ເມືອງປາກທາ ແຂວງບໍ່ແກ້ວ ມອບ-ຮັບໜ້າທີ່ຫົວໜ້າຫ້ອງການການກະສິກຳ ແລະ ສິ່ງແວດລ້ອມ, ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການ-ສັງຄົມເມືອງຜູ້ເກົ່າ ກັບ ຜູ້ໃໝ່.

 

ພິທີມອບ-ຮັບໜ້າທີ່ລະຫວ່າງ ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມ, ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການ-ສັງຄົມເມືອງຜູ້ເກົ່າ ກັບ ຜູ້ໃໝ່ ໄດ້ຈັດຂື້ນໃນວັນທີ 7 ມັງກອນ 2026 ນີ້, ຢູ່ທີ່ສະໂມສອນຂອງເມືອງ ໂດຍການເປັນປະທານຂອງທ່ານ ບຸນພັດ ສີສົມບັດ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະ ທານຄະນະກຳມະການປົກຄອງເມືອງ, ມີບັນດາຄະນະປະຈຳພັກ-ກຳມະການພັກເມືອງ, ມີຄະນະພະແນກກະສິກຳ ແລະ ສິ່ງແວດລ້ອມ, ພະແນກແຮງງານ ແລະ ສະຫວັດດີການ-ສັງຄົມແຂວງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ພະນັກງານ-ລັດຖະກອນຫ້ອງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ພິທີໄດ້ຜ່ານບົດບັນທຶກການມອບ-ຮັບວຽກງານຂອງຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ແລະ ຫ້ອງການແຮງງານ ແລະ ສະຫວັດດີການ-ສັງຄົມ ເມືອງປາກທາ ເຊິ່ງປະກອບມີບັນດາເອກະສານຕ່າງໆ ແລະ ຊັບສິນຂອງລັດ ປະເພດເຄື່ອງຮັບໃຊ້ຫ້ອງການ, ໜ້າທີ່ ແລະ ວຽກງານອື່ນໆ ໃຫ້ຊຸດໃໝ່ໄດ້ສືບຕໍ່ຈັດຕັ້ງປະຕິບັດ,ຈາກນັ້ນ ກໍ່ໄດ້ຜ່ານບົດບັນທຶກມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ບຸນຕາ ແສງອຸ່ນແກ້ວ ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ຜູ້ເກົ່າ ມອບໃຫ້ ທ່ານ ອຳພອນ ອິນທະນົນ ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ຜູ້ໃໝ່,  ພ້ອມທັງທ່ານ ຄຳເຄື່ອງ ພົມວິສັກ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການ-ສັງຄົມເມືອງປາກທາ ຜູ້ເກົ່າ ມອບໃຫ້ ທ່ານ ບຸນຕາ ແສງອຸ່ນແກ້ວ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການ-ສັງຄົມເມືອງປາກທາ ຜູ້ໃໝ່ ພ້ອມທັງເຊັນບົດບັນທຶກມອບ-ຮັບໜ້າທີ່ວຽກງານ ຢ່າງເປັນທາງການ.

ໂອກາດນີ້ທ່ານ ບຸນພັດ ສີສົມບັດ ປະທານພິທີໄດ້ມີຄຳເຫັນໂອ້ລົມ ພ້ອມທັງໄດ້ເນັ້ນໜັກບາງບັນຫາຕໍ່ພິທີທີ່ມີຄວາມໝາຍ ແລະ ຄວາມສຳຄັນ:  ດັ່ງທີ່ຮູ້ນຳກັນແລ້ວວ່າການປັບປຸງລະບົບການຈັດຕັັ້ງແມ່ນວຽກງານປົກກະຕິຂອງວຽກງານການເມືອງ, ດັ່ງນັ້ນການສັບປ່ຽນໜ້ານທີ່ ແລະ ປ່ຽນບ່ອນປະຈຳການກໍ່ແມ່ນຄວາມຮຽກ ຮ້ອງຕ້ອງການ, ເພື່ອເຮັດແທດເໝາະກັບຄວາມຮັບຜິດຊອບຢ່າງຕັ້ງໜ້າ, ສະນັ້ນຜູ້ທີ່ໄດ້ຮັບໜ້າທີ່ໃໝ່ແມ່ນໃຫ້ສຶບຕໍ່ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງຮອບດ້ານ, ບົນພື້ນຖານຍົກສູງສະຕິເຄົາລົບ ປະຕິບັດກົດໝາຍ, ລະບຽບວິໄນ ເປັນຄັນທຸງເຕົ້າໂຮມຄວາມສາມັກຄີ, ເປັນແບບຢ່າງນໍາໜ້າໃນການປະຢັດມັດທະຍັດ , ຕ້ານການຟຸມເຟືອຍ ແລະ ປະກົດການຫຍໍ້ທໍ້ຕ່າງໆ, ເອົາໃຈໃສ່ປັບປຸງແບບແຜນວິທີການເຮັດວຽກຂອງຕົນໃຫ້ສອດຄ່ອງ ແລະ ເໝາະສົມກັບ ສະພາບທີ່ຕົນສັງກັດຢູ່ ຫັນເອົາແຜນງານ, ໂຄງການ, ແຜນການຂອງຂັ້ນເທິງມາເປັນແຜນການຈັດຕັ້ງປະຕິບັດຢ່າງລະອຽດ, ຕ້ອງມີຈຸດສຸມ, ອັນໃດຄວນເຮັດກ່ອນ-ອັນໃດຄວນເຮັດຕາມຫຼັງ, ຈາກນັ້ນມີການ ສະຫຼຸບກວດກາຄືນ ພ້ອມທັງຖອດຖອນບົດຮຽນຢ່າງເປັນປົກກະຕິ, ເພີ່ມທະວີຍົກສູງຄວາມຮັບຜິດຊອບ ໃນການປະຕິບັດມະຕິ, ຄໍາສັ່ງຕ່າງໆ ຕະຫຼອດຮອດພາລະບົດບາດຂອງຫ້ອງການທີ່ກໍານົດໄວ້ ເປັນເສນາທິການໃຫ້ແກ່ຄະນະພັກຂັ້ນເທິງ, ເພີ່ມທະວີຍົກສູງຄຸນນະພາບທາງດ້ານຄວາມຮູ້ເຊັ່ນ: ຄວາມຮູ້ທາງດ້ານທິດສະດີ ແລະ ຄວາມຮູ້ທາງດ້ານວິຊາສະເພາະ ຂອງຂະແໜງການທີ່ຕົນເອງໄດ້ລົງເລິກໃນການຊີ້ນໍາ-ນໍາພາ, ໃຫ້ບັນດາສະຫາຍ ຄວນຕີຕົວຫ່າງເຫີນຈາກ ສິບພະຍາດທີ່ເປັນສັດຕູຕົວອັນຕະລາຍ ແລະ ເປັນສິ່ງກີດຂວາງຕໍ່ການພັດທະນາເປັນຕົ້ນແມ່ນ: ( ພະຍາດສໍ້ລາດບັງຫຼວງ, ພະຍາດຟູມເຟືອຍ, ພະຍາດອາດຍາສິດ,ພະຍາດຂີ້ຄ້ານມັກງ່າຍ ) ເພີ່ມທະວີຍົກສູງຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ເອົາໃຈໃສ່ປິ່ນອ້ອມຕໍ່ບັນດາໜ້າວຽກພາຍໃນຫ້ອງການ ໃຫ້ສໍາເລັດຕາມລະດັບຄາດໝາຍ.

ພາບ-ຂ່າວ: ວັນະເດດ.

ກວດແກ້: ບຸນເພັງ ທຸມມະວົງ.

ແອດມິນ: ທ ວົງປັນຍາ.

 

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa