ຮອງປະທານປະເທດເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງບໍ່ແກ້ວ.

ທ່ານ ບຸນທອງ ຈິດມະນີ ຮອງປະທານປະະເທດ

ທ່ານ ພົນຈັດຕະວາ ສຸກພະຈັນສີລາເພັດ ຮອງເຈົ້າແຂວງບໍ່ແກ້ວ

 

 

ພະນະທ່ານ ບຸນທອງ ຈິດມະນີ ຮອງປະທານປະະເທດ ພ້ອມດ້ວຍຄະນະໄດ້ມາເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງບໍ່ແກ້ວ ໃຫ້ກຽດຕ້ອນຮັບທ່ານ ທີ່ເດີນບິນກົມການການເມືອງ ພູ 106 ມີ ທ່ານ ພົນຈັດຕະວາ ສຸກພະຈັນສີລາເພັດ ຮອງເຈົ້າແຂວງບໍ່ແກ້ວ, ມີບັນດາການນຳຂອງແຂວງ ໃຫ້ການຕ້ອນຮັບ ໃນວັນທີ 17 ພະຈິກ 2025 ນີ້ ໄດ້ສືບຕໍ່ພົບປະໂອ້ລົມການນຳຂອງແຂວງ, ພະແນກການ, ອົງການຈັດຕັ້ງມີຫາຊົນ ທີ່ຫ້ອງປະຊຸມຫ້ອງວ່າການແຂວງບໍ່ແກ້ວ.

ທ່ານ ພົນຈັດຕະວາ ສຸກພະຈັນສີລາເພັດ ຮອງເຈົ້າແຂວງບໍ່ແກ້ວ ໄດ້ລາຍງານການຈັດຕັ້ງປະຕິບັດວຽກອັນພົ້ນເດັ່ນ ໃນນັ້ນມີວຽກງານການເມືອງ,ວຽກງານ ປກຊ-ປກສ ສາມາດຈັບໄດ້ຄະດີຢາເສບຕິດ ທີ່ເກີດຂື້ນທັງໝົດ 294 ເລື່ອງກັກຜູ້ຖືກຫາໄດ້ທັງໝົດ 336 ຄົນ; ຢືດຂອງກາງໄດ້ຄື: ຢາບ້າ 110.501.940 ເມັດ, ເຄຕາມິນ 2.244 ກິໂລກຣາມ, ຄໍລະເຈນ 1.774 ຊ່ອງ ແລະ ເຄື່ອງຂອງອີກຈຳນວນໜື່ງ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໄດ້ມີອັດຕາການເຕີບໂຕຜະລິດຕະພັນພາຍໃນບັນລຸໄດ້ 4.038,66 ຕື້ກີບ,ສະເລ່ຍຕໍ່ຫົວຄົນໄດ້ 18,39 ລ້ານກີບ ເທົ່າກັບ 847,30 ໂດລາສະຫະລັດ/ຄົນ/ປີ. ປີ 2025 ແຂວງບໍ່ແກ້ວ ໄດ້ຮັບແຜນໂຄງການລົງທຶນຂອງລັດ ມີທັງຫມົດ 161 ໂຄງການ, ມີມູນ ຄ່າທັງຫມົດ 3.744,08 ຕື້ກີບ, ການຈັດເກັບລາຍຮັບເຂົ້າງົບປະມານປີສາມາດປະຕິບັດລາຍຮັບໄດ້ລວມທັງສູນກາງ ແລະ ທ້ອງຖິ່ນຮອດວັນທີ 13/11/ 2025 ຈັດເກັບລາຍຮັບໄດ້ 734,70 ຕື້ກີບ ເທົ່າກັບ 73,79% ຂອງແຜນການປີ ແລະ ລາຍງານວຽກງານອື່ນໃຫ້ທ່ານໄດ້ຮັບຊາບ, ນອກນີ້ແຕ່ລະພາກຍັງໄດ້ປະກອບຄຳເຫັນຫຼາຍບັນຫາທີ່ເປັນສິ່ງທ້າທາຍໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ໂດຍສະເພາະບັນຫາຢາເສບຕິດ, ການເຜີຍແຜສາສະໜາທີ່ບໍ່ຖືກຕ້ອງ, ວຽກງານກວດກາພັກ-ລັດ, ການຜະລິດດ້ານຕ່າງເປັນສິນຄ້າ ເພື່ອຊຸກຍູ້ເສດທະກິດ ແລະ ບັນຫາອື່ນໆທີ່ຈັດຕັ້ງປະຕິບັດຍັງບໍ່ໄດ້ດີເທົ່າທີ່ຄວນ.

ໂອກາດນີ້ ທ່ານ ບຸນທອງ ຈິດມະນີ ຮອງປະທານປະະເທດ ໄດ້ມີຄຳເຫັນເໜັ້ນໜັກໃຫ້ຄະນະນຳຂອງແຂວງ ຈົ່ງພ້ອມກັນເອົາໃຈໃສ່ຕໍ່ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫົງບ, ຕິດພັນກັບການຕ້ານສະກັ້ດກັນບັນຫາຢາເສບຕິດ, ສຸມໃສ່ດ້ານເສດຖະກິດໃຫ້ມີການພັດທະນາຢ່າງຕໍ່ເນື່ອງ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ຊຸກຍູ້ສົ່ງເສີມດ້ານການສຶກສາໃຫ້ມີຄວາມເຂົ້ມແຂງ, ຫັນການລົງກໍ່ສ້າງຮາກຖານການເມືອງ ເພື່ອສ້າງຄວາມເຂັ້ມແຂງ, ໃຫ້ແກ່ລະບົບອົງການຈັດຕັ້ງ, ວຽກງານ ປກຊ-ປກສ, ດ້ານເສດຖະກິດ ແລະ ດ້ານວັດທະນຳທຳ-ສັງຄົມ ຢູ່ຂັ້ນຮາກຖານ.

ຂ່າວ: ສາຍສະໝອນ ແກ້ວວິສິດ

ແອດມິນ: ທອງຈັນ ວົງປັນຍາ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa