ທ່ານ ຈອມສີ ລັດຕະນະປັນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນ ແຂວງບໍ່ແກ້ວ ຊຸດທີ II
ທ່ານ ແກ້ວລາ ນໍລະສິງ
ວັນທີ 2 ກັນຍາ 2025 ນີ້, ສະໂມສອນ ເມືອງປາກທາ ໄດ້ມີພິທີປະກາດແຕ່ງຕັ້ງ ປະທານ-ຮອງປະທານຄະນະກໍາມະການປົກຄອງເມືອງ ໂດຍການເປັນປະທານຂອງ ທ່ານ ຈອມສີ ລັດຕະນະປັນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນ ແຂວງບໍ່ແກ້ວ ຊຸດທີ II, ມີບັນດານທ່ານ ຄະນະຮັບຜິດຊອບຂັ້ນແຂວງ, ຄະນະປະຈໍາ, ກໍາມະການພັກເມືອງ ອະດີດພະນັກງານການນໍາ, 2 ກອງບັນຊາການທະຫານ, ຕໍາຫຼວດ ເຂົ້າຮ່ວມ.
ໃນພິທີ ຮອງຫົວໜ້າຄະນະຈັດຕັ້ງແຂວງ ທ່ານ ແກ້ວລາ ນໍລະສິງ ໄດ້ຜ່ານຂໍ້ຕົກລົງ ຂອງທ່ານເຈົ້າແຂວງບໍ່ແກ້ວ ເລກທີ່ 1026/ບກ, ລົງວັນທີ 1 ກັນຍາ 2025 ວ່າດ້ວຍການຍົກຍ້າຍບ່ອນປະຈຳການ ຂອງພະນັກງານນຳພາ-ຄຸ້ມຄອງ ໃນນີ້: ເຈົ້າແຂວງ ຕົກລົງຍົກຍ້າຍ ທ່ານ ຄຳຈັນ ອິນທະຈັກ ຮັກສາການປະທານຄະນະກໍາມະການປົກ ຄອງເມືອງປາກທາໄປປະຈຳການຢູ່ສະພາປະຊາຊົນ ແຂວງບໍ່ແກ້ວ ແລະຂໍ້ຕົກລົງ ເລກທີ 1023/ບກ ລົງວັນທີ 1 ກັນຍາ 2025 ວ່າດ້ວຍການຍົກຍ້າຍ-ແຕ່ງຕັ້ງ ປະທານຄະນະກຳມະການປົກຄອງເມືອງປາກທາ. ໃນນີ້, ເຈົ້າແຂວງຕົກລົງແຕ່ງຕັ້ງ ທ່ານ ບຸນພັດ ສີສົມບັດ ຮອງເລຂາໜ່ວຍພັກ, ກຳມະການຄະນະປະຈຳ, ເລຂາທິການສະພາປະຊາຊົນ ແຂວງບໍ່ແກ້ວ ເປັນປະທານຄະ ນະກຳມະການປົກຄອງ ເມືອງປາກທາ ແລະຂໍ້ຕົກລົງ ຂອງທ່ານເຈົ້າແຂວງ ເລກທີ 1027/ບກ ລົງວັນທີ 1 ກັນຍາ 2025 ວ່າດ້ວຍການແຕ່ງຕັ້ງຮອງປະທານຄະນະກຳມະການປົກຄອງ ເມືອງປາກທາ. ໃນນີ້, ເຫັນດີແຕ່ງຕັ້ງ ທ່ານ ນາງ ຈັກສຸກ ວັນນະວົງ ຄະນະປະຈຳພັກເມືອງ ເປັນຮອງປະທານຄະນະກຳມະການປົກຄອງເມືອງປາກທາ, ທ່ານ ຄຳເຄື່ອງ ພົມວິສັກ ຄະນະປະ ຈຳພັກເມືອງ ເປັນຮອງປະທານຄະນະກຳມະການປົກຄອງເມືອງປາກທາ. ພ້ອມດຽວ ກັນນີ້, ທ່ານ ຈອມສີ ລັດຕະນະປັນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນ ແຂວງບໍ່ແກ້ວ ຊຸດທີ II ໄດ້ມອບຂໍ້ຕົກລົງໃຫ້ບັນດາທ່ານທີ່ໄດ້ຮັບການແຕ່ງຕັ້ງເພື່ອໄວ້ເປັນບ່ອນອີງເຂົ້າໃນການຈັດຕັ້ງປະຕິບັດວຽກງານຕາມການມອບໝາຍ ທັງໄດ້ມີຄໍາເຫັນເນັ້ນໜັກຕໍ່ບຸກຄົນ ທີ່ໄດ້ຮັບແຕ່ງຕັ້ງວ່າ: ຈົ່ງພ້ອມກັນຍົກສູງໜ້າທີ່ການເມືອງ ໃນການຊີ້ນໍາ-ນໍາພາຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຕົນຮັບຜິດ ຊອບ; ສຸມໃສ່ເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ ເພື່ອເຮັດໃຫ້ເມືອງປາກທາຫຼຸດພົ້ນອອກຈາກທຸກຍາກ ແລະກ້າວໄປສູ່ຄວາມຮຸ່ງເຮື່ອງສີວີໄລໃນຕໍ່ໜ້າ…
ໃນໂອກາດດ່ຽວກັນນີ້, ທ່ານ ດຣ ຄຳຜະຫຍາ ພົມປັນຍາ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງບໍ່ແກ້ວ ໄດ້ມີຄຳເຫັນຊີ້ນຳກັບອົງການປົກຄອງເມືອງປາກທາບາງບັນຫາສຳຄັນເປັນຕົ້ນ:
- ໃຫ້ເພີ່ມທະວີຄວາມເອົາໃຈໃສ່ການຈັດສັນອາຊີບໃຫ້ແກ່ປະຊາຊົນ ເພື່ອສ້າງລາຍຮັບທີ່ໝັ້ນຄົງ ເຊັ່ນ: ການກຳນົດຂອບເຂດທຳການຜະລິດໃຫ້ລະອຽດຈະແຈ້ງ.
- ສືບຕໍ່ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອເຮັດໃຫ້ປະຊາຊົນມີຄວາມອຸ່ນອ່ຽງ-ທຸ່ນທ່ຽງ ບໍ່ວິຕົກກັງວົນກັບການອອກໄປທຳມາຫາກິນ, ແລກປ່ຽນ-ຊື້ຂາຍ ກໍ່ຄື: ການດຳລົງຊີວິດ ແລະ ຖືເອົາວຽກງານກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຂາດໝາຍ.
- ຕໍ່ກັບວຽກງານການສຶກສາ ຕ້ອງເພີ່ມທະວີຍົກສູງດ້ານການເມືອງ-ແນວຄິດ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງໂດຍສະເພາະ ຄະນະພັດທະນາການສຶກສາແຕ່ລະຂັ້ນ ຕ້ອງເຂົ້າໃຈ ແລະເຫັນໄດ້ຄວາມໝາຍ, ຄວາມສຳຄັນ ຂອງການສຶກສາຢ່າງເລິກເຊິ່ງ, ກຳໄດ້ 5 ຫຼັກມູນ, 3 ຂໍ້ແຂ່ງຂັນ ຂອງການສຶກສາ ເພື່ອເຮັດໃຫ້ວຽກງານສຶກສາ ມີຄຸນນະພາບ ແລະສຳເລັດຕາມຄາດໝາຍທີ່ວາງໄວ້.
- ເພີ່ມທະວີເອົາໃຈໃສ່ ໂຄສະນາປຸກລະດົມທົ່ວປວງຊົນຮັບຮູ້-ເຂົ້າໃຈຄວາມສຳຄັນ ຂອງກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ VII ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້ ເປັນຕົ້ນ: ການສ້າງຂະບວນການອະນາໄມ, ປະດັບ-ປະດາ ໃຫ້ເປັນຂະບວນຟົດຟື້ນ.
ທ້າຍພິທີຍັງໄດ້ມອບຄອມພິວເຕີຈຳນວນ 3 ຊຸດ ໃຫ້ເມືອງປາກທາອີກດ້ວຍ.
ກວດແກ້: ຈ. ຈັນທະລິດ
ພາບ-ຂ່າວ: ວັນນະເດດ
ແອດມິນ: ທອງຈັນ ວົງປັນຍາ