ຫ້ອງການແຮງງານ ແລະສະຫວັດດີການສັງຄົມເມືອງຜາອຸດົມປິດຊຸດຝຶກອົບຮົມໃຫ້ແກ່ກຸ່ມເປົ້າໝາຍຢູ່ບ້ານນໍ້າຍາວ.

 

ຕອນເຊົ້າຂອງວັນທີ 24 ພະຈິກ 2025 ນີ້. ຢູ່ທີ່ສະໂມສອນ ບ້ານໃຫຍ່ນໍ້າຍາວ ເມືອງຜາອຸດົມແຂວງບໍ່ແກ້ວ ໄດ້ສໍາເລັດ ພິທີປິດຊຸດຝຶກອົບຮົມສີມີແຮງງານສາຂາອາຊີບປູກເຫັດນາງລົມໃຫ້ແກ່ປະຊາຊົນກຸ່ມເປົ້າໝາຍຢູ່ບ້ານໃຫຍ່ນໍ້າຍາວ ໂດຍການເປັນປະທານຂອງທ່ານ ສົມນິດ ໄຊທະວົງສິດ ຄະນະປະຈໍາພັກເມືອງ ຮອງປະທານຄະນະກໍາມະການປົກຄອງເມືອງ ( ຜູ້ຊີ້ນໍາວຽກງານຂົງເຂດວັດທະນະທໍາ-ສັງຄົມ ), ເຂົ້າຮ່ວມມີທ່ານ ວັນນະສອນ ໂພທິປັນຍາ ກໍາມະການພັກແຂວງ ຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມແຂວງ, ມີຫົວໜ້າ-ຮອງຫົວໜ້າພະແນກການກ່ຽວຂ້ອງຂອງແຂວງ, ຫົວໜ້າ-ຮອງຫົວໜ້າຫ້ອງການກ່ຽວຂອງເມືອງ, ອໍານາດການປົກຄອງບ້ານ, ຄູຝຶກ ແລະ ສໍາມະນາກອນເຂົ້າຮ່ວມ.

ພິທີຄະນະຮັບຜິດຊອບໄດ້ລາຍງານກ່ຽວກັບການຝຶກອົບຮົມສີມືແຮງງານສາຂາອາຊີບການປູກເຫັດນາງລົມຢູ່ກຸ່ມຈຸດສຸມລ້ອງນໍ້າຍາວໃນຄັ້ງນີ້, ເຊິ່ງຍົກໃຫ້ເຫັນສະພາບລວມ, ຈຸດປະສົງ ແລະຄາດໝາຍ, ດ້ານດີ, ດ້ານອ່ອນ, ຂໍ້ສະດວກ ແລະຂໍ້ຫຍຸ້ງຍາກ, ຊຸດຝຶກອົບຮົມສີມືແຮງງານສາຂາອາຊີບການປູກເຫັດນາງລົມ ຢູ່ຈຸດສຸມລ້ອງນໍ້າ ຍາວຄັ້ງນີ້ ໄດ້ໃຊ້ເວລາຝຶກທັງໝົດ 5 ວັນ ເລີ່ມແຕ່ວັນທີ 17-21 ພະຈິກ 2025 ເປັນຕົ້ນມາ, ເຊິ່ງມີສໍາມະນາກອນເຂົ້າຮ່ວມທັງໝົດ 13 ທ່ານ, ຍິງ 8 ທ່ານ, ຫຼັກສູດການຝຶກອົບຮົມແມ່ນໄດ້ນໍາໃຊ້ພາກທິດສະດີ ແລະ ການສາທິດນໍາພາປະຕິ ບັດຕົວຈິງໄປພ້ອມໆກັນ ເພື່ອເຮັດໃຫ້ຜູ້ເຂົ້າຝຶກໄດ້ເຂົ້າໃຈງ່າຍຂຶ້ນ ແລະ ຈື່ຈຳໄດ້ ແລະ ສາມາດນຳເອົາບົດຮຽນດັ່ງກ່າວນີ້ນຳໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ. ສຳຫຼັບຫຼັກສູດການຝຶກອົບຮົມແມ່ນມີວິທີແປງແຕະໜຶ້ງເບົ້າເຫັດ, ວິທີເຮັດເຕົາໄຟ ແລະ ວິທີຍັດສໍາລີໃສ່ຜ້າອັດເບົ້າເຫັດ, ວິທີປະສົມຂີ້ເລື່ອຍ, ວິທີຍັດເບົ້າເຫັດ, ວິທີໜຶ້ງເບົ້າເຫັດ, ວິທີເອົາເບົ້າເຫັດອອກໝໍ້ ແລະວິທີທັບຫົວເຊື້ອເຫັດ, ວິທີເຂ່ຍຫົວເຊື້ອ, ການທົດລອງເຮັດຕົວຈິງສາມາດຜະລິດເບົ້າເຫັດໄດ້ທັງໝົດ 1,300 ເບົ້າ, ຜ່ານການປະເມີນກ່ຽວກັບການຮຽນ-ການສອນສາມາດຕີລາຄາກ່ຽວກັບຄວາມຮັບຮູ້ ແລະຄວາມເຂົ້າໃຈ ຂອງຜູ້ເຂົ້າຝຶກແມ່ນມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ແລະ ສາມາດນຳເອົາບົດຮຽນໃນຄັ້ງນີ້ໄປນຳໃຊ້ເຂົ້າໃນການສ້າງເສດຖະກິດຄອບຄົວ. ຈາກນັ້ນໄດ້ມອບໃບຢັ້ງຢືນການສຳເລັດຝຶກອົບຮົມ ຂອງທ່ານຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມແຂວງບໍ່ແກ້ວ ໃຫ້ກັບສໍາມະນາກອນທີ່ໄດ້ສໍາເລັດການຝຶກອົບຮົມສີມີແຮງງານສາຂາອາຊີບປູກເຫັດນາງລົມໃຫ້ແກ່ປະຊາຊົນກຸ່ມເປົ້າໝາຍຢູ່ບ້ານໃຫຍ່ນໍ້າຍາວ ຈໍານວນ 9 ທ່ານ, ຍິງ 7 ທ່ານ,  ມອບໃບຢັ້ງຢືນໂດຍແມ່ນທ່ານ ວັນນະສອນ ໂພທິປັນຍາ ກຳມະການພັກແຂວງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມອບໃບຍ້ອງຍໍຂອງທ່ານເຈົ້າເມືອງໆຜາອຸດົມໃຫ້ແກ່ຄູຝຶກຈໍານວນ 2 ທ່ານ ມອບໂດຍແມ່ນທ່ານ ສົມນິດ ໄຊທະວົງສິດ ຮອງປະທານຄະນະກໍາມະການປົກຄອງເມືອງ.

ພ້ອມທັງໄດ້ມີຄໍາເຫັນໂອ້ລົມ ແລະ ເນັ້ນໜັກບາງບັນຫາໃຫ້ແກ່ຄູຝຶກ ແລະ ສຳມະນາກອນຜູ້ເຂົ້າຮ່ວມ ພາຍຫຼັງໄດ້ສໍາເລັດການຝຶກອົບຮົມໃນຄັ້ງນີ້ແລ້ວ, ຈົ່ງພ້ອມກັນນໍາເອົາບົດຮຽນທີ່ໄດ້ຮຽນມານຳໄປຈັດຕັ້ງປະຕິບັດຢູ່ໃນຄອບຂອງຕົນໃຫ້ປະສົບຜົນສໍາເລັດ ເພື່ອສ້າງເສດຖະກິດຊີວິດການເປັນຢູ່ຂອງຄອບຄົວໃຫ້ດີຂຶ້ນ, ເຮັດໃຫ້ຄອບຄົວໄດ້ຮັບການພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ໃຫ້ກາຍກາຍເປັນຄອບຄົວຕົວແບບໃນການປູກເຫັດໃນຕໍ່ໜ້າ ແລະ ສາມາດເປັນຄູຝຶກ ເພື່ອຖ່າຍທອດຄວາມຮູ້ດັ່ງກ່າວໃຫ້ແກ່ຄອບຄົວອື່ນທີ່ມີຄວາມສົນໃຈມັກຮັກໃນການປູກເຮັດ ເພື່ອສ້າງລາຍໄດ້ໃຫ້ແກ່ຄອບຄົວ ເຮັດໃຫ້ຄອບຄົວໄດ້ຫຼຸດພົ້ນອອກຈາກຄວາມທຸກຢາກເທື່ອລະກ້າວ.

ພາບ-ຂ່າວ: ໂສພາ ທິບພະວົງ.

ຂ່າວສານ: ຄະນະໂຄສະນາອົບຮົມເມືອງຜາອຸດົມ. 25.11.2025.

ແອດມິນ: ທອງຈັນ ວົງປັນຍາ.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa