ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງຫ້ວຍຊາຍ

ວັນທີ 9 ເມສານີ້, ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງ ໄດ້ລົງສົມທົບກັບຄະນະພັກອໍານາດການປົກຄອງບ້ານກຸ່ມນໍ້າມ້າ ສ້າງຂະບວນການອອກແຮງງານລວມເກັບມ້ຽນຂີ້ເຫຍື້ອລຽບຕາມເສັ້ນທາງ R3 ແຕ່ລະຈຸດຂອບເຂດຄວາມຮັບຜິດຊອບຂອງບ້ານການອອກແຮງງານໃນຄັ້ງນີ້ເປັນການເພີ່ມທະວີ ເອົາໃຈໃສ່ຊ່ວຍກັນປົກປັກຮັກສາສະພາບແວດລ້ອມພາຍໃນບ້ານເວົ້າລວມເວົ້າສະເພາະແມ່ນຂອບເຂດບໍລິເວນແຄມເສັ້ນທາງລົດລະຫວ່າງບ້ານຕໍ່ບ້ານໃນຂອບເຂດຄວາມຮັບຜິີດຊອບຂອງບ້ານ ເປັນຕົ້ນ: ອານາໄມເກັບຂີ້ເຫຍື້ອ, ຕາມແຄມທາງລົດ ເຂດຊຸມຊົນ ແລະ ເພຶ່ອເຮັດໃຫ້ການສັນຈອນໄປມາໃຫ້ມີຄວາມສະດວກຈົບງາມຂຶ້ນກ່ວາເກົ່າ ເປັນການສ້າງຂະບວນການ ເພື່ອຂ່ຳນັບຮັບຕ້ອນບຸນປີໃໝ່ລາວທີຈະມາເຖີງນີ້ ແລະ  ວັນບຸນສຳຄັນຕ່າງໆຂອງພັກຂອງຊາດ ນອກຈາກນີ້, ຍັງໄດ້ພ້ອມກັນຕິດປ້າຍຫ້າມບໍ່ໃຫ້ຄົນຖີ້ມຂີ້ເຫຍື້ອຊະຊາຍຕາມເສັ້ນທາງແຕ່ລະຈຸດທີມີການຖີ້ມຂີ້ເຫຍື້ອຊະຊາຍ ຂອບເຂດພາຍໃນບ້ານຕື່ມອີ່ກ, ທັງນີ້ກໍ່ເພື່ອປຸກຈິດສຳນຶກໃຫ້ຊາວໜຸ່ມ, ໄວໜຸ່ມ, ເຍົາວະຊົນ ແລະ ເດັກນ້ອຍລູກຫຼານ ໃຫ້ເຫັນຄວາມສໍາຄັນຂອງການປົກປັກຮັກສາສະ ພາບແວດລ້ອມ ກໍ່ຄື ຊ່ວຍກັນປະຕິບັດຕາມຫຼັກອະນາໄມ 3 ສະອາດ ໃຫ້ມີຄວາມສະອາດງາມຕາ.

ພາບ,ຂ່າວ: ບຸນຈັນ ບຸນປັນຍາ

ແອດມິນ: ທອງຈັນ ວົງປັນຍາ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa