
ສະຫາຍ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ



ໃນວັນທີ 20 ພະຈິກ 2025 ນີ້, ສະຫາຍ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ທີກອງບັນຊາການທະຫານແຂວງບໍ່ແກ້ວ, ໂດຍການຕ້ອນຮັບຂອງ ສະຫາຍ ພົນຈັດຕະວາ ບຸນມີ ພາມີໄຊ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີຄະນະພັກ-ຄະນະບັນຊາ 6 ຫ້ອງ, ກົມກອງອ້ອມຂ້າງ, ບັນດາພະແນກການ ຕະຫຼອດຮອດ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ໂອກາດນີ້ ສະຫາຍ ພົນຕີ ວັນທອງ ບຸດຕະວົງ ໄດ້ມີຄຳເຫັນໂອ້ລົມ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ກອງບັນຊາການທະຫານແຂວງບໍ່ແກ້ວ ທີ່ໄດ້ເອົາໃຈໃສ່ຊີ້ນໍາ-ນຳພາກົມກອງໃນໄລຍະຜ່ານມາສາມາດເຮັດໃຫ້ສະພາບຮອບດ້ານໃນທົ່ວແຂວງມີຄວາມສະຫງົບໂດຍພື້ນຖານ, ພ້ອມທັງເນັ້ນໜັກໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບ ຢູ່ໃນກົມກອງໄດ້ຮັບຮູ້ເຊື່ອມຊຶມ, ເຂົ້າໃຈ, ກຳແໜ້ນຕໍ່ແນວທາງປ່ຽນແປງ ໃໝ່ຂອງພັກ, ລະບຽບກົດໝາຍຂອງລັດ, ບັນດາຂໍ້ກໍານົດກົດລະບຽບຂອງກອງທັບວາງອອກໃຫ້ເຂັ້ມງວດ, ເປັນເຈົ້າການເພີ່ມທະວີວຽກງານປະຈໍາການກຽມພ້ອມສູ້ຮົບ 3 ຂັ້ນໃຫ້ເປັນປົກກະຕິ, ພ້ອມກັນປົກປັກຮັກສາ ແລະ ບົວລະບັດຜັດເຊັດວັດຖຸເຄື່ອງຂອງພາຫະນະຮັບໃຊ້ດ້ານອາວຸດຍຸດໂທປະກອນຕ່າງໆ ຂອງກົມກອງໃຫ້ນຳໃຊ້ໄດ້ຍາວນານ, ມີແບບແຜນເຮັດວຽກທີທັນສະໄໝແບບວິທະຍາສາດ, ເຮັດວຽກລວມສູນປະຊາທິປະໄຕ ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ, ເອົາໃຈໃສ່ຕ້ານ ແລະ ສະກັດກັດກັ້ນບັນດາປະກົດການຫຍໍ້ທໍ້ໃນສັງຄົມໃຫ້ມີຄວາມຫຼຸດໜ້ອຍຖອຍລົງເທື່ອລະກ້າວ, ປັບປຸງກໍ່ສ້າງພະນັກງານ-ນັກຮົບໃຫ້ມີຄວາມເຂັ້ມແຂງໜັກແໜ້ນ, ຕິດພັນກັບການກໍ່ສ້າງພັກ-ພະນັກງານຮຸ່ນສືບທອດໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ເພື່ອພັດທະນາຕົນເອງ, ພັດທະນາກົມກອງໃຫ້ມີແບບແຜນທີ່ທັນສະໄໝ, ເພີ່ມທະວີພົວພັນຮ່ວມມືຄວາມສາມັກຄີພາຍໃນ ແລະ ສາກົນ, ເພີ່ມທະວີແກ້ໄຂຊີວິດການເປັນຢູ່ຕາມທິດກົມໃຫຍ່ພາລາທິການກອງທັບວາງອອກ, ສ້າງທ່າແຮງບົ່ມຊ້ອນໃຫ້ກົມກອງ ເພິ່ງຕົນເອງກຸ້ມຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົວເອງ ປັບປຸງກໍ່ສ້າງກົມກອງໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວ.
ຂ່າວໂດຍ: ນີ່ ທຳມະວົງ
ແອດມິນ: ທອງຈັນ ວົງປັນຍາ



