ເປີດກອງປະຊຸມປະຊຸມຄົບຄະນະບໍລິຫານງານພັກເມືອງປາກທາ ເປີດກ້ວາງຄັ້ງທີ 4 ສະໄໝທີ VIII.

ສະຫາຍ ສາລີ ວັນນະສານ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງປາກທາ

 

 

ກອງປະຊຸມຄົບຄະນະບໍລິຫານ ງານພັກເມືອງປາກທາ ເປີດກ້ວາງ ຄັ້ງທີ 4 ສະໄໝທີ XIII ຕິດພັນກັບການດໍາເນີນຊີວິດການເມືອງ ພາຍໃນຄະນະບໍລິຫານງານພັກ ໄດ້ໄຂຂື້ນໃນຕອນເຊົ້າ ຂອງວັນທີ 13  ມັງກອນ 2026   ນີ້ ທີ່ສະໂມຂອງເມືອງ ໂດຍການເປັນປະທານຂອງ ສະຫາຍ ສາລີ ວັນນະສານ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງປາກທາ, ເຂົ້າຮ່ວມ ມີບັນດາສະຫາຍຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ,ສອງກອງບັນຊາການ ປກຊ-ປກສ, ອໍານວຍການໂຮງຮຽນ,ໂຮງໝໍ,ສູນໄຟ້າ,ນໍ້າປະປາ,ທະນາຄານນະໂຍບາຍ, ກອງພັນ 415, ກອງຮ້ອຍແດນ 124,ກອງປະຕິບັດງານ 213, ຕະຫຼອດຮອດຫົວໜ້າໜ່ວຍງານແລະຮອງໜ່ວຍງານຫ້ອງການອ້ອມຂ້າງເມືອງ ເຂົ້າຮ່ວມ.

ສະຫາຍສາລີ ວັນນະສານ ເລຂາຄະນະ ບໍລິຫານງານພັກເມືອງປາກທາ, ປະທານ ກອງປະຊຸມ ໄດ້ມີຄໍາເຫັນກ່າວເປີດກອງປະຊຸມໃນຄັ້ງນີ້ວ່າ: ກອງປະຊຸມໃນຄັ້ງນີ້ແມ່ນສຸດທີ່ມີຄວາມໝາຍ,ຄວາມສໍາຄັນເຊິ່ງຄະນະພັກ, ຜູ້ແທນກອງປະຊຸມ ແຕ່ລະສະຫາຍ ຈະໄດ້ພ້ອມກັນຄົ້ນຄ້ວາສະຫຼຸບຕີລາຄາຄືນຢ່າງກົງໄປກົງມາ ຕໍ່ການຊີ້ນໍາ-ນໍາພາວຽກງານໃນຂອບເຂດຄວາມຮັບຜິດຊອບຂອງຕົນໃນໄລຍະຜ່ານມາ ເພື່ອຊອກໃຫ້ເຫັນດ້ານດີ ທີ່ເປັນຜົນງານ,ດ້ານອ່ອນຂໍ້ຄົງຄ້າງທີ່ຈະຕ້ອງປັບປຸງແກ້ໄຂໃນຕໍ່ໜ້າ, ກອງປະຊຸມຈະໄດ້ຄົ້ນຄ້ວາ ປຶກສາຫາລືຫຼາຍບັນຫາສໍາຄັນເປັນຕົ້ນ: ບົດສະຫຼຸບການຊີ້ນໍາ-ນໍາພາວຽກງານຮອບດ້ານ, ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ບົດລາຍງານການຈັດຕັ້ງປະຕິບັດ ແຜນງບົບປະມານແຫ່ງລັດ ລາຍຮັບ, ລາຍຈ່າຍ,ການຄຸ້ມຄອງການຈັດເກັບລາຍຮັບເຂົ້າງົບປະມານ ໃນໄລຍະ 1 ປີ ຜ່ານມາ (2025) ແລະ ວາງທິດທາງ ແຜນການປະຈໍາ 3 ເດືອນຕົ້ນປີ 2026 ແລະ ບັນດາເອກະສານສໍາຄັນອື່ນໆອີກ.

ໃນນາມ ປະທານກອງປະຊຸມຮຽກຮ້ອງມາຍັງ ບັນດາສະຫາຍ ຜູ້ແທນກອງປະຊຸມຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນ,ຕັ້ງໜ້າຄົ້ນຄ້ວາປະກອບຄໍາຄິດ-ຄໍາເຫັນຢ່າງກົງໄປກົງມາ ໂດຍຍົກໃຫ້ເຫັນທ່າແຮງບົ່ມຊ້ອນໃນການພັດທະນາເມືອງປາກທາເວົ້າລວມ,ເວົ້າສະເພາະແມ່ນການພັດທະນາບັນດາໜ້າວຽກຂອບເຂດຄວາມຮັບຜິດຊອບຂອງຕົນໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ, ພ້ອມທັງກ່າວເປີດກອງປະຊຸມຄົບຄະນະບໍລິຫານງານພັກເມືອງເປີດກ້ວາງ ຄັ້ງທີ 4 ສະໄໝທີ XIIIຄັ້ງນີ້ຢ່າງເປັນທາງການ, ກອງປະຊຸມຄັ້ງ ນີ້ຈະໃຊ້ເວລາ 3 ວັນເຕັມຈື່ງສໍາເລັດ.

ຂ່າວ: ບຸນເພັງ ທຸມມະວົງ.

ແອດມິນ: ທ ວົງປັນຍາ.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa