






ທ້າຍເດືອນ ມັງກອນ 2026 ສະຫາຍ ຄໍາພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມຄະນະ ໄດ້ເດີນທາງມາຊຸກຍູ້ຕິດຕາມການປັບປຸງກົງຈັກ ການຈັດຕັ້ງວຽກງານໂຄສະນາອົບຮົມ ຢູ່ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມຂອງສະຫາຍ ພົນຈັດຕະວາ ແປັນຄໍາ ບຸດຈັນແພງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ແລະ ຄະນະນໍາຂອງແຂວງ ພ້ອມດ້ວຍພະນັກງານ ພາຍໃນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມ
ສະຫາຍ ນາງ ສຸ່ງ ແກ້ວໂພໄຊ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ ລາຍງານສະພາບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານໃນໄລຍະຜ່ານມາ, ຂໍ້ສະດວກ, ຂໍ້ຍຸ້ງຍາກ ແລະ ຂໍສະເໜີວຽກງານທີ່ຈຳເປັນ ໂດຍສະເພາະ ແມ່ນໄລຍະຍຸບໂຮມສອງກົງຈັກການຈັດຕັ້ງ ປັດຈຸບັນ ຄະນະໂຄສະນາອົບຮົມ ແຂວງບໍ່ແກ້ວ ມີພະນັກງານຈາກ 18 ສະຫາຍເພີ່ມເປັນ 36 ສະຫາຍ ຍິງ 9 ສະຫາຍ ປະກອບ ມີ 5 ຂະແໜ່ງຄື ຂະແໜງບໍລິຫານ, ຂະແໜງໂຄສະນາ, ຂະແໜງສັງລວມຂໍ້ມູນຂ່າວສານ, ຂະແໜງ ເຝິກອົບຮົມ ແລະ ຂະແໜງສື່ມວນຊົນ ແຕ່ລະຄະແໜ່ງໄດ້ແບງສິດ, ໜ້າທີ ແລະ ພາລະບົດບາດຢ່າງ ລະອຽດ ແລະ ເຄື່ອນໄຫວຈັດຕັ້ງເປັນປົກກະຕິ.
ສະຫາຍຫົວໜ້າໂຄສະນາອົບຮົມຍັງໄດ້ສະເໜີໃຫ້ທາງແຂວງ, ທາງສູນກາງ ສະໜອງດ້ານ ງົບປະມານເພື່ອເຄື່ອນໄຫວລົງທ້ອງຖິ່ນ, ເຝິກອົບຮົມທາງດ້ານທິດສະດີການເມືອງ-ການປົກຄອງ, ເຝິກອົບຮົມວຽກງານສື່ມວນຊົນເພື່ອເຜີຍແຜ່ຂໍ້ມູນຂ່າວສານອອກໃຫ້ສັງຄົມໄດ້ຝັງ, ໄດ້ອ່ານ ແລະ ໄດ້ ຊົມໃຫ້ວ່ອງໄວທັນເຫດການທີ່ເກີດຂຶ້ນຢ່າງຖືກຕ້ອງຊັດເຈນ, ດ້ານອຸປະກອນສື່ມວນຊົນ ແລະ ພາຫະນະຮັບໃຊ້ເຂົ້າວຽກງານ
ໂອກາດນີ້ສະຫາຍ ຄໍາພັນ ເຜີຍຍະວົງ ໄດ້ກ່າວຍ້ອງຍໍຊົມເຊີຍ ຕໍ່ພົນງານ ແລະ ຄວາມສໍາເລັດໃນແຕ່ລະວຽກງານຂອງໂຄສະນາອົບຮົມຍາດມາໄດ້ເຖິງວ່າຢູ່ທ້ອງຖິ່ນຈະພົບຄວາມຍຸ້ງຍາກທາງດ້ານ ງົບປະມານ, ອຸປະກອນ ແລະ ພາຫະນະຮັບໃຊ້ບໍ່ພຽງພໍແຕ່ກໍ່ສາມາດຕັດສິນໃຈສູງເຮັດສຳເລັດວຽກງານ ສໍາຄັນຫຼາຍດ້ານ ໂດຍສະເພາະແມ່ນການປິ່ນອ້ອມຮັບໃຊ້ກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງຄັ້ງ ທີ 7 ສໍາເລັດໄດ້ດ້ວຍດີ ສາມາດເຜີຍແຜ່ຂໍ້ມູນຂ່າວສານ, ແຜນນະໂຍບາຍຂອງພັກ – ລະບຽບ ແລະ ກົດ ໝາຍຂອງລັດໄດ້ຢ່າງຖືກຕ້ອງ ແລະ ຕໍ່ເນື່ອງ, ພາຍຫຼັງຍຸບໂຮມເຂົ້າກັນເປັນອັນດ່ຽວແລ້ວໃຫ້ສືບຕໍ່ສຶກ ສາອົບຮົມທາງດ້ານການເມືອງ – ແນວຄິດ ແລະ ຄວາມສາມັກຄີໃຫ້ມີຄວາມແໜ້ນແຟ້ນ, ເອົາມໃຈໃສ ປະຕິບັດໜ້າວຽກວິຊາສະເພາະໃຫ້ສໍາເລັດຕາມແຜນການ ແລະ ຂັນເທິງມອບມາຍໃຫ້ ໂດຍສະເພາະ ແມ່ນໄລຍະໂຄສະນາຂ່າວສານ ແລະ ນິຕິກໍາຕ່າງໆ ໃນການປອນບັດເລືອກຕັ້ງສະພາແຫ່ງຊາດ ແລະ ສະພາທ້ອງຖິ່ນໃນວັນທີ 22 ກຸມພານີ້, ສ່ວນທາງດ້ານງົບປະມານ, ອຸປະກອນ ແລະ ພາຫະນະ ໃຫ້ທາງໂຄສະນາອົບຮົມແຕ່ລະແຂວງ ສະຫຼຸບລາຍງານ ແລະ ສະເໜີເພື່ອຈັດກອງປະຊຸມວຽກງານໂຄສະນາອົບຮົມທົ່ວປະເທດ, ບາງວຽກງານ ທີ່ຈຳເປັນກໍ່ຂໍໃຫ້ທາງແຂວງເປັນຜູ້ຈັດຕັ້ງຊ່ວຍເຫຼືອຕື່ມ.
ຂ່າວ:ຫອມແກ້ວ ແຫວນເງິນ
ພາບ:ຄໍາເພັງ ສີສະຫວ່າງ
ແອດມິນ: ທອງຈັນ ວົງປັນຍາ



