ເມືອງປາກທາ ຈັດພິທີ ຮັບຊົມການຖ່າຍທອດສົດ ຊົມເຊີຍ ຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ.

ຕອນເຊົ້າ ວັນທີ 9 ມັງກອນ 2026 ນີ້ ເມືອງປາກທາ, ແຂວງບໍ່ແກ້ວ ໄດ້ຈັດພິທີ ຮັບຊົມການຖ່າຍທອດສົດ ພິທີ ໂຮມຊຸມນຸມໃຫຍ່ ຊົມເຊີຍຜົນສໍາເລັດ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຂື້ນທີ່ ສະໂມສອນ ຂອງເມືອງ ໂດຍມີ ທ່ານ ນາງຈັນສຸກ ວັນນະວົງ ຄະນະປະຈໍາພັກເມືອງ, ຮອງປະທານຄະນະກໍາມະການປົກຄອງເມືອງປາກທາ, ມີບັນດາທ່ານ ຄະນະປະຈໍາພັກ, ກໍາມະການພັກເມືອງ, ອາດີດການນໍາ-ພະນັກງານອາວຸໂສບໍານານ, ຫົວໜ້າຫ້ອງການ,ຮອງຫ້ອງການ, ສອງກອງບັນຊາການ ປກຊ-ປກສ, ພະນັກງານ-ລັດຖະກອນ,ອົງການປົກຄອງບ້ານໃຫຍ່ປາກທາ ແລະບ້ານໂພນທອງ ເຂົ້າຮ່ວມ.

ການຮັບຊົມ ຖ່າຍທອດສົດ ພິທີໂຮມຊຸມນຸມໃຫຍ່ ຊົມເຊີຍຜົນສໍາເລັດ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ທີ່ຫໍປະ ຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ພ້ອມດ້ວຍການນໍາພັກ-ລັດ ແລະ ມວນຊົນຈໍານວນຫຼວງຫຼາຍ,ເຊິ່ງໄດ້ຮັບຊົມການສະແດງສີລະປະວັນນະຄະດີ ຈາກນັ້ນ ສະຫາຍ ອານຸພາບ ຕຸລາລົມ ເລຂາທິການສູນກາງພັກ,ເລຂາຄະນະບໍລິຫານງານພັກນະຄອນຫຼວງວຽງຈັນ ໄດ້ລາຍງານຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ.

ຕອນທ້າຍຂອງການຮັບຊົມ ບັນດາຜູ້ເຂົ້າຮ່ວມຍັງໄດ້ຖ່າຍຮູບຮ່ວມກັນ ເພື່ອສະແດງເຖິງ ຄວາມຍ້ອງຍໍຊົມເຊີຍຜົນສໍາເລັດ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຢ່າງສຸດໃຈ.

ຂ່າວ: ບຸນເພັງ ທຸມມະວົງ.

ແອດມິນ: ທ ວົງປັນຍາ.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa