ເມືອງຕົ້ນເຜິ້ງ ປະກາດການແຕ່ງຕັ້ງ ມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່

 

ພິທີມອບ-ຮັບໜ້າທີ່ ລະຫວ່າງ ເລຂາພັກເມືອງ ຜູ້ເກົ່າ-ຜູ້ໃໝ່ ແລະ ປະທານຄະນະກຳມະການປົກຄອງເມືອງ ຕົ້ນເຜິ້ງ ຜູ້ເກົ່າ-ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 4 ທັນວາ 2025 ນີ້, ທີ່ສະໂມສອນເມືອງ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ  ພົນຈັດຕະ ວາ ແປ້ນຄຳ ບຸດຈັນແພງ ເລຂາພັກແຂວງ ຮັກສາການເຈົ້າແຂວງໆ ບໍ່ແກ້ວ, ທ່ານ ຄຳແຍງ ຄອນໄຊຍະກິດ ຮອງເລຂາພັກແຂວງ, ມີຄະນະຮັບຜິດຊອບຂັ້ນແຂວງ, ຄະ ນະບໍລິຫານງານພັກເມືອງ, ພະນັກງານອາວຸໂສ-ບໍານານ, ຫົວໜ້າຫ້ອງການ-ຮອງ ຫ້ອງການອ້ອມຂ້າງເມືອງ ຕະຫຼອດຮອດຄະນະພັກ – ອຳນາດການປົກຄອງບ້ານ ແລະ ອົງການຄຸ້ມຄອງ – ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳເຂົ້າຮ່ວມ.

ທ່ານນາງ ດາວ ໄຊເສດຖາ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານມະມິຕົກລົງ ແລະ ຂໍ້ຕົກລົງ ຂອງຄະນະປະຈໍາພັກແຂວງ ແລະ ເຈົ້າແຂວງ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານນໍາພາ – ຄຸ້ມຄອງ ຂອງເມືອງ ຕົ້ນເຜິ້ງຄື: ມະຕິຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍການຍົກຍ້າຍເລຂາຄະນະບໍລິຫານງານພັກເມືອງ ຕົ້ນເຜິ້ງ ເຊິ່ງຕົກລົງເຫັນດີຍົກຍ້າຍ ສະຫາຍ ຄຳແຍງ ຄອນໄຊຍະກິດ ຮອງເລຂາພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ຕົ້ນເຜິ້ງ ໄປປະຈໍາການຢູ່ຫ້ອງວ່າການແຂວງ ບໍ່ແກ້ວ, ເຫັນດີບົງຕົວແຕ່ງຕັ້ງ ສະຫາຍ ອຸຸ່ນຄຳ ທຳ ມະເລີດ ກຳມະການພັກແຂວງ ຮອງເລຂາພັກເມືອງ ຕົ້ນເຜິ້ງ ຂຶ້ນເປັນເລຂາຄະນະບໍລິການງານພັກເມືອງ ຕົ້ນເຜິ້ງ, ເຫັນດີ ບົງຕົວແຕ່ງຕັ້ງ ສະຫາຍ ປະສິດ ທິບພະວັນ ກຳມະການປະຈໍາພັກເມືອງ ຂຶ້ນເປັນຮອງເລຂາຄະນະບໍລິຫານງານພັກເມືອງ ແລະ ເປັນປະທານກວດກາພັກເມືອງ ຕົ້ນເຜິ້ງ, ເຫັນດີບົງຕົວແຕ່ງຕັ້ງ ສະຫາຍ ຄໍາຫຼ້າ ຈັນທະວົງ ຄະນະພັກຮາກຖານຫ້ອງວ່າການແຂວງ, ເລຂາໜ່ວຍພັກບໍລິຫານຫ້ອງວ່າການ ຂຶ້ນເປັນກຳມະການປະຈໍາພັກເມືອງ ຕົ້ນເຜິ້ງ. ຜ່ານຂໍ້ຕົກລົງຂອງ ເຈົ້າແຂວງບໍ່ແກ້ວ ວ່າດ້ວຍການແຕ່ງຕັ້ງປະທານ, ຮອງປະທານຄະນະກຳມະການປົກ ຄອງເມືອງ ຕົ້ນເຜິ້ງ ເຊິ່ງເຫັນດີແຕ່ງຕັ້ງ ທ່ານ ຄຳລຸນ ລໍມີໄຊ ຮອງເລຂາພັກເມືອງ ເປັນປະທານຄະນະກຳມະການປົກຄອງເມືອງຕົ້ນເຜິ້ງ, ເຫັນດີແຕ່ງຕັ້ງ ທ່ານ ຄຳເພັງ ກຸມພົນ  ຄະນະປະຈໍາພັກເມືອງ ເປັນຮອງປະທານຄະນະກຳມະການປົກຄອງເມືອງ ຕົ້ນເຜິ້ງ ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ, ເຫັນດີແຕ່ງຕັ້ງທ່ານ ຄຳຫຼ້າ ຈັນທະວົງ ຄະນະປະຈໍາພັກເມືອງ ເປັນຮອງປະທານຄະນະກຳມະການປົກຄອງເມືອງ ຕົ້ນເຜິ້ງ ຜູ້ຊີ້ນໍາວຽກງານວັດທະນະທຳ-ສັງຄົມ. ຈາກນັ້ນ, ທ່ານ ຄຳແຍງ ຄອນໄຊຍະກິດ ຮອງເລຂາພັກແຂວງ ອະດີດເລຂາພັກເມືອງ ຕົ້ນເຜິ້ງ ໄດ້ຜ່ານບົດສະຫຼຸບໂດຍຫຍໍ້ວຽກ ງານຮອບດ້ານຂອງເມືອງ ຕົ້ນເຜິ້ງ ໄລຍະປີ 2020 – 2025. ພ້ອມນັ້ນ,ປະທານ ແລະ ບັນດາຜູ້ເຂົ້າຮ່ວມ ໄດ້ຮ່ວມເປັນສັກສີພິຍານໃນການເຊັນບົດບັນທຶກມອບ-ຮັບ ລະ ຫວ່າງ ເລຂາພັກເມືອງ ຜູ້ເກົ່າ-ຜູ້ໃໝ່, ປະທານ-ຮອງປະທານຄະນະກຳມະການປົກຄອງເມືອງຜູ້ເກົ່າ – ຜູ້ໃໝ່.

ໂອກາດນີ້, ທ່ານ ແປ້ນຄຳ ບຸດຈັນແພງ ເລຂາພັກແຂວງ ຮັກສາການເຈົ້າແຂວງໆ ບໍ່ແກ້ວ ໄດ້ມີຄຳເຫັນໂອ້ລົມ ກ່ອນອື່ນໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ຜົນສຳເລັດໃນການຊີ້ນໍາໆວຽກງານຮອບດ້ານຂອງຄະນະບໍລິຫານງານພັກເມືອງ ຕົ້ນເຜິ້ງ ໃນໄລຍະຜ່ານມາ ເຊິ່ງໄດ້ສະແດງອອກຊີວິດການເປັນຢູ່ຂອງປະຊາ ຊົນໄດ້ຮັບການປັບປຸງນັບມື້ນັບດີຂຶ້ນ, ເສດຖະກິດມີການຂະຫຍາບຕົວຢ່າງຕໍ່ເນື່ອງ, ຄຸນນະພາບການສຶກສາໄດ້ຮັບການປັບປຸງ, ມູນເຊື້ອວັດທະນະທຳ – ຮີດຄອງປະເພນີຂອງປະຊາຊົນບັນດາເຜົ່າໄດ້ຮັບການອະນຸລັກຮັກ ແລະ ເສີມຂະຫຍາຍ, ການສ້າງຄອບຄົວ ແລະ ບ້ານວັດທະນະທຳ ໄດ້ມີຈໍານວນເພີ່ມຂຶ້ນ, ມີການຝຶກອົບຮົມດ້ານສີມືແຮງງານເພື່ອສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນ, ວຽກງານ ປກຊ – ປກສ ໄດ້ຮັບການເອົາໃຈໃສ່ເຮັດໃຫ້ເມືອງມີຄວາມສະຫງົບໂດຍພື້ນຖານ.  ການສັບຊ້ອນ ແລະ ແຕ່ງຕັ້ງຄະນະບໍລິຫານພັກເມືຶຶອງ ຕົ້ນເຜິ້ງຄັ້ງນີ້ ຖືເປັນວຽກງານປົກກະຕິໃນແນວທາງການນໍາພາຂອງພັກ ແລະ ການບໍລິຫານລັດ ເພື່ອຕອບສະໜອງຄວາມຮຽກ ຮ້ອງຕ້ອງການໜ້າທີ່ການເມືອງ ແລະ ເປັນກົດເກນປົກກະຕິ ທີ່ຕ້ອງມີເຂົ້າມີອອກ ມີຂຶ້ນມີລົງ. ພ້ອມນັ້ນ, ຍັງໄດ້ເນັັ້ນຫຼາຍບັນຫາຕໍ່ຄະນະບໍລິຫານງານພັກເມືອງ ຕົ້ນເຜິ້ງ ໂດຍສະເພາະບັນດາເລຂາ – ຮອງເລຂາ, ປະທານ – ຮອງປະທານອົງການປົກ ຄອງເມືອງ ຕົ້ນເຜິ້ງ ທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ ຈົ່ງສືບຕໍ່ຊີນໍາໆພາວຽກງານຮອບດ້ານຂອງເມືອງ ຕົ້ນເຜິ້ງ ໃຫ້ມີການພັດທະນາດີຂຶ້ນ ເປັນຕົ້ນ: ສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ສະມາຊິກພັກ – ພະນັກງານ ແລະ ພໍ່ແມ່ປະຊາ ຊົນ, ສືບຕໍ່ສ້າງກຳລັງສຳຮອງ ແລະ ສ້າງບ້ານສູ້ຮົບຕິດລຽນ, ສືບຕໍ່ແກ້ໄຂບັນຫາປາກົດການຫຍໍ້ທໍ້ການເຂົ້າ – ເມືອງຜິດກົດໝາຍ, ການຄ້າຂາຍເຖື່ອນ ຄ້າຂາຍສິ່ງເສບຕິດ ແລະ ບັນຫາແຮງງານຕ່າງປະເທດທີ່ເຂົ້າມາບໍ່ຖືກຕ້ອງ ແລະ ເລື່ອນລອຍ, ສືບຕໍ່ສ້າງ ແລະ ປັບປຸງພື້ນຖານໂຄງລ່າງ ຖະໜົນຫົນທາງ, ສືບຕໍ່ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນພັກ ຫຼີກລ່ຽງບັນຫາພັກພວກ ຈຸ້ມເຈື້ອເຊື້ອສາຍ ອາດຍາສິດ, ເອກະເທດ, ເອກະຊົນ ແລະ ບັນຫາອື່ນໆ.

ພາບ – ຂ່າວ: ອຸໄທ ພູມມາ. ຜູ້ສື່ຂ່າວ ເມືອງຕົ້ນເຜິ້ງ

ແອດມິນ: ທອງຈັນ ວົງປັນຍາ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa