ສໍາເລັດຊຸດອົບຮົມທິດສະດີການເມືອງ-ແນວຄິດ ໃຫເແກ່ຄະນະບໍລິຫານງານ ອພສ ເມືອງ ຫ້ວຍຊາຍ.

ຊຸຸດອົບຮົມທິດສະດີການເມືອງ-ແນວຄິດ ໃຫ້ເແກ່ຄະນະບໍລິຫານງານ ອພສ ເມືອງ ແລະ ເຈົ້າອະທິການວັດທົ່ວເມືອງຫ້ວຍຊາຍ ດໍາເນີ້ນເປັນເວລາ 2 ວັນ ແລະ ໄດ້ອັດລົົງດ້ວຍຜົນສໍາເລັດໃນວັນທີ 15 ຕຸລາ 2025, ໃຫ້ກຽດເຂົ້າຮ່ວມເປັນປະທານຊຸດອົບຮົມ ຂອງ ທ່ານ ສົມສັກ ປິ່ນແກ້ວ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະອົບຮົມແຂວງ, ພຣະອາຈານ ປອ ໄຊຍະພອນ ສີປັນຍາ ຮອງປະທານ ອພສ ແຂວງ ເຈົ້າອະທິການວັດຈອມເຂົາມະນີຣັດ. ມີຄະນະບໍລິຫານງານ ອພສ ເມືອງ, ເຈົ້າອະທິການວັດທົ່ວເມືອງຫ້ວຍຊາຍ ແລະ ພຣະ-ສົງ ສາມະເນນເຂົ້າຮ່ວມ.

ຊຸດອົບຮົມທິດສະດີການເມືອງ-ແນວຄິດໃນຄັ້ງນີ້, ໄດ້ຮຽນຮູ້ບົດບາດສາສະໜາພຸດ ແລະ ພຣະສົງສາມະເນນຕໍ່ສັງຄົມລາວ, ຊາດລາວຄົນລາວ ໃນຄອບຄົວໃຫຍ່ແຫ່ງຊາດ, ທັດສະນະຂອງພັກ ຕໍ່ການເຊື່ອຖືສາສະໜາ, ຍົກສູງສະຕິລະວັງຕົວຕໍ່ກົນອຸບາດຂອງສັດຕູ ໃນການສວຍໃຊ້ສາສະໜາ, ເຮັດໃຫ້ ພຣະສົງ ສາມະເນນມີຄວາມເຂົ້າໃຈເລິກເຊິ່ງ ແລະ ກຳແໜ້ນແນວທາງນະໂຍບາຍຂອງພັກ, ໃນແຕ່ລະໄລຍະ ໂດຍສະເພາະ ນິຕິກຳ ກ່ຽວກັບສາສະໜາ, ສ້າງຄວາມເປັນເອກະພາບກັບແນວທາງ, ນະໂຍບາຍຂອງພັກ-ລັດ ທີ່ໄດ້ກຳນົດອອກໃນມະຕິກອງປະຊຸມໃຫຍ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກແຂວງບໍ່ແກ້ວ, ບົນພື້ນຖານຄວາມຮັບຮູ້-ເຂົ້າໃຈ ທີ່ເປັນເອກະພາບ ດັ່ງກ່າວ ແນໃສ່ເຮັດໃຫ້ ພຣະສົງ ສາມະເນນມີ ການປະພຶດປະຕິບັດ ຖືກຕ້ອງຕາມນິຕິກໍາ ທີ່ກ່ຽວພັນກັບສາສະໜາ ໃຫ້ໄດ້ຮັບຜົນດີ ແລະ ເພື່ອແນ່ໃສເຮັດໃຫ້ອົງການພຸດທະສາສະໜາສຳພັນລາວແຂວງບໍ່ແກ້ວ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດກໍຄື ແຂວງບໍ່ແກ້ວຕາມແນວທາງນະໂຍບາຍຂອງພັກ ວາງອອກແຕ່ລະໄລຍະ, ແຕ່ລະສະໄໝ. ແນໃສ່ໄຫ້ຜູ້ເຂົ້າຮ່ວມມີການຍະນິດທີ່ດີ ປະຕິບັດໃຫ້ຖືກຕ້ອງຕາມນິຕິກຳຂອງສາສະໜາ, ແນໃສ່ ເຮັດໃຫ້ອົງການພຸດທະສາສະຫນາສຳພັນລາວຂອງເມືອງຫ້ວຍຊາຍ, ສາສະນິກະຊົນ ປະກອບເຂົ້າໃນການປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ໄດ້ດີ, ມີຄວາມທັນສະໄໝ, ສີວິໄລ ແລະ ຍຸຕິທຳ ແລະ ພຣະສົງ ສາມະເນນ ໄດ້ມີຄວາມຮັບຮູ້ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ກັບທັດສະນະຂອງພັກ, ແນວທາງນະໂຍບາຍຂອງລັດຕໍ່ວຽກງານສາສະຫນາ, ຮັບຮູ້ຕໍ່ອົງການຄຸ້ມຄອງຂອງສາສະໜາ, ອັນພົ້ນເດັ່ນຄາດວ່າ ຜູ້ເຂົ້າຮ່ວມອົບຮົມໃນຊຸດນີ້ ສາມາດນໍາເອົາເນື້ອໃນຈິດໃຈ ແລະ ບົດຮຽນການຝຶກອົບຮົມ ນໍາໄປເຜີຍແຜ່ສຶກສາອົບຮົມໃຫ້ແກ່ ສາມະເນນ ແລະ ສາສະນິກະຊົນ ສາມາດຕີລາຄາການຮັບ ຮູ້ເຂົ້າໃຈ ຂອງພຣະສົງ-ສາມະເນນໄດ້ 90% ແລະ ໄດ້ມອບໃບຢັ້ງຢືນໃຫ້ຄະນະບໍລິຫານງານ ອພສ ເມືອງ ແລະ ເຈົ້າອະທິການວັດທົ່ວເມືອງຫ້ວຍຊາຍ ທີ່ສໍາເລັດການຝຶກອົບຮົມໃນຄັ້ງນີ້.

ພາບ-ຂ່າວ: ຄໍາເພັງ ສີສະຫວ່າງ

ກວດແກ້-ແອດມິນ: ທອງຈັນ ວົງປັນຍາ

 

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa