ່ານມາ ການເຂົ້າຮ່ວມຮັບຊົມການຖ່າຍທອດສົດໃນຄັ້ງນີ້ ບໍ່ພຽງແຕ່ເປັນການຮ່ວມສະຫຼອງວັນປະຫວັດສາດຂອງຊາດ ແຕ່ຍັງເປັນການປຸກລະດົມຈິດໃຈຮັກຊາດ, ເຊີດຊູມູນເຊື້ອ ແລະຄວາມສາມັກຄີເປັນປຶກແຜ່ນຂອງກອງທັບ ແລະປະຊາຊົນບັນດາເຜົ່າ ໃຫ້ສືບຕໍ່ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຮັ່ງມີເຂັ້ມແຂງຂຶ້ນໄປເລື້ອຍໆ.

ພາບ-ຂ່າວ: ໂສພາ ທິບພະວົງ.

ຂ່າວສານ: ຄະນະໂຄສະນາອົບຮົມເມືອງຜາອຸດົມ. 3.12.2025.

ແອດມິນ: ທອງຈັນ ວົງປັນຍາ.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa