ສໍາເລັດກິດຈະກໍາແລ່ນມາຣາທອນ ຂ້າມຂອງ ລາວ-ໄທ ຊຽງຂອງ-ຫ້ວຍຊາຍ

 

ໃນຕອນເຊົ້າຂອງວັນທີ 30 ພະຈິກນີ້ 2025, ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ (ສປປ ລາວ) ຮ່ວມກັບ ອໍາເພີຊຽງຂອງ ແຂວງຊຽງຮາຍ (ປະເທດໄທ) ໄດ້ຈັດກິດຈະກໍາແລ່ນມາຣາທອນ ຂ້າມຂອງ ລາວ-ໄທ ຄັ້ງທີ 4 ປະຈໍາປີ 2025 ເຊິ່ງມີໄລຍະ 12 Km, ຈຸດເລີ່ມຕົ້ນແມ່ນຢູ່ຕໍ່ໜ້າດ່ານຂົວມິດຕະພາບ 4 ຝັ່ງ ອໍາເພີຊຽງຂອງ ຈັງຫວັດຊຽງຮາຍ (ປະເທດໄທ). ເຂົ້າຮ່ວມ ພິທີ ແລ່ນມາຣາທອນ ຂ້າມຂອງ ລາວ-ໄທ ໃນຄັ້ງນິ້,ມີ ທ່ານ ຈອມແພງ ວິໄລສານ ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາຄະນະນໍາຂອງ ເມືອງຫ້ວຍຊາຍ ແລະ ອໍາເພີຊຽງຂອງເຂົ້າຮ່ວມ,

ການແລ່ນມາຣາທອນ ຂ້າມຂົວມິດຕະພາບ 4 ຝັ່ງ (ສປປ ລາວ) ຂ້າມບ້ານ ປາກຮາວໃຕ້, ອອກສາມແຍກບ້ານ ປ່າອ້ອຍ, ຂຶ້ນລຽບຕາມເສັ້ນທາງແມ່ນໍ້າຂອງ, ຜ່ານຕົວເມືອງ ແລະ ເຂົ້າສູ່ເສັ້ນໄຊຢູ່ທີ່ຕໍ່ໜ້າສູນເຝິກອົບຮົມຂອງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.ການຈັດກິດຈະກໍາແລ່ນມາລາທອນ ນິ້.ເພື່ອແນ່ໃສ່ເຮັດໃຫ້ສຸຂະພາບແຂງແຮງ ທັງເປັນການສົ່ງເສີມການທ່ອງທ່ຽວ ແລະ  ບໍ່ມີການຈັບເວລາການແຂ່ງຂັ້ນ ສໍາລັບ 20 ຄົນທໍາອິດທີ່ເຂົ້າເສັ້ນໄຊ ມີການມອບຫຼຽນລາງວັນ ແລະ ແຍກລາງວັນ ປະເພດຂອງນັກກິລາ ຍິງ-ຊາຍ ແຕ່ລະປະເພດການແລ່ນ ແລະ ເພື່ອເປັນການໂຄສະນາປຸກລະດົມໃຫ້ຢຸດຕິຄວາມຮຸນແຮງທາງເພດ ຮ່ວມກັນສ້າງສັງຄົມທີ່ປອດໄພ ໃຫ້ຄົນທຸກເພດໃນສັງຄົມ ເປັນການເສີມສ້າງຄວາມສໍາພັນອັນດີ ຮັດແໜ້ນຄວາມສາມັກຄີ ລະຫວ່າງປະຊາຊົນສອງຊາດ ລາວ-ໄທ ກໍ່ຄື ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ (ສປປ ລາວ) ແລະ ອໍາເພີຊຽງຂອງ ຈັງຫວັດຊຽງຮາຍ (ປະເທດໄທ) ໃຫ້ນັບມືສູງຂຶ້ນ ໄປຄຽງຄູ່ກັບການສົ່ງເສີມການທ່ອງທ່ຽວສອງຝັ້ງຂອງແບບຢືນຢົງ.

ຂ່າວ: ບຸນຈັນ ບຸນປັນຍາ

ແອດມິນ: ທອງຈັນວົງປັນຍາ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa