







ໂດຍປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້່າແຂວງບໍ່ແກ້ວສະບັບເລກທີ່ 511/ຈຂ.ບກ, ລົງວັນທີ 30 ເມສາ 2025 ວ່າດ້ວຍ ການຮັບຮອງເອົາເມືອງຜາອຸດົມ ແຂວງບໍ່ແກ້ວ ເປັນເມືອງເປົ້າໝາຍໂຄງການຂຶ້ນທະບຽນອອກໃບຕາດິນຢ່າງເປັນຍລະບົບ ດ້ວຍຮູບແບບວ່າຈ້າງບໍລິສັດສໍາຫຼວດວັດແທກຮ່ວມກັບພາກລັດ. ໃນຕອນເຊົ້າຂອງວັນທີ 20 ພະຈິກ 2025 ນີ້. ຢູ່ທີ່ຫ້ອງປະຊຸມຂອງບ້ານດອນສະຫວັນ ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ມີ ພິທີ ມອບ-ຮັບໃບຕາດິນໃຫ້ເຈົ້າຂອງສິດນໍາໃຊ້ທີ່ດິນ ໃນຂອບເຂດຄຸ້ມຄອງຂອງບ້ານດອນສະຫວັນ. ໂດຍການເປັນປະທານຂອງທ່ານ ວຽງໄຊ ຈັນທະວົງ ກໍາມະການພັກເມືອງ ຮອງຫົວໜ້າຫ້ອງການກະສິກໍາ ແລະສິ່ງແວດລ້ອມເມືອງ, ມີຄະນະຮັບຜິດຊອບໜ່ວຍງານອອກໃບຕາດິນ, ອໍານາດການປົກຄອງບ້ານ, ພ້ອມດ້ວຍພໍ່ແມ່ປະຊາຊົນຜູ້ທີໄດ້ຮັບໃບຕາດິນ ເຂົ້າຮ່ວມ.
ພິທີ ຄະນະຮັບຜິດຊອບໄດ້ຜ່ານ ບົດສະຫຼຸບຫຍໍ້ ການຂຶ້ນທະບຽນອອກໃບຕາດິນຂອງບ້ານດອນສະຫວັນ ຈຸດປະສົງ ເພື່ອເຮັດໃຫ້ປະຊາຊົນມີສິດຄຸ້ມຄອງນໍາໃຊ້ທີ່ດິນ ຂອງຕົນໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ມີໃບຕາດິນ ເພື່ອຢັ້ງຢືນສິດຄຸ້ມຄອງນໍາໃຊ້ຢ່າງຖາວອນ ແລະຍາວນານ, ລັດຮັບຮູ້ ແລະມີຖານຂໍ້ມູນຢ່າງລະອຽດສາມາດກວດກາຄືນໄດ້, ທີ່ດິນມີມູນຄ່າເພີ່ມ ແລະ ສາມາດຫັນເອົາທີ່ດິນເປັນທຶນໄດ້, ສາມາດມອບ-ໂອນ, ສືບທອດມູນມໍລະດົກຖືກຕ້ອງຕາມລະບຽບ-ກົດໝາຍ, ສະດວກໃນການເສຍພາສີທີ່ດິນປະຈຳຢ່າງຖືກຕ້ອງ, ບ້ານ ດອນສະຫວັນ ເປັນບ້ານໜຶ່ງທີ່ຂື້ນກັບ ກຸ່ມບ້ານ ສົມສະຫວ່າງ, ເປັນບ້ານ ເຂດ ເທດສະບານເມືອງ, ທິດເໜືອຕິດກັບ ບ້ານ ຜາອຸດົມ, ທິດໃຕ້ຕິດກັບ ບ້ານ ສີບຸນເຮືອງ, ທິດຕາເວັນອອກຕິດກັບ ບ້ານ ພຽງຄໍາ, ທິດຕາເວັນຕົກຕິດກັບ ບ້ານ ສົມສະຫວ່າງ, ມີເນື້ອທີ່ດິນເຂດຄຸ້ມຄອງຂອງບ້ານ 259,97 ເຮັກຕ່າ, ມີພົນລະເມືອງທັງໝົດ 483 ຄົນ, ຍິງ 338 ຄົນ, ມີ 90 ຫຼັງຄາ, ມີ 117 ຄອບຄົວ, ຊົນເຜົ່າກຶມມຸ ກວມເອົາ 93%, ເຜົ່າລາວລຸ່ມກວມເອົາ 4%, ເຜົ່າລື້ 3 %, ເຜົ່າລະເມດ 3 %, ອາຊີບຕົ້ນຕໍແມ່ນ ເຮັດນາ, ເຮັດໄຮ່ ແລະ ສວນຢາງພາລາ ບ້ານດອນສະຫວັນ ມີຕອນດິນທີ່ໄດ້ວັດແທກ ແລະໄດ້ອອກໃບຕາດິນທັງໝົດ 128 ຕອນ, ມີເນື້ອທີ່ 1.251.256 ຕາແມັດ, ເທົ່າກັບ 125 ເຮັກຕ່າ, ໃນນີ້, ມີດິນປຸກສ້າງຈໍານວນ 3 ຕອນ, ມີເນື້ອທີ່ 870 ຕາແມັດ, ດິນນາມີ 14 ຕອນ, ມີເນື້ອທີ່ 38.277 ຕາແມັດ, ດິນສວນ 110 ຕອນ, ມີເນື້ອທີ່ 1.199.802 ຕາແມັດ, ດິນລັດ ລວມໝູ່ຈໍານວນ 1 ຕອນ, ມີເນື້ອທີ່ 694 ຕາແມັດ. ຈາກນັ້ນ, ໄດ້ມອບໃບຕາດິນໃຫ້ເຈົ້າຂອງສິດນໍາໃຊ້ທີ່ດິນ ມອບໂດຍທ່ານ ວຽງໄຊ ຈັນທະວົງ ຮອງຫົວໜ້າຫ້ອງການກະສິກໍາ ແລະສິ່ງແວດລ້ອມເມືອງ-ຮັບໂດຍເຈົ້າຂອງສິດນໍາໃຊ້ທີ່ດິນ.
ໂອກາດນີ້, ທ່ານ ວຽງໄຊ ຈັນທະວົງ ກໍາມະການພັກເມືອງ ຮອງຫົວໜ້າຫ້ອງການກະສິກໍາ ແລະສິ່ງແວດລ້ອມເມືອງໄດ້ມີຄໍາເຫັນແນະນໍາ, ໃຫ້ອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊົນຊົນຜູ້ທີ່ໄດ້ຮັບໃບຕາດິນ ຈົ່ງພ້ອມກັນຮັບຮູ້ ແລະເຂົ້າໃຈ ພ້ອມທັງໃຫ້ຄວາມຮ່ວມມື ແລະອໍານວຍຄວາມສະດວກ ໃນການໃຫ້ຂໍ້ມູນທີ່ດິນອັນລະອຽດຂອງຕົນໃຫ້ແກ່ພະນັກງານທີ່ລົງເກັບກໍາຂໍ້ມູນເພຶ່ອວັດແທກທີ່ດິນພ້ອມທັງສະເໜີອອກໃບຕາດິນໃຫ້ກັບພໍ່ແມ່ປະຊົນຊົນດັ່ງກ່າວໄດ້ເປັນເຈົ້າຂອງສິດນໍາໃຊ້ທີ່ດິນຢ່າງຖືກຕ້ອງຕາມລະບຽບກົດໝາຍເພື່ອຫັນເອົາທີ່ດິນດັ່ງກ່າວເປັນທຶນໃນການສ້າງສາພັດທະນາຊີວິດການເປັນຢູ່ຂອງຕົນໃຫ້ນັບມື້ນັບດີຂື້ນເປັນກ້າວໆ.
ພາບ-ຂ່າວ: ໂສພາ ທິບພະວົງ.
ຂ່າວສານ: ຄະນະໂຄສະນາອົບຮົມເມືອງຜາອຸດົມ 25.11.2025.
ແອດມິນ: ທອງຈັນ ວົງປັນຍາ.



